ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ທ່ານ Kerry ກ່າວວ່າ ສຫລ ຍັງມີອິດທິພົນ ໃນການຕໍ່ລອງ ຢູ່ ຊີເຣຍ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ວຽນນາ ປະເທດອອສເຕຣຍ. (27 ພຶດສະພາ 2026)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກຳລັງ​ຊອກ​ຫາ​ຊ່ອງ​ທາງ ເພື່ອ​ຈະ​ກຳຈັດ​ຄວາມ​ນຶກ​ຄິດ​ທີ່​ວ່າ ​ສະຫະລັດ​ໄດ້​ສູນ​ເສຍ​ອິດທິພົນ​ຂອງ​ຕົນ​ໄປ​ແລ້ວ​ໃນ ຄວາມ​ພະຍາຍາມ​ ເພື່ອ​ຮັບ​ມື​ກັບ​ອຳນາດ​ການ​ປົກຄອງຊີ​ເຣຍ ຍ້ອນ​ການ​ໂຈມ​ຕີ​ທາງ​ອາ ກາດ​ຂອງ​ຣັດ​ເຊຍ ທີ່​ແນໃສ່​ເພື່ອ​ຍຶດຄືນ​ເອົາ​ດິນແດນ​ຈາກ​ພວກ​ຕໍ່ຕ້ານ.

ທ່ານ Kerry ໄດ້ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ຕໍ່​ການ​ຖະ​ແຫຼ​ງຂ່າວຫລັງ​ຈາກ​ກອງປະຊຸມ ນາໆ​ຊາດ​ຂອງ​ກຸ່ມ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຊີ​ເຣຍທີ່​ເອີ້ນຫຍໍ້​ ISSG ວ່າ ສະຫະລັດ​ອາ ເມຣິກາ​ແມ່ນ​ມີ​ອິດ​ທິພົນ​ໃນ​ການ​ຕໍ່​ລອງ​ສະ​ເໝີ​.

ຮູບພາບທີ່ພິມເຜີຍແຜ່ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ທີ່ສະແດງໃຫ້ເຫັນ ປະຊາຊົນ ໄປໂຮມຊຸມນຸມກັນ ຢູ່ບ່ອນເກີດລະເບີດ ທີ່ບ້ານ Mukharam al-Fawkan ທາງກ້ຳຕາເວັນອອກ ຂອງເມືອງ Homs. (ວັນທີ 5 ພຶດສະພາ 2016)
ຮູບພາບທີ່ພິມເຜີຍແຜ່ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ທີ່ສະແດງໃຫ້ເຫັນ ປະຊາຊົນ ໄປໂຮມຊຸມນຸມກັນ ຢູ່ບ່ອນເກີດລະເບີດ ທີ່ບ້ານ Mukharam al-Fawkan ທາງກ້ຳຕາເວັນອອກ ຂອງເມືອງ Homs. (ວັນທີ 5 ພຶດສະພາ 2016)

ທ່ານ Kerry ປາກົດ​ວ່າ ບໍ່​ຄ່ອຍ​ພໍ​ໃຈ​ປານ​ໃດ​ກັບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ​ສະຫະລັດ​ສູນ​ເສຍ ຄວາມ​ສາມາດ ​ໃນ​ການ​ໃຊ້​ຄວາມ​ກົດດັນ ​ຕໍ່ອຳນາດການ​ປົກຄອງ​ຂອງ​ປະທາ​ນາ​ທິບໍ​ດີ Barshar al-Assad ​ເພື່ອ​ໃຫ້​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຕ່າງໆ ຮວມທັງ​ປະຕິບັດ​ໂດຍ​ເຕັມ ຕໍ່ຂໍ້​ຕົກລົງ​ຢຸດ​ຍິງ ​ໃຫ້ການ​ສະໜັບສະໜຸນ ​ຕໍ່​ການ​ເຈລະຈາ ​ໃນ​ການ​ໂອນ​ອຳນາດ​ທາງ​ການ​ເມືອງ ​ແລະ​ອະນຸຍາດ​ໃຫ້​ຈັດ​ສົ່ງ​ການ​ຊ່ອຍ​ເຫລືອ ທາງ​ດ້ານ​ມະ​ນຸດ​ສະ​ທຳ​ ໄປ​ຍັງ ເຂດທີ່​ຖືກ​ປິດ​ລ້ອມ​ຕ່າງໆ​ແບບ​ບໍ່​ມີ​ການ​ຈຳກັດ.

ທ່ານ Kerry ກ່າວ​ວ່າ ຖ້າ​ທ່ານ Assad ​ໄດ້​ບັນລຸ​ ການ​ສະຫຼຸບ​ທີ່​ວ່າ ​ບໍ່​ມີ​ແຜນ B ​ແລ້ວ ຫຼັງຈາກ​ນັ້ນ ທ່ານ​ກໍ​ຈະ​ສະຫລຸບ​ວ່າ ນັ້ນ​ແມ່ນ​ບໍ່​ມີ​ພື້ນຖານ​ໃດໆ​ທັງ​ໝົດບໍ່​ວ່າ​ແມ່ນ​ຫຍັງ​ ກໍຕາມ

ທ່ານ​ກ່າວ​ວ່າ ອິດ​ທິພົນ​ໃນ​ການ​ຕໍ່​ລອງ​ໃຫຍ່​ທີ່​ສຸດ ​ກໍ​ແມ່ນ​ຄວາມ​ຈິງ​ທີ່​ວ່າ​ທ່ານ Assad ​ແລະ​ພວກ​ສະໜັບສະໜຸນ ຈະ​ບໍ່​ສາມາດ​ຍຸຕິ​ສົງຄາມໃນ​ຊີ​ເຣຍ​ໄດ້ ຖ້າພວກ​ເຂົາ​ຫາກ​ບໍ່​ ຍອມ​ເຈລະຈາຕົກລົງ​ເພື່ອແກ້ໄຂ​ທາງ​ດ້ານ​ການ​ເມືອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syria Support Group Wrestles with Ending Syrian Conflict
please wait

No media source currently available

0:00 0:01:47 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG