ຜູ້ພິພາກສານະຄອນນີວຢອກໄດ້ຍົກເລີກຄະດີຂໍ້ກ່າວຫາລວນລາມທາງເພດຕໍ່ທ່ານ Domi
nique Strauss-Kahn ອະດີດຫົວໜ້າກອງທຶນສາກົນຫລື IMF ນຶ່ງມື້ຫລັງຈາກພວກໄອ
ຍະການທໍາການເຄື່ອນໄຫວເພື່ອໃຫ້ຍົກເລີກຄະດີດັ່ງກ່າວ.
ຫລັງຈາກການຍົກເລີກຄະດີດັ່ງກ່າວໃນວັນອັງຄານວານນີ້ ສານອຸທອນໄດ້ປະຕິເສດຕໍ່ຄໍາ
ຮຽກຮ້ອງຂອງຜູ້ກ່າວຫາທ່ານ Strauss-Kahn ເພື່ອໃຫ້ຈັດຕັ້ງໄອຍະການພິເສດຂຶ້ນ ສຳ
ລັບດໍາເນີນຄະດີນີ້ຕໍ່ໄປນັ້ນ. ພວກປະທ້ວງທີ່ພາກັນໄປໂຮມຊຸມນຸມກັນຢູ່ນອກສານ ໃນວັນ
ອັງຄານວານນີ້ພາກັນຕໍາໜິຕິຕຽນໃນການເຄື່ອນໄຫວ ຍົກເລີກຂໍ້ກ່າວຫາດັ່ງກ່າວນີ້.
ທ່ານ Strauss-Kahn ໄວ 62 ປີ ຕໍ່ມາກ່າວວ່າ ໃນລະຍະຫລາຍເດືອນຜ່ານມານີ້
ເປັນຄວາມຝັນຮ້າຍຫລືໜ້າຢ້ານກົວສໍາລັບທ່ານແລະຄອບຄົວຂອງທ່ານ. ໃນຖະແຫລງ
ການສະບັບນຶ່ງທີ່ຂຽນເປັນລາຍລັກອັກສອນ ທ່ານໄດ້ສະແດງຄວາມຂອບອົກຂອບໃຈ
ຕໍ່ພວກສະໜັບສະໜຸນທ່ານ ແລະກ່າວຕື່ມວ່າ ທ່ານຂໍສະແດງຄວາມຮູ້ບຸນຄຸນທີ່ວ່າໄອ
ຍະການສານຊັ້ນຕົ້ນເຂດManhattan ໄດ້ເຫັນດີໃຫ້ຍົກເລີກຄະດີນີ້.
ທ່ານ Strauss-Kahn ໄດ້ຖືກຈັບກຸມໃນເດືອນພຶດສະພາຜ່ານມາ ຫລັງຈາກຄົນຮັບໃຊ້
ໃນໂຮງແຮມກ່າວຫາທ່ານວ່າ ລວນລາມທາງເພດກັບນາງເວລານາງເຂົ້າໄປທໍາຄວາມສະ
ອາດໃນຫ້ອງຂອງທ່ານທີ່ໂຮງແຮມທີ່ຫລູຫລາແຫ່ງນຶ່ງໃນຄຸ້ມ Manhattan ນະຄອນນີວ
ຢອກນັ້ນ. ນາງ Nafissatou Diallo ທີ່ເກີດຢູ່ໃນປະເທດ Guinea ໄດ້ຕັ້ງຂໍ້ກ່າວຫາອະ
ດີດຫົວໜ້າບໍລິຫານກອງທຶນສາກົນຫລື IMF ວ່າປຸກປໍ້ານາງທີ່ໂຮງແຮມໃນວັນທີ 14 ພຶດ
ສະພາຜ່ານມາ. ພວກທະນາຍຄວາມຂອງທ່ານ Strauss-Kahn ໄດ້ປະຕິເສດຕໍ່ຂໍ້ກ່າວຫາ
ດັ່ງກ່າວ ແລະກ່າວວ່າ ການສົມສູ່ທາງເພດໃດໆກໍຕາມແມ່ນໄດ້ມີຂຶ້ນດ້ວຍການເຫັນດີເຫັນ
ພ້ອມນໍາກັນ.