ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ ຟ້ອງຮ້ອງລັດຖະບານ ປະທານາທິບໍດີ ທຣໍາ ກ່ຽວກັບການເຮັດ ປືນປລາສຕິກ ດ້ວຍຕົນເອງ


ຮູບປືນສັ້ນທີ່ເຫັນວາງຢູ່ໃກ້ກັບ ຈັກພິມສາມມິຕິ ອັນທີ່ເປັນພາກສ່ວນປະກອບ ຂຶ້ນມາ ໃນວັນທີ 11 ກໍລະກົດ 2013.
ຮູບປືນສັ້ນທີ່ເຫັນວາງຢູ່ໃກ້ກັບ ຈັກພິມສາມມິຕິ ອັນທີ່ເປັນພາກສ່ວນປະກອບ ຂຶ້ນມາ ໃນວັນທີ 11 ກໍລະກົດ 2013.

ຜູ້​ພິ​ພາກ​ສາ​ສານ​ລັດຖະບານ​ກາງຄົນ​ນຶ່ງ​ໄດ້​ກີດ​ກັ້ນ​ບໍລິສັດ​ແຫ່ງ​ນຶ່ງ​ໃນ​ລັດ​ເທັກ​ຊັສ ບໍ່
ໃຫ້ພິມ​ຄຳແນະນຳ​ໃນການ​ເຮັດ​ປືນປລາສຕິກ​ສາມມິຕິຢູ່ບ້ານເຮືອນອອກມາເຜີຍແພ່.

ຜູ້​ພິພາກສາ​ ທ່ານ​ໂຣ​ເບີດ ລາສນິກ​ ​ໄດ້​ອອກຄຳ​ສັ່ງ​ຫ້າມຈາກ​ນະຄອນ​ຊີແ​ອ​ເຕີນ ບໍ່​ເທົ່າ
​ໃດ​ຊົ່ວ​ໂມງກ່ອນ​ຜູ້​ເປັນ​ປາກ​ສຽງ​ສິດທິ​ຖືປືນ ທ່ານ​ໂຄ​ດີ ວິລສັນ ຈະວາງແບບແຜນການ
​ເຮັດປືນ​ອອກມາທາງ​ອິນ​ເຕີ​ແນັດ.

ທ່ານຜູ້​ພິພາກສາ​ຂຽນ​ວ່າ “ມີ​ໂອ​ກາດ​ທີ່​ຈະ​ເປັນ​ໄພ​ໄປຕະຫຼອດທີ່​ຈະລົບລ້າງ​ບໍ່​ໄດ້ ​ທີ່
ພວກປືນ​ເຫລົ່ານີ້ຈະ​ສາມາດ​ເຮັດ​ອອກມາໄດ້.”

ບັນດາ​ລັດຖະມົນຕີ​ຍຸຕິ​ທຳ​ຈາກ​ເກົ້າ​ລັດ ​ແລະ​ວໍ​ຊິງ​ຕັນ​ ດີ.ຊີ ​ໄດ້​ຍື່ນ​ຄຳ​ຟ້ອງ​ຮ້ອງ​ຢູ່​ນະ
ຄອນຊີ​ແອເຕີນ​ຕ້ານ​ລັດຖະບານ​ທ່ານ​ທຣໍາ ​ເພື່ອ​ຫັກຫ້າມ​ແຜນການ​ພະລິດ​ປືນ​ ບໍ່ໃຫ້
ນຳອອກ​ເຜີ​ຍແຜ່.

​ເຂົາ​ເຈົ້າ​ກ່າວ​ວ່າການ​ປະກອບ​ໃສ່​ລູກປືນ ບໍ່​ໄດ້​ມີການລົງ​ຖະບຽນ ​ແລະ​ຍາກ​ທີ່​ຈະ​ຈັບ
ໄດ້ ​ແລະ​ອາດ​ຈະ​ມີ​ໄວ້​ໃຫ້​ແກ່​ທຸກ​ຄົນ​ ໂດຍບໍ່ເລືອກ​ອາຍຸ ສະພາບ​ຈິດ​ໃຈ ຫຼື​ປະວັດການ​
ກະທຳ​ຜິດ.

ແຜນຜັງການ​ເຮັດ​ທີ່​ສ້າງ​ຂຶ້ນ​ໂດຍ​ບໍລິສັດ ຫ້າມບໍ່ໃຫ້ເຜີຍ​ແຜ່ ຈະ​ອະນຸ​ໃຫ້​ທຸກ​ຄົນ​ທີ່​ມີ​
ເຄື່ອງພິມ​ສາມ​ມິ​ຕິ ໃຫ້​ເຮັດ​ພາກສ່ວນຂອງ​ປືນ​ປລາສຕິກ ຊຶ່ງຈະມີ​ການ​ໃຊ້​ຈ່າຍ​ພຽງ​ບໍ່​
ເທົ່າ​ໃດ​ຮ້ອຍ​ໂດ​ລາເທົ່ານັ້ນ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ໄດ້​ສັ່ງໃຫ້​ທ່ານ​ໂຄ​ດີ ວິລສັນ​ຢຸດເຊົາ​ການ​ເຜີຍ​ແຜ່ແຜນ
ຜັງ ​ໂດຍ​ໂຕ້​ແຍ້ງ​ວ່າ​ ຝ່າຝືນ​ກົດໝາຍ​ສິນຄ້າ​ອອກ​ຂອງສະຫະລັດ.

ທ່ານ​ວີລ​ສັນ ​ໄດ້​ຟ້ອງ​ຮ້ອງ​ ກ່າວ​ຫາ​ການ​ຫ້າມວ່າ​ເປັນ​ຝ່າຝືນ​ສິດທິ​ລັດຖະທໍາ​ມະນູນ
ຂອງ​ທ່ານ. ລັດຖະບານ​ປະທານາທິບໍດີ​ທຣໍາ ​ໄດ້​ຕ່າວ​ປິ້ນຕົນ​ເອງ ​ແລະ​ກ່າວ​ວ່າ ທ່ານ​
ວິລສັນ ອາດ​ສາມາດ​ອີກ​ຄັ້ງ​ນຶ່ງ​ເລີ້ມເຜີຍ​ແຜ່ແບບ​ແຜນປືນ ​ເລີ້​ມ​ໃນ​ວັນ​ພຸດ​ມື້ນີ້. ກາ​ນ
ຕັດສິນ​ໃຈ​ດັ່ງກ່າວ​ບັດ​ນີ້​ໄດ້​ຖືກ​ໂຈະ​ໄວ້.

​ແຕ່​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ວ່າ ມີ​ຫຼາຍ​ຄົນ​ເທົ່າ​ໃດ​ທີ່​ໄດ້​ຮັບ​ສຳ​ເນົາ​ແບບ​ແຜນ ກ່ອນ​ກະຊວງ​
ໄດ້​ສັ່ງ​ໃຫ້​ທ່ານ​ວິລສັນ​ຢຸດ​ເຊົາ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG