ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເພີ້ມທະວີ ການຮຽກຮ້ອງ ໃຫ້ຈີນ ຢຸດເຊົາ ການປາບປາມ ຊາວວີເກີ້


US Again Calls for China to Stop Crackdown on Uighurs, Religious Groups
please wait

No media source currently available

0:00 0:02:06 0:00

ສະຫະລັດພວມຮຽກຮ້ອງໃຫ້ຈີນຢຸດເຊົາ ສິ່ງທີ່ຕົນເອີ້ນວ່າ ການເພີ້ມທະວີຂຶ້ນ ຂອງ
ການກົດຂີ່ໜີບເຕັງ ຄວາມເຊື່ອຖືຂອງປະຊາຊົນ ໂດຍການໃຫ້ຂໍ້ສັງເກດວ່າມີການ
ຄຸມຂັງຊາວມຸສລິມວີເກີ້ ນັບເປັນຫລາຍໆລ້ານຄົນ. ນັກຂ່າວດ້ານການທູດຂອງ
ວີໂອເອ ຊິນດີ ເຊນ ສົ່ງລາຍງານເລື້ອງນີ້ ມາຈາກກະຊວງການຕ່າງປະເທດ ດັ່ງສາລີ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະເທດຈີນພວມປະເຊີນໜ້າ ກັບການປະນາມຂອງນາໆຊາດ ຍ້ອນການກັກຂັງເປັນ
ໝູ່ ພວກຊົນຊາດວີເກີ້ ແລະການທັບມ້າງຕໍ່ຊາວທິເບດ ແລະປະຊາຊົນທີ່ນັບຖືສາສະ
ໜາຕ່າງໆ. ພວກວີເກີ້ແລະຊາວທິເບດ ໄດ້ຫາທາງມາ ເປັນເວລາຍາວນານ ຢາກໃຫ້
ຜູ້ຄົນຮູ້ຈັກ ກ່ຽວກັບຊະຕາກຳຂອງພວກເຂົາເຈົ້າ ອັນລວມທັງການປະທ້ວງຢູ່ໃນນະ
ຄອນເຈນິວາໃນທ້າຍປີກາຍນີ້ນຳ. ປະເທດຈີນໄດ້ປັດປ່າຍການຕ້ອງຕິດັ່ງກ່າວ ໂດຍ
ເວົ້າວ່າ ພວກວີເກີ້ “ພາກັນເຂົ້າໄປຢູ່ໃນສູນດັດສ້າງ” ເພື່ອ ການຢຸດຢັ້ງບໍ່ໃຫ້ເຜີຍແຜ່
ສາສະໜາທີ່ແຮງຈັດເກີນໄປ ທັງກໍໃຫ້ເກີດການໂຈມຕີແບບກໍ່ການຮ້າຍນຳຢູ່ເຂດ ຊິນ
ຈຽງທີ່ປົກຄອງຕົນເອງ ທີ່ຊາວມຸສລິມເປັນປະຊາຊົນສ່ວນໃຫຍ່ນັ້ນ.

ທ່ານ ໂອເມຍ ເບກາລີ ກ່າວວ່າ ລາວໄດ້ລອດພົ້ນມາຈາກອັນທີ່ເອີ້ນວ່າ ສູນດັດສ້າງວີ
ເກີ້ນັ້ນ ກ່ອນທີ່ລາວຈະໄດ້ຫລົບໜີໄປປະເທດເທີກີເມື່ອປີກາຍນີ້. ລາວເວົ້າວ່າຈຸດປະສົງ
ອັນດຽວຂອງສູນດັ່ງກ່າວກໍຄື ປົດເປື້ອງລາວອອກຈາກການເປັນຜູ້ນັບຖືສາສະໜາຂອງ
ລາວ ແລະອາຊະຍາກຳອັນດຽວຂອງລາວກໍຄືການເປັນມຸສລິມເທົ້ານັ້ນ. ລາວເວົ້າວ່າ​: “ການຈົ່ງໜວດຈົ່ງເຄົາ ກໍພໍແລ້ວ ການໄປນົບໄປໄຫວ້ ໃນວັນສຸກ ກໍແມ່ນພໍຄືກັນການ
ເລົ່າການຈົ່ມ ຄຳສູດ ສຳລັບການສົ່ງສະການ ກໍແມ່ນພໍ ແລະການເວົ້າອອກມາວ່າ “ສາ
ລຳ ອາເລກຸມ” ກໍແມ່ນພໍ ການເອີ້ນຊື່ວ່າ ໂມຮຳມັດ ກໍພໍ. ທຸກສິ່ງທຸກຢ່າງກໍສາມາດເປັນ
ເຫດຜົນໄດ້ທັງນັ້ນ.”

ທ່ານ ແຊມ ບຣາວນແບັກ ທູດພິເສດດ້ານເສລີພາບທາງສາສະໜາຂອງ ສະຫະລັດ
ກ່າວວ່າ ວັດຕ່າງໆຂອງສາສະໜາຄຣິສຕຽນແມ່ນໄດ້ຖືກທຳລາຍແລະສິດທິ ດ້ານສາ
ສະນາ ຂອງປະຊາຊົນ ແມ່ນໄດ້ຖືກລະເມີດ. ທ່ານ ແຊມ ບຣາວນ໌ແບັກເວົ້າວ່າ: “ປະ
ເທດຈີນພວມເຮັດສົງຄາມກັບຄວາມເຊື່ອຖື ແຕ່ມັນກໍເປັນສົງຄາມທີ່ພວກເຂົາຈະບໍ່ຊະ
ນະ. ປາກົດວ່າ ພັກຄອມມິວນິສຈີນ ບໍ່ມີຄວາມເຊື່ອຖືຕໍ່ປະຊາຊົນຂອງຕົນເອງ ບໍ່ປ່ອຍ
ໃຫ້ເຂົາເຈົ້າເລືອກເອົາຫົນທາງເດີນ ຕາມຈິດວິນຍານຂອງເຂົາເຈົ້າເອງ ນັບເປັນນຶ່ງ
ພັນລ້ານຄົນ.

ທ່ານ ບຣາວນແບັກ ກ່າວວ່າການກົດຂີ່ຂົ່ມເຫັງດັ່ງກ່າວຍິ່ງຮ້າຍແຮງຫລາຍຂຶ້ນນັບຕັ້ງ
ແຕ່ພັກຄອມມິວນິສຈີນ ໄດ້ເຂົ້າຄວບຄຸມບັນຫາດ້ານສາສະໜາເປັນຕົ້ນມາ.

ທ່ານ ໄມກ໌ ພອມພຽວ ລັດຖະມົນຕີຕ່າງປະເທດກໍເຫັນດີນຳ ໂດຍກ່າວວ່າ: “ເລື້ອງນີ້ ຂ້າພະເຈົ້າຄິດວ່າ ພວກເຮົາໃຊ້ຄວາມເວົ້າຂອງໂລກ ການປະຕິບັດຜິດຕໍ່ສິດທິມະນຸດ
ຢ່າງເປັນປະຫວັດການ ແລະພວກເຮົາກໍພວມທຳງານ ເພື່ອໃຫ້ຊາວຈີນເຊື່ອວ່າ ການ
ປະພຶດປະຕິບັດດັ່ງກ່າວ ແມ່ນເປັນເລື້ອງໜ້າຜາງໜ່າຍ ແລະຈະຕ້ອງຢຸດເຊົາ.”

ໄດ້ມີວີດິໂອກ່ຽວກັບພວກວີເກີ້ແລະພວກປະທ້ວງຊາວທິເບດຫຼາຍອີກ ທີ່ພາກັນຖື
ປ້າຍຮູບພາບແລະສະມາຊິກຂອງຄອບຄົວພວກເຂົາເຈົ້າ.

ສຳລັບພວກວີເກີ້ແລະຊາວທິເບດທີ່ໄດ້ພັດພາກຈາກຄອບຄົວຂອງເຂົາເຈົ້າແລ້ວກໍ
ແມ່ນວ່າ ຄວາມກົດດັນທີ່ມີເພີ້ມຂຶ້ນໃສ່ປະເທດຈີນ ແມ່ນບໍ່ມີຂຶ້ນໄວພໍ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG