ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ ລັດທິກໍ່ການຮ້າຍ “ຍັງຄົງເປັນໄພຂົ່ມຂູ່ ທີ່ແຜ່ຫຼາຍໃນທົ່ວໂລກ”


ເຈົ້າໜ້າທີ່ປາບປາມລັດທິກໍ່ການຮ້າຍ ອອກລາດຕະເວນໃນລະຫວ່າງການເງິນຢູ່ນະຄອນ ນິວຢອກ, 5 ຕຸລາ, 2020.
ເຈົ້າໜ້າທີ່ປາບປາມລັດທິກໍ່ການຮ້າຍ ອອກລາດຕະເວນໃນລະຫວ່າງການເງິນຢູ່ນະຄອນ ນິວຢອກ, 5 ຕຸລາ, 2020.

ກຸ່ມກໍ່ການຮ້າຍທັງຫຼາຍ ຍັງຄົງເປັນ “ໄພຂົ່ມຂູ່ຢ່າງຕໍ່ເນື່ອງ ແລະ ແຜ່ຫຼາຍໃນທົ່ວໂລກ” ໃນປີທີ່ຜ່ານມາ, ກະຊວງການຕ່າງປະເທດ ສະຫະລັດ ໄດ້ສະຫຼຸບໃນການປະເມີນຜົນຄັ້ງໃໝ່ເມື່ອວັນພະຫັດວານນີ້.

“ສະຫະລັດ ແລະ ຄູ່ຮ່ວມຂອງເຂົາເຈົ້າໄດ້ທຳຄວາມກ້າວໜ້າທີ່ສຳຄັນຕໍ່ອົງການກໍ່ການຮ້າຍຕ່າງໆ,” ລາຍງານໄດ້ສະຫຼຸບ ກ່ຽວກັບ ການປະຕິບັດການຕໍ່ຕ້ານລັດທິກໍ່ການຮ້າຍຂອງປະເທດຕາເວັນຕົກ ຈົນຮອດທ້າຍປີ 2020, ເຊິ່ງແມ່ນປີສຸດທ້າຍຂອງການດຳລົງຕຳແໜ່ງໃນທຳນຽບຂາວຂອງອະດີດປະທານາທິບໍດີ ດໍໂນລ ທຣຳ. ແນວໃດກໍຕາມ, ເຂົາເຈົ້າໄດ້ກ່າວວ່າ “ໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍໄດ້ກະ​ຈາຍທາງດ້ານພູມສາດຫຼາຍກວ່າເກົ່າໃນພາກພື້ນຕ່າງໆທົ່ວໂລກ.”

ລາຍງານໄດ້ກ່າວວ່າ ເຖິງແມ່ນວ່າກຸ່ມກໍ່ການຮ້າຍລັດອິສລາມໄດ້ສູນເສຍເຂດແດນທັງໝົດທີ່ພວກເຂົາໄດ້ຍຶດໃນປະເທດ ອີຣັກ ແລະ ຊີເຣຍ ກໍຕາມ, “ອົງການ ແລະ ສາຂາຕ່າງໆຂອງພວກເຂົາໄດ້ສືບຕໍ່ທີ່ຈະຂະຫຍາຍການຕໍ່ສູ້ລັດທິກໍ່ການຮ້າຍໃນທົ່ວໂລກ, ດຳເນີນການໂຈມຕີທີ່ຮ້າຍແຮງໃນທົ່ວໂລກ,” ສັງຫານປະຊາຊົນໃນປີ 2020 ຫຼາຍກວ່າປີໃດໆກ່ອນໜ້ານັ້ນ.

ລາຍງານໄດ້ກ່າວວ່າກຸ່ມ ອາລ-ໄກດາ ແລະ ຜູ້ເຂົ້າເປັນສະມາຊິກຂອງພວກເຂົາ ໄດ້ປະເຊີນກັບການສູນເສຍຜູ້ນຳ “ທີ່ສຳຄັນ” ສອງຄົນ, ແຕ່ເຄືອຂ່າຍຂອງພວກເຂົາ “ໄດ້ສືບຕໍ່ທີ່ຈະໃຊ້ປະໂຫຍດໃນພື້ນທີ່ໆບໍ່ໄດ້ຖືກຄວບຄຸມ, ເຂດຄວາມຂັດແຍ້ງ, ແລະ ຊ່ອງຫວ່າງດ້ານຄວາມປອດໄພໃນພາກຕາເວັນອອກກາງ ເພື່ອຈັດຫາແຫຼ່ງຊັບພະຍາກອນກໍ່ການຮ້າຍ ແລະ ດຳເນີນການໂຈມຕີກໍ່ການຮ້າຍ.”

ກະຊວງການຕ່າງປະເທດໄດ້ສະຫຼຸບວ່າ ກຸ່ມ ອາລ-ໄກດາ “ໄດ້ຂະຫຍາຍການມີໜ້າຂອງພວກເຂົາໃນຕ່າງປະເທດ, ໂດຍສະເພາະໃນພາກຕາເວັນອອກກາງ ແລະ ອາຟຣິກາ, ກຸ່ມ AQAP ທີ່ເຂົ້າ ຮ່ວມເປັນສະມາຊິກຂອງພວກເຂົາ, ກຸ່ມ ອາລ-ຊາບັບ ໃນແຫຼມຮອນ ອາຟຣິກາ ຫຼື Horn of Africa, ແລະ ກຸ່ມ ຈາມາອັດ ນາເຊີ ອາລ-ອິສລາມ ວາລ ມຸສລີມິນ ໃນພາກພື້ນ ຊາແຮລ ຍັງຄົງມີ ການເຄື່ອນໄຫວຫຼາຍທີ່ສຸດ ແລະ ເປັນພວກກຸ່ມກໍ່ການຮ້າຍທີ່ອັນຕະລາຍທີ່ສຸດໃນໂລກ.”

ນອກຈາກນັ້ນ, ເຂົາເຈົ້າໄດ້ກ່າວວ່າ, “ອີຣ່ານ ໄດ້ສືບຕໍ່ທີ່ຈະສະໜັບສະໜູນການກໍ່ການຮ້າຍໃນພາກພື້ນ ແລະ ທົ່ວໂລກໃນລະຫວ່າງປີ 2020. ຢູ່ໃນພາກພື້ນ, ອີຣ່ານ ໄດ້ສະໜັບສະໜູນກຸ່ມຕົວ ແທນ ແລະ ກຸ່ມຄູ່ຮ່ວມຕ່າງໆໃປະເທດ ບາເຣນ, ອີຣັກ, ເລບານອນ, ຊີເຣຍ ແລະ ເຢເມນ, ລວມທັງກຸ່ມ ເຮັສໂບລລາ ແລະ ຮາມາສ ດ້ວຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG