ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດປັບປຸງກົດລະບຽບ ຄວບຄຸມດ້ານການເງິນ


ໃນການເຄື່ອນໄຫວເພື່ອປ້ອງກັນບໍ່ໃຫ້ເກີດວິກິດການດ້ານ ການເງິນໃນອະນາຄົດ ຄືກັນກັບອັນທີ່ໄດ້ແຜ່ລາມໄປທົ່ວ ໂລກໃນປີ 2008 ນັ້ນ ລັດຖະສະພາສະຫະລັດ ໄດ້ດຳ​ເນີນ​ການ​ ເພື່ອປັບປຸງ​ກົດ​ລະ​ບຽບຄວບ​ຄຸມບັນດາ​ທະນາຄານ ຂອງ​ສະຫະລັດ ​ແລະພວກ​ບໍລິສັດ​ການເງິນ​ທັງຫລາຍ ຊຶ່ງ​ ການດຳ​ເນີນ​ການ​ດັ່ງກ່າວ​ນີ້ ​ແມ່ນເປັນ​ການ​ປະຕິບັດ​ຕາມ​ ຄຳໝັ້ນ​ສັນຍາ​ທີ່​ປະທານາທິບໍດີບາຣັກ ​ໂອ​ບາ​ມາ​ ໄດ້​ໃຫ້​ໄວ້​ກັບ​ພວກ​ຜູ້ນຳ​ໂລກໃນປີຜ່ານມາ ທີ່​ວ່າ​ປະ​ເທດ​ຂອງ​ພວກ​ເຮົາ​ຈະ​ເປັນ​ຜູ້ນໍາ​ໃນ​ການ ກອບ​ກູ້ເອົາ​ສະຖຽນ​ລະ​ພາບກັບ​ຄືນ​ມາສູ່​ຕະຫລາດທັງຫລາຍ​ຂອງ​ໂລກ​ ທີ່​ຖືກ​ສັ່ນຄອນ​ຢ່າງ​ຮ້າຍແຮງ ຍ້ອນ​ການ​ປ່ອຍເງິນ​ກູ້​ຢືມອອກຫລາຍ​ເກີ​ນຂອບ​ເຂດ ຂອງສະ​ຖາ​ບັນການ​ເງິນ ຊັ້ນນຳ​ ຈໍານວນ​ນຶ່ງຂອງ​ສະຫະລັດ.

ກົດໝາຍ​ສະບັບ​ໃໝ່​ທີ່​ລັດຖະສະພາ​ໄດ້​ຮັບ​ຜ່ານ​ເອົາ​ນັ້ນ ​ໃຫ້​ສິດອໍານາດຫລາຍ​ຂຶ້ນ​ແກ່​ສະພາ​ອໍານວຍ​ການ​ຂອງທະນາຄານ​ກາງ​ສະຫະລັດ ​ແລະເຈົ້າໜ້າ​ທີ່​ຄວບ​ຄຸມອື່ນໆຂອງ​ລັດຖະ ບານ​ ​ໃນ​ການ​ກໍາກັບ​ດູແລພວກ​ບໍລິສັດ​ການ​ເງິນ​ທີ່​ໃຫຍ່​ທີ່​ສຸດ ​ແລະ​ມີກິດຈະ​ການ​ພົວພັນ​ກັນຫລາຍທີ່​ສຸດຂອງ​ປະ​ເທດ ​ແລະ​ຂະຫຍາຍ​ອໍານາດ​ໃຫ້​ພວກ​ເຈົ້າໜ້າທີ່​ເຫລົ່ານັ້ນສາມາດ ເຂົ້າ​ໄປແຊກ​ແຊງໄດ້ ​ເມື່ອ​ໃດ​ຫາກຈັບ​ໄດ້​ວ່າພວກ​ທະນາ​ຄານໃຫຍ່ໆ​ເຫລົ່າ​ນັ້ນ​ ມີພຶດ​ຕິ​ກໍາ ທີ່ເປັນ​ການສ່ຽງ​ ທີ່​ຂົ່ມຂູ່​ຕໍ່ສະ​ຖຽນລະ​ພາບຂອງ​ລະບົບ​ການ​ເງິນ ຂອງ​ສະຫະລັດ. ຄື​ກັນ​ກັບຢູ່​ໃນປະ​ເທດ​ອື່ນໆ​ນັ້ນ ລະບົບການ​ຄວບ​ຄຸມ​ຂອງ​ສະຫະລັດ​ບໍ່​ສາມາດ​ຮັບ​ມືກັບການ​ປ່ຽນ​ແປງ​ຢ່າງ​ກະທັນຫັນ ແລະ​ການ​ພັດທະນາ​ທີ່​ສະ​ລັບ​ຊັບຊ້ອນ ຢູ່​ໃນ​ພາກສ່ວນການ​ທະນາຄານ​ແລະ​ການລົງ​ທຶນ. ບັດ​ນີ້ ກົດລະບຽບຊຸດໃໝ່​ຈະ​ກວມເອົາຜະລິດ​ພັນ​ການ​ເງິນຕ່າງໆ ເປັນຕົ້ນວ່າ ສັນຍາ​ການ​ເງິນຕ່າງໆທີ່​ມີມູນ​ຄ່າທີ່​ຂຶ້ນຢູ່​ກັບ ການປ່ຽນແປງ​ໃນ​ລາຄາຂອງ​ຊັບ​ສິນ​ອື່ນໆ ທີ່​ພົວພັນ​ກັບ​ສັນຍາ​ເຫລົ່າ​ນັ້ນ ເຊັ່ນວ່າ​ ຫຸ້ນ ພັນທະບັດ ຫລື​ຈຳພວກ​ເງິນ​ຕາ​ ​ເຊັ່ນ​ເງິນຢູ​ໂຣ ​ແລະເງິນ​ເຢັນ ​ເປັນ​ຕົ້ນ. ​ການ​ຄ້າ​ຂາຍ​ຜະລິດ​ຕະພັນ​ການ​ເງິນ​ທີ່ສະລັບຊັບຊ້ອນ​ເຫລົ່າ​ນີ້ ຊຶ່ງ​ໂດຍ​ສ່ວນໃຫ​ຍ່​ແລ້ວ ​ແມ່ນບໍ່​ໄດ້​ມີ​ການ​ຄວບ​ຄຸມ​ເລີຍ​ນັ້ນ ​ແມ່ນ​ໄດ້​ມີ​ສ່ວນ​ຢ່າງ​ຫລວງ ຫລາຍ ​ໃນ​ການ​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ການ​ເງິນ​ທີ່​ກ່າວ​ມານັ້ນ. ບັດ​ນີ້ຈະ​ມີ​ການຈັດ​ຕັ້ງ​ອົງການໃໝ່ຂອງລັດຖະບານຂື້ນ​ມາ ​ເພື່ອໃຫ້ການ​ປົກ​ປ້ອງຄຸ້ມ​ຄອງ​ຫລາຍ​ຂຶ້ນ ແກ່ພວກ​ອຸບປະ​ໂພ​ກ ບໍລິ​ໂພ​ກຊາວ​ອາ​ເມ​ລິ​ກັນ​ທັງຫລາຍ ໃນ​ການ​ປະກອບ​ກິດຈະກໍາ​ການ​ເງິນ​ຂອງພວກ​ເຂົາ​ເຈົ້ານັ້ນ.

ການ​ອະພິປາຍ​ກ່ຽວ​ກັບ​ກົດໝາຍ​ສະບັບ​ໃໝ່ນີ້ ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ​ ຫລາຍ​ເດືອນ ​ແລະ​ສຽງ​ວິພາກ​ວິ​ຈານບໍ່​ເຫັນ​ພ້ອມ​ນໍາ ກໍ​ຍັງ​ມີ​ຢູ່ເຖິງ​ແມ່ນ​ມີ​ການຮັບ​ຜ່ານເອົາ​ກົດໝາຍ​ສະບັບ​ນີ້​ແລ້ວ​ກໍ​ຕາມ. ຢ່າງ​ໃດ​ກໍ​ຕາມ ການເອົາບາດກ້າວ​ຢ່າງ​ເຂັ້ມ​ແຂງ​ ​ແມ່ນ​ຈຳ​ເປັນທີ່​ສຸດ ຍ້ອນ​ວ່າ​ສະພາວະ​ເສດຖະກິດ​ຕົກ​ຕໍ່າ ທີ່​ຕິດຕາມ​ມາ​ລຸນ​ຫລັງ​ການ​ພັງ​ທະລາຍ​ຂອງ​ຕະຫລາດການເງິນ​ນັ້ນ​ ຖື​ວ່າ​ເປັນຄັ້ງ​ຮ້າຍ​ແຮງ​ຫລາຍ​ທີ່ສຸດ ​ນັບ​ຕັ້ງ​ແຕ່​ຊຸມ​ປີ 1930 ມາ​. ​ສະພາວະ​ເສດຖະ ກິດ​ຕົກ​ຕ່ຳຢູ່​ໃນ​ທົ່ວ​ໂລກ​ ແມ່ນ​ເລີ່​ມຕົ້ນຂຶ້ນ​ດ້ວຍວິ​ກິດ​ການ​ການ​ເງິນ ຫລັງ​ຈາກ​ທີ່ ໜີ້​ສິນ​ທີ່ບໍ່​ດີກູ້​ຄືນ​ບໍ່​ໄດ້ ​ແລະ​ການລົງ​ທືນທີ່ມີ​ຄວາມ​ສ່ຽງ​ສູງແລະ​ບໍ່​ມີ​ການ​ຄວບ​ຄຸມ​ນັ້ນ ໄດ້ເຮັດໃຫ້​ບັນດາ​ທະນາຄານ​ທີ່ສຳຄັນໆທັງຫລາຍ​ ລົ້ມລະລາ​ຍ ​ແລະພາ​ໃຫ້ສິນ​ເຊື່ອ​ເຫືອດ​ແຫ້ງ​ໄປ ຊຶ່ງ​ນີ້ໄດ້ເຮັດ​ ໃຫ້​ພວກ​ທຸລະ​ກິດ​ຕ່າງໆ​ຂາດ​ເງິນ​ທຶນທີ່ຕ້ອງການ ​ເພື່ອ​ມາດຳ​ເນີນ​ງານ ​ແລະເປັນ​ທຶນ​ສຳລັບເສີມ​ຂະຫຍາຍກິດຈະການ​ຂອງ​ພວ​ກ​ເຂົາ​ເຈົ້າຕໍ່​ໄປ​ນັ້ນ. ຫລາຍໆ​ບໍລິສັດ​ຕ້ອງ​ໄດ້​ຕັດ​ໜ້າ​ວຽກ​ລົງ ພວກປະຊາຊົນຕັດ​ການ​ໃຊ້​ຈ່າຍ​ລົງ ​ແລະ​ການ​ລົດ​ຕໍ່າລົງ​ໃນ​ຄວາມ​ຮຽກຮ້ອງ​ຕ້ອງ ການສິນຄ້າ​ທີ່​ຕິດຕາມ​ມານັ້ນ ກໍ​ສົ່ງຜົນ​ໃຫ້​ມີ​ການສູນ​ເສຍໜ້າ​ວຽກ​ຫລາຍ​ເພີ່ມ​ຂື້ນ. ນອກ​ນີ້​ແລ້ວ​ ​ການ​ຄ້າ​ລະຫວ່າງ​ປະ​ເທດ​ກໍຕົກ​ຕ່ຳລົງ​ເຊັ່ນ​ກັນ ​ຊຶ່ງ​ໄດ້​ສົ່ງ​ຜົນ​ກະທົບໂດຍ​ສະ​ເພາະຕໍ່​ພວກ​ປະ​ເທດ​ກຳລັງ​ພັດທະນາທີ່ຜະລິດ​ວັດຖຸ​ດິບ​ໃນ​ຫລາຍໆ​ແຫ່ງ ​ເຊັ່ນ ຂົງ​ເຂດ​ອາ​ຟຣິກາ ​ແລະ​ອາ​ເມ​ຣິ​ກາ​ລາ​ຕິນ.

ຄື​ກັນ​ກັບທີ່​ວິກິດ​ການ​ດັ່ງກ່າວ​ນີ້ແຜ່​ລາມ​ອອກ​ໄປ​ຢ່າງບໍ່​ມີ​ພົມ​ແດນ​ນັ້ນ ຜົນ​ສະທ້ອນ​ຕ່າງໆ​ຈາ​ກການ​ປະຕິ​ຮູບ​ດ້ານ​ການ​ເງິນ​ໃໝ່​ຂອງ​ສະຫະລັດ ກໍຈະ​ຂະຫຍາຍ​ອອກ ກາຍ​ຊາຍ​ແດນ​ຂອງ​ສະຫະລັດ ເຂົ້າ​ໄປ​ສູ່ຕະຫລາດ​ໂລກ​ນຳ. ​ປະ​ເທດ​ອື່ນໆອີກ​ຫລາຍ​ປະ​ເທດ ກໍ​ກຳລັງ​ທຳ​ງານ​ເພື່ອ​ຈັດຕັ້ງປະຕິ ບັດມາດ​ຕະການ​ທຳນອງ​ດຽວ​ກັນ​ນີ້ ​ແລະສະຫະລັດ​ກໍ​ຈະ​ປະຕິບັດ​ງານ​ຮ່ວມ​ກັບ​ພວກ​ປະ​ເທດ​ເຫລົ່າ​ນັ້ນ ​ເພື່ອຍົກ​ລະດັບ​ມາດຕະຖານ​ຂອງ​ການ​ພິທັກ​ປົກ​ປ້ອງ​ການ​ເງິນ ຊຶ່ງ​ເປັນ​ປັດ​ໃຈສຳຄັນ​ຂອງ​ການ​ເຕີບ​ໂຕ ​ແລະ​ການ​ຟື້ນ​ຕົວ​ຄືນ​ຂອງ​ເສດຖະກິດ​ ທີ່​ຍືນ​ຍົງ​ຖາວອນ​ນັ້ນ.

XS
SM
MD
LG