ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສົ່ງໜ່ວຍໂຈມຕີໄປແຫຼມ ເກົາຫຼີ


ເຮືອບິນຮົບ ຈອດຢູ່ເທິງກຳປັ່ນບັນທຸກເຮືອບິນຂອງກອງ
ທັບເຮືອ ສະຫະລັດ USS Carl Vinson (CVN 70) ກຽມ
ພ້ອມສຳລັບການອອກລາດຕະເວນນອກທະເລຈີນໃຕ້. 3 ມີນາ, 2017.
ເຮືອບິນຮົບ ຈອດຢູ່ເທິງກຳປັ່ນບັນທຸກເຮືອບິນຂອງກອງ ທັບເຮືອ ສະຫະລັດ USS Carl Vinson (CVN 70) ກຽມ ພ້ອມສຳລັບການອອກລາດຕະເວນນອກທະເລຈີນໃຕ້. 3 ມີນາ, 2017.

ກອງທັບເຮືອ ສະຫະລັດ ພວມສົ່ງໜ່ວຍໂຈມຕີໄປຍັງແຫຼມເກົາຫຼີ ເພື່ອເສີມກຳລັງການມີ
ໜ້າຢູ່ແຫ່ງດັ່ງກ່າວ ທັງຍັງສົ່ງສັນຍານໃຫ້ເກົາຫຼີເໜືອຮູ້ນຳຍ້ອນວ່າສັບປະດາແລ້ວນີ້ ປະ
ເທດດັ່ງກ່າວ ໄດ້ທົດລອງລູກສອນໄຟຂີປະນາວຸດ ເຖິງແມ່ນວ່າ ໄດ້ມີມະຕິຫ້າມຂອງສະ
ພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ກໍຕາມ.

ກຸ່ມໂຈມຕີ The Carl Vinsonໄດ້ໄປເຖິງທ່າເຮືອສິງກະໂປ ແລະມີກຳນົດວ່າ ຈະລ່ອງ
ລອຍໄປຕໍ່ ຫາອັອສເຕຣເລຍ ແຕ່ແທນທີ່ຈະເປັນແນວນັ້ນ ຊໍ້າໄດ້ຮັບຄຳສັ່ງຈາກກອງ
ບັນຊາການມະຫາສະໝຸດປາຊິຟິກ ໃຫ້ມຸ່ງໜ້າໄປທາງທິດເໜືອ.

ຜູ້ບັນຊາການ Dave Benham ຜູ້ອຳນວຍການ ພາລະກິດດ້ານສື່ສານສຳລັບກອງບັນ
ຊາການ ກອງພັນທີສາມປະຈຳມະຫາສະໝຸດປາຊິຟິກໄດ້ບອກ ວີໂອເອ ວ່າ “ຝູງເຮືອ ກອງພັນທີສາມ ມຸ່ງໜ້າໄປດ້ວຍຈຸດມຸ່ງໝາຍ ເພື່ອຄຸ້ມຄອງຜົນປະໂຫຍດຂອງ ສະ
ຫະລັດ ໃນເຂດຕາເວັນຕົກຂອງຍ່ານມະຫາສະໝຸດປາຊິຟິກ."

“ໄພຂົ່ມຂູ່ອັນດັບນຶ່ງໃນຂົງເຂດກ່າວທີ່ຍັງສືບຕໍ່ມາ ແມ່ນເກົາຫຼີເໜືອ ຍ້ອນໂຄງການ
ທົດລອງລູກສອນໄຟທີ່ບໍ່ເອົາຫົວຊາຕໍ່ສິ່ງໃດໆ ບໍ່ມີຄວາມຮັບຜິດຊອບ ແລະ ສ້າງ ຄວາມບໍ່ທຸ່ນທ່ຽງ ແລະ ການສືບຕໍ່ສະແຫວງຫາຄວາມສາມາດທາງດ້ານອາວຸດນິວ
ເຄລຍ ຂອງເຂົາ.”

ກຸ່ມໂຈມຕີດັ່ງກ່າວປະກອບດ້ວຍກຳປັ່ນບັນທຸກເຮືອບິນ ກຳປັ່ນບັນຊາການ USS Carl
Vinson ແລະເຮືອພິຄາດຈະຫຼວດນຳວິຖີສາມລຳ.

ນະຄອນພຽງຢາງໄດ້ປະຕິເສດຕະຫຼອດມາ ບໍ່ປະຕິບັດຕາມຄຳເຕືອນຂອງນາໆຊາດ
ກ່ຽວກັບ ການຫ້າມທົດລອງລູກສອນໄຟແລະອາວຸດນິວເຄລຍຕ່າງໆ.

ໃນວັນອາທິດມື້ນີ້ ໄດ້ມີການອ້າງຄຳເວົ້າຂອງເຈົ້າໜ້າທີ່ກະຊວງຕ່າງປະເທດ ເກົາຫຼີ
ເໜືອໃນສື່ມວນຂອງລັດ ທີ່ກ່າວວ່າ ຕົນປະຕິຍານວ່າ ຈະເພີ່ມທະວີ ການປ້ອງກັນຕົນ
ເອງຂຶ້ນຕື່ມຈາກການໂຈມຕີທາງອາກາດ ດັ່ງທີ່ ສະຫະລັດ ໄດ້ກະທຳຕໍ່ ຊີເຣຍ ໃນສັບ
ດາແລ້ວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG