ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ນາງ ເພ​ໂລ​ຊີ ປະ​ກາດ​ວ່າ ສະ​ຫະ​ລັດ ຍັງ​ຄົງ ​ຕໍ່​ສູ້ຕ້ານ ພາ​ວະ​ໂລກ​ຮ້ອນ​ເອົ້າຢູ່


ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ຈາກ​ລັດ​ຄາ​ລີ​ຟໍ​ເນຍ ກຳ​ລັງ​ມາ​ຮອດກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຂອງ​ກອງ​ປະ​ຊຸມ​ ເຈ​ລະ​ຈາ ສຸດຍອດ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ຫຼື COP25 ໃນ​ນະ​ຄອນ​ຫລວງ ມາດ​ຣິດ ຂອງ​ສະ​ເປນ, ວັນ​ທີ 2 ທັນ​ວາ 2019.
ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ຈາກ​ລັດ​ຄາ​ລີ​ຟໍ​ເນຍ ກຳ​ລັງ​ມາ​ຮອດກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຂອງ​ກອງ​ປະ​ຊຸມ​ ເຈ​ລະ​ຈາ ສຸດຍອດ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ຫຼື COP25 ໃນ​ນະ​ຄອນ​ຫລວງ ມາດ​ຣິດ ຂອງ​ສະ​ເປນ, ວັນ​ທີ 2 ທັນ​ວາ 2019.

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ເວົ້າ​ວ່າ ສະ​ຫະ​ລັດ “ຍັງ​ຄົງ​ຢູ່” ໃນ​ການ​ຕໍ່​ສູ້​ກັບ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ເຖິງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຖອນ​ ສະ​ຫະ​ລັດ ອອກ​ຈາກ​ຂໍ້​ຕົກ​ລົງ ປາ​ຣີ ປີ 2015 ກໍ​ຕາມ.

ທ່ານ​ນາງ ເພ​ໂລ​ຊີ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ສະ​ພາບ​ອາ​ກາດ 10 ວັນ​ໃນ​ນະ​ຄອນຫຼວງ ມາດ​ຣິດ. ທ່ານ​ນາງ​ໄດ້​ເວົ້າ​ວ່າ ​ເຂົາ​ເຈົ້າ​ຢາກ​ສະ​ແດງ​ໃຫ້​ການ​ມີ​ໜ້າ​ຂອງ​ເຂົາ​ເຈົ້າ​ໝາຍ​ຄວາມ​ວ່າ ສະ​ຫະ​ລັດ ບໍ່​ໄດ້​ຫັນຫຼັງ​ໃຫ້​ໄພ​ຂົ່ມ​ຂູ່​ຄັ້ງ​ໃຫຍ່​ຕໍ່​ມວນ​ມະ​ນຸດນີ້.

ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ວ່າ ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ​ທີ່​ນຳ​ໜ້າ​ໂດຍ​ພັກ​ເດ​ໂມ​ແຄ​ຣັດຫຼາຍ​ທ່ານ ແມ່ນ​ກຳ​ລັງ​ເຮັດ​ວຽກ​ໃນ​ພາກ​ສ່ວນ​ຕ່າງ​ຫາກ​ຂອງ​ສິ່ງ​ທີ່​ຈະ​ເປັນ​ແຜນ​ການ ສະ​ພາບ​ອາ​ກາດ​ປ່ຽນ​ແປງ ທີ່ກວ້າງ​ຂວາງ.

ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ວ່າ “ແຜນ​ປະ​ຕິ​ບັດ​ການ​ສະ​ພາບ​ອາ​ກາດນີ້ ຈະ​ເປັນ​ໂອ​ກາດ​ພິ​ເສດ​ ເພື່ອ​ລົງ​ທຶນ​ໃນ​ເສດ​ຖະ​ກິດ​ພະ​ລັງ​ງານ​ສະ​ອາດ​ທີ່​ແທ້​ຈິງ.”

ທ່ານ ທ​ຣຳ ໄດ້​ເອີ້ນ​ພາ​ວະ​ໂລກ​ຮ້ອນ​ວ່າ ການຫຼອກ​ລວງ​ທີ່​ ຈີນ ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ ແລະ ໄດ້​ກ່າວ​ວ່າ​ຂໍ້​ຕົກ​ລົງ​ ປາ​ຣີ ປີ 2015 ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ ສະ​ຫະ​ລັດ.

ທ່ານ ທ​ຣຳ ໄດ້​ເລີ່ມ​ຖອນ ສະ​ຫະ​ລັດ ອອກ​ຈາກ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ທີ່​ຜ່ານ​ມາ, ເຊິ່ງເປັນ​ຂັ້ນ​ຕອນ​ທີ່​ຈະສິ້ນ​ສຸດ​ລົງ​ນຶ່ງວັນຫຼັງ​ຈາກ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ປີ 2020.

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຫຼາຍ​ຄົນ​ເວົ້າ​ວ່າ​ພວກ​ເພິ່ນ​ຈະ​ຕ່າວ​ປີ້ນ​ການ​ຖອນ​ຕົວ​ຂອງ​ທ່ານ ທ​ຣຳ ໃນ​ທັນ​ທີ​ທັນ​ໃດ ເວ​ລາ​ທີ່​ເພິ່ນ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ.

ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ເປີດ ກອງ​ປະ​ຊຸມ​ສຸດຍອດ​ໃນ​ວັນ​ຈັນ​ວານນີ້ ໂດຍ​ເວົ້າ​ວ່າ ໂລກບໍ່​ສາ​ມາດ​ລໍ​ຖ້າ​ອີກ​ຕໍ່​ໄປ​ແລ້ວ.

ທ່ານ​ໄດ້​ຖາມ​ວ່າ “ພວກ​ເຮົາ​ຢາກ​ຖື​ກ​ຈົດ​ຈຳ​ໃນ​ຖາ​ນະ​ທີ່​ເປັນ​ລຸ້ນ​ຄົນ​ທີ່​ສຸບ​ຫົວ​ຂອງ​ເຂົາ​ເຈົ້າ​ໃສ່​ໃນ​ດິນ​ຊາຍ, ເສຍ​ເວ​ລາ​ຖິ້ມ​ໃນ​ເວ​ລາ​ທີ່​ໂລກ​ກຳ​ລັງ​ຖືກ​ເຜົາ​ໄໝ້​ຢູ່​ບໍ?

ທ່ານ​ໄດ້​ເວົ້າ​ວ່າ​ຜູ້​ນຳ​ໂລກ​ທັງຫຼາຍ​ສາ​ມາດ​ເອົາ​ນຶ່ງ​ຈາກ​ສອງ​ເສັ້ນ​ທາງ, ເຊິ່ງ​ແມ່ນ “ເສັ້ນ​ທາງ​ແຫ່ງ​ການຍອມ​ຈຳ​ນົນ ທີ່​ພວກ​ເຮົາ​ຍ່າງ​ລະ​ເມີ​ຜ່ານ​ຈຸດ​ທີ່ບໍ່​ສາ​ມາດ​ນຳ​ກັບ​ຄືນ​ມາ ຫຼື “ເສັ້ນ​ທາງ​ແຫ່ງ​ຄວາມ​ຫວັງ ທີ່​ແກ້​ໄຂ​ບັນ​ຫາ​ແບບ​ຍືນ​ຍົງ.”

ອ່ານຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG