ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກະຊວງຕ່າງປະເທດ ສຫລ ອອກຄຳເຕືອນ ກ່ຽວກັບ ການເດີນທາງ ຢູ່ພາກເໜືອລາວ


ແຜນທີ່ຫ້າມການເດີນທາງຂອງສະຖານທູດ ຢູ່ໃນ ສປປ ລາວ.
ແຜນທີ່ຫ້າມການເດີນທາງຂອງສະຖານທູດ ຢູ່ໃນ ສປປ ລາວ.

ກະ​ຊວງ​ຕ່າງ​ປະ​ເທດສະ​ຫະ​ລັດ ເຕືອນ​ປະຊາຊົນ​ອາ​ເມ​ຣິ​ກັນກ່ຽວ​ກັບ​ການ​ຍິ​ງ​ໂຈມ​ຕີ​ລົດ ​ທີ່​ເດີນ​ທາງ​ຢູ່​ເທິງ​ “ເສັ້ນ​ທາ​ງ​ໃໝ່”ທາງ​ພາກ​ຕາ​ເວັນຕົກສຽງ​ເໜືອ ຂອງເມືອງ​ກາ​ສີ ​ໃນ​ແຂ​ວງ ຫລວງ​ພະ​ບາງ ປະ​ມານ 9:00 ​ແລງຂອງວັນ​ທີ 23 ມີ​ນາທີ່​ຜ່ານ​ມາ. ລົດ​ບັ​ສ​ຮັບ​ເໝົາ​ຄັນ​ໜຶ່ງ ແລະ​ລົດ​ກະ​ບະ ຕ່າງ​ກໍ​ໄດ້​ຖືກ​ຍິງ​ດ້ວຍ​ ​ປືນ​ອັນ​ຕະ​ໂນ​ມັດ ຢູ່​ໃນ​ເສັ້ນ​ທາງ​ເດີນທີ່ມີ​ການ​ສັນຈອນ​ໄປມາ​ຢ່າງ​ໜາ​ແໜ້ນ ລະ​ຫວ່າງ​ເມືອງ​ຫລວງ​ພະ​ບາງ ແລະ​ເມືອງວັງ​ວຽງ ຊຶ່ງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ມີຄົນນິ​ຍົມໄປ​ທ່ຽວ​ຫຼາຍທີ່​ສຸດ​ຂອງ​ລາວ.ມີ​ຜູ້ເສຍ​ຊີ​ວິດຄົນ​ໜຶ່ງ ແລະ​ອີກ​ຫົກ​ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເນື່ອງ​ຈາກເຫດ​ຮ້າຍ​ດັ່ງ​ກ່າວ ສະ​ຖານ​ທູດສະ​ຫະ​ລັດຈຶ່ງໄດ້​ຫ້າມບໍ່​ໃຫ້ບັນ​ດາ​ເຈົ້າໜ້າ​ທີ່​ພະ​ ນັກ​ງານ​ສະ​ຖານ​ທູດ ​ໃຊ້ “ຖະ​ໜົນ​ໃ​ໝ່” ລະ​ຫວ່າງທາງ​ແບ່ງເມືອງ​ກາ​ສີ ແລະ​ທາງ​ເລກ​ 4​. ທັງ​ສອງ​ເສັ້ນທາງ​ນີ້​ເຊື່ອ​ມຕໍ່ລະຫວ່າງເມື​ອງຫຼວງ​ພະ​ບາງ ແ​ລະເມືອງວັງ​ວຽງ ບັດ​ນີ້​ໄດ້​ຖືກ ​ຫ້າມ​ເດີນ​ທາງໂດຍສະ​ຖານ​ທູດ.

ການ​ເຕືອນກ່ຽວ​ກັບ​ການເດີນ​ທາງຄັ້ງ​ນີ້ ​ໄດ້ໃຊ້​ແທນການ​ເຕືອນເມື່ອ​ວັນ​ທີ 7 ມີ​ນາ​ປີ 2016 ຊຶ່ງ​ເປັນການ​ເຕືອນ​ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງໃນ​ການ​ເດີນທາງ​ຕາມ ຖະໜົນ​ເລກ 13 ແລະ ແຂວງໄຊ​ສົມ​ບູນ ແລະຈະ​ໝົດ​ກຳ​ນົດ​ລົງໃນ​ວັນທີ 30 ມິຖຸນາ ຈະ​ມາ​ເຖິງ​ນີ້.

ທາງສະ​ຖານ​ທູດ​ໄດ້​ຫ້າມບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ເດີ​ນ​ທາງໄປ​ຕາມ​ຖະ​ໜົ​ນ​ເລກ​ 13 ຈາກ ​ຫຼັກກິ​ໂລ ແມັດ​ທີ 220 ເໜືອ​ເມືອງ​ກາ​ສີ​ ​ຢູ່​ໃນ​ແຂວງວຽງ​ຈັນ ໄປ​ຫາ​ກິ​ໂລ​ແມັດທີ 270 ທີ່ທາງ​ແບ່ງພູ ຄູນ​ ​ໃນ​ແຂວງ​ຫລວງ​ພະ​ບາງຫລັງ​ຈາກ​ມີ​ການ​ໂຈມ​ຕີ​ ​ລົດທີ່​ຄ້າຍ​ຄື​ກັນ ຫວ່າງ​ບໍ່​ເທົ່າ​ໃດ​ອາ​ ທິດ​ທີ່​ຜ່ານ​ມາ​ນີ້. ​ສ​ະ​ຖານ​ທູດຍັງ​ໄດ້​ຫ້າມບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ເດີນ​ທາງ​ໄປ​ແຂວງ​ໄຊ​ສົມ​ບູນທັງ​ ໝົດ ເພາະ​ວ່າຢ້ານ​ເກີດ​ຄວາມ​ຮຸນ​ແຮງ​ທີ່ຄາດ​ບໍ່​ເຖິງຢູ່​ໃນ​ຂົງ​ເຂດ ແລະ​ການ​ຂາດລາຍ​ລະ​ ອຽດ ຂອງ​ທາງ​ການ ກ່ຽວ​ກັບຄວາມເປັນ​ໄປ​ໄດ້​ຂອງ​ສາ​ເຫດ ຫລື ການ​ຮັບ​ມືຂອງ​ລັດ​ຖະ ​ບານ​ລາວ.

​ສະ​ຖານ​ທູດ​ຍັງສືບ​ຕໍ່​ອະ​ນຸ​ຍາດ​ພະ​ນັກ​ງານ​ຂອ​ງ​ຕົນເດີນ​ທາງ​ລະ​ຫວ່າງ ນະ​ຄ​ອນຫລວງ ວຽງ​ຈັນ ແລະເມືອງ​ວັງ​ວຽງ ຕາມ​ເສັ້ນ​ທາງເລກທີ 13 ແລະ​ເດີນ​ທາງ​ໄປ​ຫາ​ເມືອງ​ຫລວງ​ ພະ​ບາງ ​ໂດຍທາງ​ເຮືອ​ບິນ. ການ​ເດີນ​ທາງໂດຍ​ທາງ​ລົດຈາກ​ເມືອງ​ຫລວງ​ພະ​ບາງ ຂຶ້ນ​ ໄປ​ທາງ​ເໜືອ ຍັງ​ບໍ່​ທັນ​ເປັນ​ຜົນ​ກະ​ທົບຈາກ​ການ​ຫ້າມ​ເຫລົ່າ​ນີ້. ​ແນວ​ໃດ​ກໍ​ຕາມ ຊາວ​ອາ ເມ​ຣິ​ກັນ​ທີ່​ເດີນ​ທາງ​ໄປຫລືພຳນັກ​ຢູ່​ໃນ​ປ​ະ​ເທດ​ລາວ ​ຄວ​ນມີ​ຄວາມ​ລະ​ມັດ​ລະ​ວັງຕື່ນ​ຕົວ ກ່ຽວ​ກັບ​ຄວາມ​ປອດ​ໄພ ຂອງ​ເຂົາ​ເຈົ້າ ແລະ​ໃຫ້​ຕິດຕາມ​ຂ່າວ​ການ​ເຄື່ອນ​ໄຫວ ​ກ່ຽວ​ກັບ ​ຄວາມ​ປອດ​ໄພ​ຢູ່​ໃນ​ເຂດທ້ອງ​ຖິ່ນ.

XS
SM
MD
LG