ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງ ຕ່າງປະເທດ ກຽມຮັບມື ໃນການຕັດ ງົບປະມານ ຊ່ອຍເຫຼືອ ຕ່າງປະເທດ

US State Department Bracing for Dramatic Cuts to its Budget and Foreign Aid
please wait

No media source currently available

0:00 0:03:01 0:00

ເປັນ​ທີ່​ຄາດ​ກັນ​ວ່າ ທຳນຽບຂາວຈະ​ເປີດ​ເຜີຍ​ງົບປະມານຂອງ​ຕົນ ​ໃນ​ວັນ​ພະຫັດ​ມື້​ນີ້ ​
ໂດຍ​ທີ່​ປະທານາທິບໍດີ​ສະຫະລັດທ່ານ Donald Trump ແມ່ນ​ມີ​ຄວາມ​ຕັ້ງ​ໃຈຢ່າງ​ເປັນ​ທີ່
ຈະ​ແຈ້ງ​ແລ້ວ​ວ່າ ທ່ານ​ຈະ​ເພີ້ມການ​ໃຊ້​ຈ່າຍທາງທະຫານ ໂດ​ຍຈະ​ຫຼຸດ ການ​ໃຊ້​ຈ່າຍ​
ຂອງ​ກະຊວງ​ການ​ຕ່າງປະ​ເທດ ການ​ຊ່ອຍ​ເຫຼືອຕ່າງປະ​ເທດ ​ແລະ​ການ​ຊ່ອ​ຍ​ເຫຼືອ​ຂອງ​
ສະຫະລັດຕໍ່​ອົງການ​ນາໆ​ຊາດ​ອື່ນໆ ​ເຊັ່ນ ອົງການ​ສະຫະ​ປະຊາ​ຊາດ​ເປັນ​ຕົ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ການຕ່າງປະ​ເທດ ​ແລະ​ພະນັກງານ​ອື່ນໆ​ໃນ​ກະຊວງ​ການ​ຕ່າງປະ​ເທດ ຕະຫລອດ​ທັງ​ສະຖານທູດ​ແລະ​ສະຖານກົງ​ສຸນ​ຂອງ​ສະຫະລັດໃນ​ທົ່ວ​ໂລກ ​ກຳລັງ​ກຽມ
ຮັບ​ມື ກັບການ​ຕັດຂະໜາດ​ໃຫຍ່​ດັ່ງກ່າວ​ນີ້.

ສູນຝຶກສອນຮັກສາໂຣກ AIDS ແລະສະໜັບສະໜຸນຂັ້ນຕົ້ນ ທີ່ເຂດຕໍ່ White River, ອາຟຣິກາໃຕ້, ແມ່ນສ່ວນນຶ່ງຂອງການທີ່ໄດ້ຮັບກອງທຶນ ໂດຍສຸກເສີນຂອງປະທານາທິບໍດີ ສຳຫຼັບຊ່ອຍເຫຼືອ AIDS ຫຼື PEPFAR ເພື່ອຈັດໃຫ້ເປັນສະຖານທີ່, ໃຫ້ການຝຶກແອບ ແລະກວດການຳ.

ທ່ານ George Ingram ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ ​ທີ່​ສະ​ຖາ​ບັນ Brookings ​ແລະ​ເປັນ​ນັກ
​ຊ່ຽວຊານ​ໃນ​ດ້ານ​ການ​ພັດທະນາ​ຂອງ​ໂລກ ​ໄດ້​ບອກ​ກັບ VOA ວ່າ ການ​ຕັດ​ງົບປະມານ​
ທີ່​ວ່າ​ນີ້ ອາດຈະ​ຄ່ອຍໆ​ເປັນ​ຄ່ອຍ​ໆໄປ.

​ທ່ານ Ingram ​ໄດ້​ກ່າວ​ວ່າ “ສິ່ງ​ທີ່​ຂ້າພະ​ເຈົ້າໄດ້​ຍິນ​ມາ​ນັ້ນ ກໍ​ແມ່ນ​ວ່າ ການ​ຕັດ​ງົບ
ປະມານນີ້ແມ່ນ​ຈະ​ຢູ່​ໃນ​ລະຫວ່າງ 30 ​ເປີ​ເຊັນ ຊຶ່ງຕົ້ນຕໍ​ແລ້ວ​ຫ້ອງການຄຸ້ມ​ຄອງ​ແລະງົບປະມານຫຼື OMB ​ໄດ້ສະ​ເໜີ​ຕັດ 37 ​ເປີ​ເຊັນ ​ແລະ​ລັດຖະມົນຕີ​ການ​ຕ່າງ
ປະ​ເທດ ​ໂຕ້ຕອບ​ກັບຄືນ​ໄປແລະ​ໄດ້​ກ່າວ​ວ່າ ‘ບໍ່​ໃຫ້ຕັດ 37 ​ເປີ​ເຊັນ ​ໃນ​ສົກ​ງົບ
ປະມານ​ທຳ​ອິດ ​ໃຫ້​ກະຈາຍ​ອອກ​ໄປ​ເປັນ​ເວລາ 3 ປີ,’ ​ແລ​ະນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ເຮົາ​
ຈະ​ໄດ້​ເຫັນ​ ໃນ​ການ​ຕັດງົບປະມານ​ຊຸດ​ນີ້ ​ແມ່ນ​ຢູ່ໃນລະດັບ 30 ​ເປີ​ເຊັນ.”​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຈົ້າໜ້າທີ່ຮັກສາສັນຕິພາບ ລາດຕະເວນ ໃນຄ້າຍທີ່ຈັດຕ້ອນຮັບຊາວອົບ ບ້ານແຕກສະແຫຼກຂາດ ໃນຫ້ອງການຂອງອົງການສະຫະປະຊາຊາດ ທີ່ຊູດານໃຕ້ (UNMISS) ໃນເມືອງ Malakal, ເທິງແມ່ນ້ຳ Nile, 4 ມີນາ, 2014.
ເຈົ້າໜ້າທີ່ຮັກສາສັນຕິພາບ ລາດຕະເວນ ໃນຄ້າຍທີ່ຈັດຕ້ອນຮັບຊາວອົບ ບ້ານແຕກສະແຫຼກຂາດ ໃນຫ້ອງການຂອງອົງການສະຫະປະຊາຊາດ ທີ່ຊູດານໃຕ້ (UNMISS) ໃນເມືອງ Malakal, ເທິງແມ່ນ້ຳ Nile, 4 ມີນາ, 2014.

XS
SM
MD
LG