ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຮຸ້ນ ສຫລ ຕົກລາຄາ ຢ່າງໜັກ ໃນຂະນະທີ່ ດອກເບ້ຍ ຂອງ ພັນທະບັດ ຖີບໂຕຂຶ້ນ


ນັກຊ່ຽວຊານ ທ່ານ ເກຣກ ມາໂລນີ ເຮັດວຽກ ຢູ່ຊັ້ນຂອງ ຕະຫຼາດຮຸ້ນ New York Stock Exchange, ໃນນະຄອນ ນິວ ຢັອກ, ວັນທີ 23 ເມສາ 2018.
ນັກຊ່ຽວຊານ ທ່ານ ເກຣກ ມາໂລນີ ເຮັດວຽກ ຢູ່ຊັ້ນຂອງ ຕະຫຼາດຮຸ້ນ New York Stock Exchange, ໃນນະຄອນ ນິວ ຢັອກ, ວັນທີ 23 ເມສາ 2018.

ຮຸ້ນຢູ່ສະຫະລັດ ໄດ້ຕົກລາຄາຢ່າງໃຫຍ່ ໃນຕອນອັດຕະຫຼາດ ໃນວັນອັງຄານວານນີ້
ໃນຂະນະທີ່ອັດຕາດອກເບ້ຍທີ່ສຳຄັນ ຂອງພັນທະບັດ ລະຍະ 10 ປີ ຂອງລັດຖະບານ
ສະຫະລັດ ໄດ້ຖີບໂຕຂຶ້ນສູ່ລະດັບ 3 ເປີເຊັນເປັນເທື່ອທຳອິດ ໃນຮອບສີ່ປີກວ່າໆ.

ການຂຶ້ນອັດຕາດອກເບ້ຍຂອງພັນທະບັດທີ່ສຳຄັນດັ່ງກ່າວ ໄດ້ພາໃຫ້ມີຄວາມຢ້ານກົວ
ສູງຂຶ້ນຂອງບັນດາບໍລິສັດໃຫຍ່ໆ ທີ່ໄດ້ເຕືອນກ່ຽວກັບຕົ້ນທຶນໃນການປະຕິບັດງານ
ທີ່ ສູງຂຶ້ນ ທີ່ຈະຖືກສົ່ງຕໍ່ໄປໃຫ້ ຜູ້ບໍລິໂພກຈ່າຍນັ້ນ.

ພວກຊື້ຂາຍແມ່ນມີຄວາມເປັນຫ່ວງກ່ຽວກັບອັດຕາດອກເບ້ຍທີ່ສູງຂຶ້ນສຳລັບພັນທະບັດ
ລະຍະຍາວຂອງລັດຖະບານ ທີ່ອາດຈະຕິດຕາມມາ ລຸນຫລັງຈາກການຕົກລາຄາຂອງຮຸ້ນ.

ດັດຊະນີດາວໂຈນສ໌ ໄດ້ຕົກລາຄາ 1.7 ເປີເຊັນ ຄືຫຼາຍກວ່າ 400 ໂດລາໃນຕອນປິດ
ຕະຫຼາດ ເປັນ 24,024. ດັດຊະນີ S&P ຕົກລາຄາ 1.4 ເປີເຊັນ ແລະ ດັດຊະນີ
NASDAQ-100 ຕົກລາຄາຫຼາຍກວ່າ 2 ເປີເຊັນ.

ເສດຖະກິດຂອງສະຫະລັດ ຍັງສືບຕໍ່ມີຄວາມເຂັ້ມແຂງ ທັງໆທີ່ມີຮ່ອງຮອຍວ່າ
ການເຕີບໂຕ ໄດ້ຊັກຊ້າລົງໃນໄລຍະສາມເດືອນທຳອິດ. ກອງປະຊຸມຂອງຄະນະ
ກຳມະການໄດ້ປະກາດໃນວັນອັງຄານວານນີ້ວ່າ ດັດຊະນີຄວາມໜ້າເຊື່ອຖືຂອງ
ຜູ້ບໍລິໂພກ ໄດ້ຟື້ນໂຕຄືນໃນເດືອນເມສາ ແລະກະຊວງການຄ້າສະຫະລັດ ໄດ້
ປະກາດໂຕເລກການຂາຍເຮືອນໃໝ່ ສຳລັບເດືອນມິນາສູງກວ່າທີ່ຄາດຄະເນໄວ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG