ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຸ້ນດາວ ຟື້ນໂຕຄືນ ໂດຍມີລາຄາ ສູງຂຶ້ນ 330 ໂດລາ ໃນຕອນ ອັດຕະຫຼາດ


ທ່ານແຟຣງ ມາແຊລໂລ ກຳລັງເຮັດວຽກ ທີ່ຕະຫລາດຮຸ້ນ ໃນນະຄອນນິວຢອກ. (ວັນທີ 9 ກຸມພາ 2018)
ທ່ານແຟຣງ ມາແຊລໂລ ກຳລັງເຮັດວຽກ ທີ່ຕະຫລາດຮຸ້ນ ໃນນະຄອນນິວຢອກ. (ວັນທີ 9 ກຸມພາ 2018)

ການຊື້ຂາຍກັນໃນຕອນທ້າຍໆເຮັດໃຫ້ດັດຊະນີຮຸ້ນທີ່ສຳຄັນໆຂອງສະຫະລັດມີລາຄາ
ສູງຂຶ້ນ ໃນຕອນອັດຕະຫຼາດ ແຕ່ກໍບໍ່ສາມາດໃຫ້ກຳລັງໃຈຫຍັງຫຼາຍ ຫຼັງຈາກ ໄດ້ກາຍ
ເປັນອາທິດ ທີ່ຮຸ້ນໄດ້ຕົກລາຄາຮ້າຍແຮງສຸດ ໃນຮອບສອງປີ.

ດັດຊະນີຮຸ້ນ Dow Jones ມີລາຄາສູງຂຶ້ນ 330.44 ໂດລາ ຫຼື 1.4 ເປີເຊັນໃນວັນສຸກ
ວານນີ້ ແລະດັດຊະນີຮຸ້ນ Standard & Poors 500 ຂຶ້ນ 38.55 ໂດລາ ຫລື 1.5 ເປີ
ເຊັນ. ຮຸ້ນທັງສອງໄດ້ມີລາຄາຫລຸດລົງ ໃນການປັບຕົວປະມານ 10 ເປີເຊັນຫລືຫລາຍ
ກວ່ານັ້ນເປັນເທື່ອທຳອິດໃນຮອບສອງປີເມື່ອວັນພະຫັດຜ່ານມາຊຶ່ງເມື່ອໄວໆມານີ້ໄດ້
ມີລາຄາສູງຂຶ້ນ ເປັນປະຫວັດການ.

ຫລັງຈາກໄດ້ມີລາຄາຂຶ້ນໆລົງໆ ເປັນການໃຫຍ່ ໃນຕະຫຼອດອາທິດແລ້ວ ພວກນັກວິ ເຄາະສ່ວນໃຫຍ່ ກໍກ່າວວ່າ ຕົນຄາດວ່າຄວາມສາມາດທີ່ຈະເກີດການປ່ຽນແປງຢູ່ໃນ
ຕະຫລາດຮຸ້ນ ແມ່ນຍັງຈະດຳເນີນຕໍ່ໄປໃນອາທິດຈະມານີ້.

Experts: More Stock Volatility Ahead, but No Reason to Panic
please wait

No media source currently available

0:00 0:02:20 0:00

ດັດຊະນີຮຸ້ນທີ່ສຳຄັນໆຂອງໂລກ ໄດ້ມ້ວນທ້າຍການຊື້ຂາຍປະຈຳອາທິດໃນທາງລົບຊຶ່ງ
ໄດ້ເຮັດໃຫ້ມີການຂາຍຮຸ້ນອອກ ຢ່າງຫຼວງຫຼາຍ ຕະຫຼອດອາທິດ. ດັດຊະນີ CAC ຂອງ ຝຣັ່ງໄດ້ຕົກລາຄາ 1.2 ເປີເຊັນ ດັດຊະນີ FTSE 100 ຂອງອັງກິດ ໄດ້ຕົກລາຄາ ເຈັດ ສ່ວນສິບຂອງເປີເຊັນ ແລະດັດຊະນີ DAX ຂອງເຢຍຣະມັນ ໄດ້ຕົກລາຄາ 1.2 ເປີເຊັນ.

ສ່ວນດັດຊະນີຮຸ້ນທີ່ສຳຄັນໆຢູ່ເອເຊຍກໍໄດ້ຕົກລາຄາຢ່າງໃຫຍ່ ຄືດັດຊະນີປະສົມ

ຂອງນະຄອນຊຽງໄຮ້ ຕົກລາຄາ 4 ເປີເຊັນ ດັດຊະນີ Nikkei ຂອງຍີ່ປຸ່ນຕົກລາຄາ 2.3
ເປີເຊັນແລະດັດຊະນີ Hang Seng ຂອງຮົງກົງກໍຕົກລາຄາຫຼາຍກວ່າ 3 ເປີເຊັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG