ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງການຕ່າງປະເທດ ສະຫະລັດ ສ້າງຕັ້ງຄະນະປະຕິບັດງານພິເສດ ເພື່ອຮັບມືກັບວິກິດການ ຢູ່ໃນຊູດານ


ຮູບຖ່າຍດາວທຽມຈາກ Planet Labs PBC ນີ້ ສະແດງໃຫ້ເຫັນໄຟໄໝ້ ແລະ ຮ້ານຂາຍເຄື່ອງໃນຕະຫຼາດທີ່ຖືກທຳລາຍໃນເຂດການຄ້າທາງພາກເໜືອຂອງນະຄອນຄາທູມ ປະເທດຊູດານ ວັນທີ 18 ເມສາ 2023
ຮູບຖ່າຍດາວທຽມຈາກ Planet Labs PBC ນີ້ ສະແດງໃຫ້ເຫັນໄຟໄໝ້ ແລະ ຮ້ານຂາຍເຄື່ອງໃນຕະຫຼາດທີ່ຖືກທຳລາຍໃນເຂດການຄ້າທາງພາກເໜືອຂອງນະຄອນຄາທູມ ປະເທດຊູດານ ວັນທີ 18 ເມສາ 2023

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ສ້າງ​ຕັ້ງຄະນະປະຕິບັດງານ​ພິ​ເສດ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ຢູ່ໃນ​ຊູ​ດານ, ອີງ​ຕາມໂຄ​ສົກການຕ່າງປະເທດທີ່​ໄດ້​ຢືນ​ຢັນ​ຕໍ່ ວີໂອເອ ໃນ​ວັນ​ພຸດ​ວານນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ​ຍັງໄດ້ກ່າວ​ວ່າ ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສ້າງ​ຕັ້ງ​ຄະນະ​ສະ​ເພາະ​ກິດ ດ້ານ​ຄວາມຂັດແຍ້ງທາງ​ທະຫານ​ຂອງ​ຊູ​ດານ ​ເພື່ອ​ກວດກາ​ເບິ່ງ​ການ​ວາງ​ແຜນ, ການ​ຄຸ້ມ​ຄອງ ​ແລະ ການ​ຂົນ​ສົ່ງ​ຂອງ​ກະຊວງ ທີ່​ຕິດພັນກັບ​ເຫດການ​ຕ່າງໆ​ຢູ່​ໃນຊູດານ.

“ສະຫະລັດປະນາມຢ່າງ​ແຮງ ຕໍ່ຄວາມຮຸນແຮງທີ່ຮ້າຍແຮງທີ່ສຸດ ລະຫວ່າງກອງ ກຳລັງປະກອບ ອາວຸດຊູດານ ຫລື SAF ແລະກອງກຳລັງທະຫານກອງໜູນ ເຄື່ອນຕົວ​ຢ່າງ​ວ່ອງໄວ ຫລື RSF. ການສູ້ລົບກັນຢ່າງຕໍ່ເນື່ອງລະຫວ່າງກອງ ກຳລັງ SAF ແລະກຳລັງທະຫານ RSF ເປັນ​ໄພຂົ່ມຂູ່ຄວາມໝັ້ນຄົງ ແລະ ຄວາມປອດໄພຂອງພົນລະເຮືອນຊູດານ ແລະທໍາລາຍຄວາມພະຍາຍາມ ໃນການຟື້ນຟູ ການປ່ຽນຜ່ານໄປສູ່ລະບອບປະຊາທິປະໄຕຂອງຊູດານ."

ການ​ປະ​ທະ​ກັນ​ທີ່​ເມືອງຄາຣ໌ທູມ (Khartoum) ໄດ້​ເກີດ​ຂຶ້ນ​ໃນ​ວັນ​ເສົາຜ່ານ​ມາ​ ລະຫວ່າງ​ ​ສະມາຊິກກອງ​ກຳລັງປະກອບ​ອາວຸດ​ຊູ​ດານ ​ແລະ​ກຳລັງທະຫານກອງໜູນເຄື່ອນຕົວ​ຢ່າງວ່ອງໄວ ​ແລະ​ໄດ້​ແຜ່​ລາມເຂົ້າ​ໄປ​ໃນ​ປະ​ເທດ​ຕື່ມ​ອີກ, ໂດຍມີ​ລາຍ​ງານ​ວ່າ ​ໄດ້​ເຮັດ​ໃຫ້​ມີຜູ້ເສຍຊີວິດ ແລະ ບາດເຈັບຫລາຍ​ຮ້ອຍ​ຄົນ.

ຜູ້ນຳຂອງກຸ່ມຄູ່ສັດ​ຕູ​ກັນຄື ຫົວໜ້າ ກອງກຳລັງປະກອບອາວຸ SAF ນາຍພົນ ອັບແດລ-ແຟດຕາ ເບີຮານ (Abdel-Fattah Burhan) ແລະ ຫົວໜ້າກອງກຳລັງທະຫານກອງໜູນ RSF ນາຍພົນ ໂມຮາມເມັດ ແຮມດານ ດາກາໂລ (Mohammed Hamdan Dagalo), ທີ່ຮູ້ຈັກກັນໃນຊື່ ເຮເມັດຕີ (Hemedti) ໄດ້ຮ່ວມມືກັນກໍ່ລັດຖະປະຫານໃນປີ 2021 ເຊິ່ງເຮັດໃຫ້ປະເທດໄປສູ່ ການປົກຄອງຂອງທະຫານ.

ທັງ​ສອງ​ທ່ານ​ໄດ້​ຫັນ​ໜ້າສູ້​ກັນ​ ທ່າມກາງ​ຄວາມຂັດແຍ່ງ​ກ່ຽວ​ກັບ​ການ​ແບ່ງ​ປັນ​ອຳນາດ​ໃນ​ລັດຖະບານ​ໃໝ່.

ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ​ກ່າວ​ຕໍ່​ວີ​ໂອ​ເອ ໃນ​ຕອນ​ແລງ​ວັນ​ອັງ​ຄານ​ທີ່ຜ່ານມາວ່າ ພວກ​ເຂົາ​ເຈົ້າ​ບໍ່​ຮູ້​ຈັກ​ເຖິງ​ການ​ເສຍ​ຊີ​ວິດ ຫຼື​ບາດ​ເຈັບ​ຂອງ​ພົນ​ລະ​ເມືອງ​ສະຫະລັດ​ຄົນ​ໃດ​ໃນ​ຊູ​ດານ​ໃນ​ເວ​ລາ​ນີ້.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG