ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາ​ນ​ຢ້ຽມ​ຢາມ ມົ​ສ​ກູ ​ຂອງ​ທ່ານ ສີ ຊີ້​ໃຫ້​ເຫັນ​ວ່າ ຈີນ ບໍ່​ຄິດ​ວ່າ ມົ​ສ​ກູຄວນ​ຖືກ​ລົງ​ໂທ​ດ​ສຳ​ລັບ​ອາ​ຊະ​ຍາ​ກຳ​ສົງ​ຄາມ ໃນ​ຢູ​ເຄ​ຣນ


ສະ​ມາ​ຊິກ​ກຸ່ມ​ນັກ​ສັນ​ລະ​ສູດ​ສົບ ຫາມ​ຖົງ​ຢາງ​ດ້ວຍ​ສົ​ບ​ຜູ້​ເສຍ​ຊີ​ວິດ​ຢູ່​ທາງ​ໃນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຂຸດ​ຂຸມ​ຝັງ​ສົບ​ລວມ​ໝູ່​ໃນ​ເມືອງ ໄລ​ແມ​ນ, ຢູ​ເຄ​ຣນ, 11 ຕຸ​ລາ 2022.
ສະ​ມາ​ຊິກ​ກຸ່ມ​ນັກ​ສັນ​ລະ​ສູດ​ສົບ ຫາມ​ຖົງ​ຢາງ​ດ້ວຍ​ສົ​ບ​ຜູ້​ເສຍ​ຊີ​ວິດ​ຢູ່​ທາງ​ໃນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຂຸດ​ຂຸມ​ຝັງ​ສົບ​ລວມ​ໝູ່​ໃນ​ເມືອງ ໄລ​ແມ​ນ, ຢູ​ເຄ​ຣນ, 11 ຕຸ​ລາ 2022.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ການ​ຢ້ຽມ​ຢາມ​ມົ​ສ​ກູ ຂອງປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໃນ​ອາ​ທິດນີ້​ຊີ້​ໃຫ້​ເຫັນ​ວ່າ ຈີນ ບໍ່​ໄດ້​ຄິດ​ວ່າວັງ​ເຄ​ຣັ​ມ​ລິນ ຄວນ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ສຳ​ລັບ “ອາ​ຊະ​ຍາ​ກຳ​ສົງ​ຄາມ ແລະ ຄວາມ​ໂຫດ​ຮ້າຍ​ອື່ນໆ” ທີ່​ກະ​ທຳ​ໂດຍກອງ​ທັບ ຣັດ​ເຊຍ ໃນ ຢູ​ເຄ​ຣນ ທີ່​ຖືກ​ບັນ​ທຶກ​ໃນ​ລາຍ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ບັບ​ນຶ່ງ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຂອງ​ປະ​ເທດປີ 2022 ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ໃນ​ວັນ​ຈັນ​ວານນີ້, ເຊິ່ງ​ໄດ້​ອ້າງ​ເຖິງ “​ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື ກ່ຽວ​ກັບການ​ປະ​ຫານ​ຊີ​ວິດແບບ​ຮວບ​ຮັດ​ຕັດ​ຕອນ, ການ​ທໍ​ລະ​ມານ, ການ​ຂົ່ມ​ຂືນ, ການ​ໂຈມ​ຕີ​ຢ່າງບໍ່​ຈຳ​ແນກ ແລະ ການ​ໂຈມ​ຕີ​ທີ່​ຕັ້ງ​ໃຈ​ແນ​ເປົ້າ​ໃສ່​ພົນ​ລະ​ເຮືອນ ແລະ ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ​ໂດຍກອງ​ກຳ​ລັງ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ, ​ເຊິ່ງທັງ​ໝົດ​ນັ້ນ​ແມ່ນ​ເທົ່າ​ກັບ​ອາ​ຊະ​ຍາ​ກຳ​ສົງ​ຄາມ.”

ລາຍ​ງານ​ດັ່ງ​ກ່າວ​ເວົ້າ​ວ່າ ອາ​ຊະ​ຍາ​ກຳ​ຕ່າງໆ​ໄດ້​ເກີດ​ຂຶ້ນ​ລຸນ​ລັງ​ການ​ບຸກ​ລຸກ ຢູ​ເຄ​ຣນ ຢ່າງ​ເຕັມ​ອັດ​ຕາມ​ຂອງ ມົ​ສ​ກູ ໃນ​ວັນ​ທີ 24 ກຸມ​ພາ 2022.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເມື່ອ​ວັນ​ຈັນ​ວານນີ້​ວ່າ “ແທນ​ທີ່​ຈະ​ກ່າວ​ປະ​ນາມກອ​ງ​ກຳ​ລັງ ຣັດ​ເຊຍ, ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຈະ​ສະ​ໜອງ​ການ​ປົກ​ປ້ອງ​ທາງ​ການ​ທູດ​ໃຫ້ ຣັດ​ເຊຍ ເພື່ອ​ສືບ​ຕໍ່​ກໍ່ອາ​ຊະ​ຍາ​ກຳ​ທີ່​ວ່າ​ນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG