ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕອບໂຕ້ຄືນ ຕໍ່ກຸ່ມທະຫານບ້ານ ທີ່ໜູນຫຼັງໂດຍອີຣ່ານ ໃນອີຣັກ


ສະມາຊິກຂອງກຸ່ມຫົວຮຸນແຮງ ຊີໄອທ໌ (Shiite) ຊາວອີຣັກ ເຂົ້າຮ່ວມງານສົບຂອງນັກລົບຄົນນຶ່ງທີ່ໄດ້ຖືກສັງຫານ ໃນການໂຈມຕີທາງອາການຂອງສະຫະລັດ ໃນນະຄອນຫຼວງແບັກແດດ, ອີຣັກ ໃນວັນທີ 4 ມັງກອນ 2024.
ສະມາຊິກຂອງກຸ່ມຫົວຮຸນແຮງ ຊີໄອທ໌ (Shiite) ຊາວອີຣັກ ເຂົ້າຮ່ວມງານສົບຂອງນັກລົບຄົນນຶ່ງທີ່ໄດ້ຖືກສັງຫານ ໃນການໂຈມຕີທາງອາການຂອງສະຫະລັດ ໃນນະຄອນຫຼວງແບັກແດດ, ອີຣັກ ໃນວັນທີ 4 ມັງກອນ 2024.

ຜູ້ນຳຂອງກຸ່ມທະຫານ​ບ້ານໜູນຫຼັງໂດຍອີຣ່ານ ທີ່ພົວພັນກັບການໂຈມຕີກອງກຳລັງສະຫະລັດ ໃນອີຣັກ ຊ້ຳແລ້ວຊ້ຳອີກ ໄດ້ເສຍຊີວິດແລ້ວ, ໂດຍໄດ້ຖືກສັງຫານ ໃນອັນທີ່ເຈົ້າໜ້າທີ່ອາເມຣິກັນ ອະທິບາຍວ່າ ເປັນການໂຈມຕີທາງອາກາດທີ່ແນ່ນອນ ໃນໃຈກາງນະຄອນຫຼວງແບັກແດດ.

ເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດ, ຜູ້ບໍ່ຕ້ອງການເປີດເຜີຍຊື່ ກ່າວກ່ຽວກັບລາຍລະອຽດຂອງການປະຕິບັດງານ ວ່າການໂຈມຕີໃນຕອນທ່ຽງໄດ້ແນເປົ້າໃສ່ຍານພາຫະນະຄັນນຶ່ງ ທີ່ຢູ່ນອກສໍານັກງານໃຫຍ່ຂອງກຸ່ມທະຫານບ້ານ ຮາຣາກັດ-ອາລ-ນູຈາບາ (Harakat-al-Nujaba), ໄດ້ສັງຫານທ້າວ ມຸຊຕັກ ຈາວາດ ກາເຊມ ອັລ-ຈາວາຣີ (Mushtaq Jawad Kazim al-Jawari) ແລະສະມາຊິກທະຫານອີກຄົນນຶ່ງ.

ທ້າວ ອາລ-ຈາວາຣີ (Al-Jawari) ທີ່ຮູ້ຈັກໃນຊື່ ອາບູ-ຕັກວາ (Abu-Taqwa) “ໄດ້ມີສ່ວນຮ່ວມຢ່າງຫ້າວຫັນ ໃນການວາງແຜນ ແລະດຳເນີນການໂຈມຕີບຸກຄະລາກອນຊາວອາເມຣິກັນ,” ເຈົ້າໜ້າທີ່ຄົນນຶ່ງກ່າວຕໍ່ວີໂອເອ ໂດຍພັນລະນາເຖິງການໂຈມຕີຂອງສະຫະລັດວ່າ “ມີຄວາມຈຳເປັນ ແລະເໝາະສົມ.”

“ບໍ່ມີພົນລະເຮືອນໄດ້ຮັບອັນຕະລາຍ. ບໍ່ມີໂຄງສ້າງພື້ນຖານຫຼືສິ່ງອໍານວຍຄວາມສະດວກໃດໆຖືກໂຈມຕີ,” ເຈົ້າໜ້າຄົນດັ່ງກ່າວ ກ່າວຕື່ມ.

ເຈົ້າ​ໜ້າ​ທີ່​ອາ​ເມຣິກັນ​ຄົນ​ທີ​ສອງ ​ບໍ່​ຍອມ​ໃຫ້​ຄຳ​ເຫັນ ​ທີ່​ຈະ​ປະ​ຕິ​ເສດ ເຖິງຄວາມ​ເປັນ​ໄປ​ໄດ້ ​ຂອງ​ການດຳເນີນການເພີ່ມ​ເຕີມ.

ອ່ານຂ່າວນີ້ເປັນພາສາອັງກິດ:

XS
SM
MD
LG