ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

12 ຄົນ ເສຍຊີວິດ, ຫລາຍລ້ານບໍ່ມີໄຟຟ້າໃຊ້ ຍ້ອນພາຍຸແຮງສຸດ ໃນພາກຕາເວັນອອກ ສະຫະລັດ (ສະໄລດ໌)


ລົມພາຍຸ​ຮຸນ​ແຮງໜັກ​ທີ່​ປະ​ທະ​ທົ່ວ​ຂົງ​ເຂດ​ຕາ​ເວັນອອກ​ຂອງ​ສະຫະລັດ​ເມື່ອ​ຄືນວັນ​ສຸກ​ຜ່ານ​ມາ ​ໄດ້ຍັງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊີວິດ 12 ຄົນ ​ແລະຫຼາຍກວ່າ 3 ລ້ານ​ຄົນ​ ​ບໍ່​ມີ​ໄຟຟ້າ.

ພາຍຸໄດ້​ປະ​ທະ​ຂົງ​ເຂດດັ່ງກ່າວ​ທ່າມກາງ​ອາກາດ​ຮ້ອນ​ເອົ້າ​ເປັນ​ປະວັດ​ການ ​ດ້ວຍ​ຄວາມ​ແຮງຈົນ​ຕົ້ນ​ໄມ້​ລົ້ມ​ເດຍລະດາດ ທໍາລາຍ​ສາຍ​ໄຟຟ້າ. ​ ນະຄອນຫຼວງວໍ​ຊິງຕັນ ຖືກ​ປະກາດ​ໃຫ້​ເປັນເຂດ​ສຸກ​ເສີນ ພ້ອມ​ດ້ວຍ​ອີກ​ສີ່​ລັດ​ໃກ້​ຄຽງ ຄື ລັດ​ແມ​ຣີແລນ​ດ໌ ​ເວີ​ຈິ​ເນຍ West Virginia ​ແລະໂອ​ໄຮ ໂອ.

ການ​ປະກາດ​ສະພາວະ​ສຸກ​ເສີນ​ຂອງ​ລັດ ປົກກະຕິ​ແລ້ວ​ ຈະ​ເອື້​ອອໍານວຍ​ໃຫ້ຜູ້​ວ່າການ​ລັດ​ມີ​ທາງ​ເລືອກ​ ໃຫ້​ລະດົມ​ເອົາ​ໜ່ວຍ​ກໍາລັງ​ປ້ອງ​ກັນ​ຊາດ ຫລື National Guard ມາ​ຊ່ວຍ​ກູ້​ໄພ ​ແລະ​ໃຫ້​ພວກ​ເຂົ​າ​ເຈົ້າຊົມ​ໃຊ້​ຊັບ ພະຍາກອນ​ໃດໆ​ເພື່ອ​ສະໜັບສະໜຸນ​ດູ​ແລຄວາມ​ປອດ​ໄພ​ຂອງ​ປະຊາຊົນ.

ມີ​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີວິດຫົກ​ຄົນ​ຢູ່​ລັດ​ເວີ​ຈີ​ເນຍ ສອງ​ຄົນ​ຢູ່​ລັດ​ນີວ​ເຈີ​ຊີ ສອງ​ຄົນ​ຢູ່​ລັດ​ແມ​ຣີ​ແລນ​ດ໌ ​ແລະ​ນຶ່ງ​ຄົນ​ຢູ່​ລັດ​ໂອ​ໄຮ​ໂອ ນຶ່ງ​ຄົນ​ຢູ່​ລັດ​ເຄັນ ທັກ​ກີ້. ສ່ວນ​ໃຫຍ່ເປັນ​ຍ້ອນ​ຕົ້ນ​ໄມ້​ລົ້ມ​ທັບ.

XS
SM
MD
LG