ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໔ ມີນາ ໒໐໒໕

ພາຍຸທີ່ມີລົມແຮງ ແລະຝົນຕົກໜັກ ຈະຖະຫລົ່ມ ລັດ New York ແລະ ລັດ New Jersey ອີກມື້ນີ້ (ວີດິໂອ)


ລັດ New York ແລະ ລັດ New Jersey ກໍາລັງຕຽມປະເຊີນໜ້າ ກັບ ພາຍຸຝົນ ແລະລົມແຮງອີກຄັ້ງທີ່ສອງ
ລັດ New York ແລະ ລັດ New Jersey ກໍາລັງຕຽມປະເຊີນໜ້າ ກັບ ພາຍຸຝົນ ແລະລົມແຮງອີກຄັ້ງທີ່ສອງ
ປະຊາຊົນທີ່ຢູ່ອາໄສໃນລັດ New York ​ແລະ New Jersey ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ ກໍາລັງກະກຽມ
ຮັບມື ກັບລົມແຮງ ແລະຝົນຕົກຮອບໃໝ່ ໃນຂະນະທີ່ສືບຕໍ່ພະ
ຍາຍາມຟື້ນ ຄືນຈາກຜົນ​ກະທົບ​ຂອງລົມ​ພາຍຸ ທີ່​ສ້າງ​ຄວາມ​ເສຍ
​ຫາຍຢ່າງໃຫຍ່ຕໍ່​ຂົງເຂດດັ່ງກ່າວ ໃນອາທິດແລ້ວນີ້.

ບັນດາ​ນັກ​ພະຍາກອນ​ອາກາດກ່າວ​ວ່າ ​ພາຍຸລູກ​ໃໝ່​ນີ້ອາດ​ມາ​
ພ້ອມ​ກັບກະ​ແສລົມ ແຮງເຖິງ 95 ກິໂລແມັດ ຕໍ່ຊົ່ວໂມງ ໃນວັນ
ພຸດມື້ນີ້ ຊຶ່ງອາດຈະເຮັດໃຫ້ຕົ້ນໄມ້ຫັກ ແລະສາຍໄຟຂາດອີກ.

ພວກພະນັກ ງານ​ແປງ​ໄຟ ຢູ່ໃນຂົງເຂດ ຍັງກໍາລັງ​ເລ່ງ​ລັດເຮັດ
ວຽກເພື່ອນໍາ​ເອົາ ໄຟຟ້າໃຊ້ ຄືນມາໃຫ້ແກ່ປະຊາຊົນຫລາຍໆ
ພັນຄົນ ທີ່ບໍ່ມີໄຟຟ້າໃຊ້ ໃນໄລຍະທີ່​ປະສົບກັບ ຊຸບເປີພາຍຸ
ແຊນດີ ໃນອາທິດແລ້ວນີ້.

ນະຄອນນີວຢອກ ໄດ້ປິດສວນສາທານລະນະ ແລະຫາດຊາຍຕ່າງໆ ແລະໄດ້​ໂຈະວຽກ​ງານກໍ່ສ້າງຕ່າງໆໄວ້ ໃນວັນພຸດມື້ນີ້ ຍ້ອນພາຍຸລູກ ​ໃໝ່​ນີ້. ຝົນແລະຟອງ​ນໍ້າ​ທະ​ເລ​ຈາກ​ພາຍຸ ອາດ​ຈະສູງ ກາຍ 1 ແມັດ ຊຶ່ງເປັນການຂົ່ມຂູ່ ທີ່ຈະ​ເຮັດ​ໃຫ້ມີນໍ້າຖ້ວມອີກໃນ
ຫລາຍໆເຂດທີ່ຖືກ ນໍ້າຖ້ວມ ຍ້ອນພາຍຸແຊນດີທີ່ຮ້າຍແຮງ ​ໃນ​ອາທິດ​ແລ້ວ.

ນະຄອນນີວຢອກໄດ້ຍົກຍ້າຍຄົນໜີ ຫລາຍກວ່າ 600 ຄົນ ຈາກສູນ ຮັກສາສຸຂະພາບ 4 ແຫ່ງ ໃນວັນອັງຄານວານນີ້ ໃນຂະນະທີ່ 2 ເມືອງ ທີ່​ຕັ້ງ​ຢູ່​ແຄມ​ຝັ່ງລັດ New Jersey ນັ້ນ ໄດ້ຖືກສັ່ງໃຫ້ຊາວ​ເມືອງຍ້າຍໜີໄປຢູ່ພື້ນທີ່ສູງໆ ກ່ອນພາຍຸຈະມາ.

​ຄວາມ​ເສຍ​ຫາຍຫົວ​ໃໝ່​ ກໍາລັງ​ມຸ້​ງໜ້າສູ່​ເຂດ​ແຄມ​ຝັ່ງ​ທະ​ເລກໍ້າ​ຕາ​ເວັນ​ອອກ ​ນຶ່ງ​ອາທິດ​ຫລັງ​ຈາກພາຍຸ​ແຊນ​ດີ ຊຶ່ງ​ເປັນ​ລົມພາຍຸ​ຂະໜາດ​ແຮງ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຂົງ​ເຂດດັ່ງກ່າວ.

ເບິ່ງວີດິໂອຊາວເມືອງ ຢູ່ລັດນີເຈີຊີ ທີ່ຖືກກະໜໍ່າໂດຍລົມພາຍຸແຊນດີ

XS
SM
MD
LG