ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ບໍ່ໄດ້ສະແດງຄວາມຍິນດີກັບ ທ່ານ ປຣາໂບໂວ ຂອງອິນໂດເນເຊຍ ທີ່ເຫັນໄດ້ຢ່າງຈະແຈ້ງວ່າ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ


ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຂອງອິນໂດເນເຊຍ ທ່ານ ປຣາໂບໂວ ຊູບຽນໂຕ, ຂວາ, ຮັບເອົາອິນທະນູບ່ານາຍພົນ 4 ດາວ ຈາກປະທານາທິບໍດີ ໂຈໂກ ວິໂດໂດ ລະຫວ່າງພິທີ ຢູ່ສຳນັກງານໃຫຍ່ກອງທັບ ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນທີ 28 ກຸມພາ 2024.
ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຂອງອິນໂດເນເຊຍ ທ່ານ ປຣາໂບໂວ ຊູບຽນໂຕ, ຂວາ, ຮັບເອົາອິນທະນູບ່ານາຍພົນ 4 ດາວ ຈາກປະທານາທິບໍດີ ໂຈໂກ ວິໂດໂດ ລະຫວ່າງພິທີ ຢູ່ສຳນັກງານໃຫຍ່ກອງທັບ ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນທີ 28 ກຸມພາ 2024.

ທຳນຽບຂາວ​ກ່າວ​ວ່າ ຕົນ​ຫວັງ​ວ່າ​ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ທີ່​ເຂົ້າ​ມາໃໝ່ ​ແຕ່​ກໍບໍ່ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ທ່ານ ປຣາໂບໂວ ຊູບຽນໂຕ (Prabowo Subianto) ​ສຳລັບໄຊ​ຊະນະທີ່ຈະແຈ້ງ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໃນ​ເດືອນ​ແລ້ວ​ນີ້.

“ພວກ​ເຮົາ​ຂໍ​ສະແດງຄວາມຍິນດີກັບ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ ຕໍ່ການ​ເລືອກ​ຕັ້ງ​ທີປະສົບຜົນສຳ​ເລັດ​. ທ່ານປະທານາທິບໍດີ ຫວັງວ່າ ຈະມີການພົວພັນ ກັບອຳນາດການປົກຄອງຊຸດໃໝ່ ຕັ້ງແຕ່ຕົ້ນໆ ແລະເພີ່ມທະວີການຮ່ວມມືຂອງພວກເຮົາໃນອັນທີ່ເປັນຄູ່ຮ່ວມມືທາງຍຸດທະສາດ,” ທ່ານ ຈອນ ເຄີບີ (John Kirby), ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ກ່າວໃນການຕອບຄຳຖາມຂອງວີໂອເອ ໃນກອງປະຊຸມສະຫຼຸບໂດຍຫຍໍ້ຂອງທຳນຽບຂາວໃນວັນອັງຄານວານນີ້.

ທ່ານເຄີບີ ກ່າວວ່າ ຄະນະລັດຖະບານ "ຕິດຕາມການນັບຄະແນນສຽງທີ່ກຳລັງດຳເນີນຢູ່ຢ່າງໃກ້ຊິດ" ເຊິ່ງສະແດງໃຫ້ເຫັນວ່າ ທ່ານ ປຣາໂບໂວ (Prabowo) ກຳລັງໄດ້ຮັບການນໍາໜ້າຫຼວງຫຼາຍ. ດ້ວຍ​ຄະ​ແນນ​ສຽງ​ເກືອບ 90% ທີ່ໄດ້ຖືກ​ນັບ​ແລ້ວ, ທ່ານ ປຣາໂບໂວ (Prabowo) ມີເຖິງ 59% ຂອງ​ຄະ​ແນນ​ສຽງຫຼາຍກວ່າ 150 ລ້ານສຽງ ​ໃນ​ການ​ເລືອກ​ຕັ້ງ​ ໃນ​ວັນ​ທີ 14 ກຸມພາ.

"ພວກເຮົາມີການຮ່ວມມືທີ່ດີເລີດກັບທ່ານ ຕັ້ງແຕ່ເວລາທີ່ທ່ານເປັນລັດຖະມົນຕີປ້ອງກັນປະເທດ, ແລະຖ້າທ່ານ ໄດ້ຮັບເລືອກໃນທີ່ສຸດ, ພວກເຮົາກໍຫວັງວ່າ ຈະໄດ້ສືບຕໍ່ການພົວພັນນັ້ນຕໍ່ໄປ," ທ່ານ ເຄີບີ ກ່າວ.

ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ ຈະບໍ່ອອກມາຈົນກວ່າທ້າຍເດືອນມີນາ, ແຕ່​ທ່ານ ປຣາໂບໂວ (Prabowo) ​ໄດ້​ຮັບ​ໄຊຊະນະ, ​ແລະ​ຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມຍິນດີ, ລວມທັງ​ຈີນ, ອອສເຕຣເລຍ, ອັງກິດ ​ແລະ ປະເທດອື່ນໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG