ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ດອກໄມ້ຍັກ ທີ່ມີກິ່ນເໝັນ ບານແລ້ວ ຢູ່ສວນ ພຶກສາຊາດ (ວີດີໂອ/ສະໄລດ໌)


Tall, Stinky Plant is a Draw At US Botanic Garden
please wait

No media source currently available

0:00 0:02:08 0:00
ລິງໂດຍກົງ
ການ​ລໍຖ້າ​ມາເປັນ​ເວລາ​ດົນນານ​ຂອງ​ຜູ້​ມາ​ຢ້ຽມ​ຢາມ ທີ່​ຢາກດົມ
ກິ່ນ​ຂອງ​ດອກ​ໄມ້​ຍັກ ຊຶ່ງ​ມີ​ກິ່ນ​ແປກໆ​ຄື​ກັນ​ກັບສັດ​ຕາຍນັ້ນ ໃນ​ທີ່​
ສຸດ​ກໍ​ມາ​ເຖິງ​ແລ້ວ.

ດອກ​ Titan Arum ຊຶ່ງ​ເປັນ​ດ​ອກ​ໄມ້​ຍັກ​ທີ່​ເກີດ​ຢູ່​ໃນ​ປ່າຕຶບ​ຂອງ
​ເຂດ​ຮ້ອນ ​ໄດ້​ມີ​ຊື່​ແບບ​ບໍ່​ເປັນ​ທາງ​ການ​ວ່າ “ດອກ​ໄມ້ຊາກ​ສົບ” ​
ເພາະວ່າ​ມີ​ກິ່ນເໝັນ​ຫລາຍ ​ໃນ​ທີ່​ສຸດ​ ກໍໄດ້ເບັ່ງບານ​ ຢູ່​ທີ່ສວນພຶ​ກ
ສາ​ຊາດ ສະຫະລັດ ທີ່​ນະຄອນຫລວງ ວໍຊິງ​ຕັນ.

ບັນດາ​ເຈົ້າ​ໜ້າ​ທີ່ ຢູ່ສວນ​ພຶກສາ​ຊາດ ​ພາກັນ​ຄາດການວ່າ ​ດອກ​
ໄມ້​ດັ່ງກ່າວ​ຈະ​ບານ ມາ​ໄດ້​ກວ່າ​ນຶ່ງ​ອາທິດ​ແລ້ວແລະ​ໄດ້​ຕໍ່​ເວລາ
ການຢ້ຽມຢາມອອກ​ໄປ​ໃນ​ທຸກໆ​ຄືນ. ດອກ​ໄມ້ດັ່ງກ່າວ​ນີ້ ມີ​ຄວາມສູງ​ກວ່າ 2 ​ແມັດ.

ເຈົ້າ​ໜ້າ​ທີ່ ຢູ່ສວນ​ພຶກສາ​ຊາດ ຄາດ​ວ່າ ດອກ​ໄມ້​ຍັກ​ນີ້ ຈະ​ມີ “​ກິ່ນ​ເໝັນ​ທີ່ສຸດ”​ໃນຕອນ​ເຊົ້າວັນຈັນ ​ແລະ​ຈະ​ບານ​ຢູ່ ​ເປັນ​ເວລາ​ນຶ່ງ ຫລື​ສອງ​ມື້.

ດອກ​ໄມ້​ຍັກ​ Titan Arum ດັ່ງກ່າ​ວນີ້ ເປັ​ນພືດພັນ​ມາ​ຈາກປ່າຕຶບ​ເຂດ​ຮ້ອນ ຂອງ​ເກາະ Sumatra ປະ​ເທດອິນ​ໂດ​ເນ​ເຊຍ.

XS
SM
MD
LG