ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທູດ​ພິ​ເສດ ​ສຫລ ລາ​ອອກ​ຈ​າກ​ໜ້າ​ທີ່ ຍ​້ອນ​ການ​ເຄ​ື່ອນ​ໄຫວ​ຂອງ ປ. ທ​ຣຳ ໃນ​ ຊີ​ເຣຍ


ທູດ​ພິ​ເສດ ​ສະ​ຫະລັດ ປະ​ຈຳ​ພັນ​ທະ​ມິດທົ່ວ​ໂລກ ທີ່​ຕໍ່​ສູ້​ກັບ​ພວກ​ລັດ​ອິ​ສ​ລາມ ທ່ານ​ແບັຣ​ຕ໌ ແມັກ​ເກິ​ຣ​ຄ໌ (Brett McGurk) ​ທີ່​ສະ​ຖານ​ທຸດ ສ​ຫລ ໃນ​ນະ​ຄອນ​ແບັກ​ແດດ ວັນ​ທີ 5 ມີ​ນາ 2016.
ທູດ​ພິ​ເສດ ​ສະ​ຫະລັດ ປະ​ຈຳ​ພັນ​ທະ​ມິດທົ່ວ​ໂລກ ທີ່​ຕໍ່​ສູ້​ກັບ​ພວກ​ລັດ​ອິ​ສ​ລາມ ທ່ານ​ແບັຣ​ຕ໌ ແມັກ​ເກິ​ຣ​ຄ໌ (Brett McGurk) ​ທີ່​ສະ​ຖານ​ທຸດ ສ​ຫລ ໃນ​ນະ​ຄອນ​ແບັກ​ແດດ ວັນ​ທີ 5 ມີ​ນາ 2016.

ທູດ​ພິ​ເສດ ​ສະ​ຫະລັດ ປະ​ຈຳ​ພັນ​ທະ​ມິດທົ່ວ​ໂລກ ທີ່​ຕໍ່​ສູ້​ກັບ​ພວກ​ລັດ​ອິ​ສ​ລາມ ທ່ານ​
ແບັຣ​ຕ໌ ແມັກ​ເກິ​ຣ​ຄ໌ (Brett McGurk), ໄດ້​ລາ​ອອກ​ຈາກ​ໜ້າ​ທີ່ ເພື່ອ​ປະ​ທ້ວງຕໍ່ການ​
ຕັດ​ສິນ​ໃຈ​ຂອງ ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ຖອນ​ທະ​ຫານ​ ສະ​ຫະ​ລັດ ​ອອກ​ຈາກ
​ຊີ​ເຣຍ.

ການ​ປະ​ກາດ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນໃນ​ວັນ​ເສົາວານນີ້ ​ຈາກກະ​ຊວງ​ຕ່າງ​ປະ​ເທດ ຊຶ່ງ​ໄດ້
ກ່າວ​ວ່າ ການ​ລາ​ອອກ​ຂອງທ່ານ ແມັກ​ເກິ​ຣ​ຄ໌ ຈະ​ມີ​ຜົນບັງ​ຄັບ​ໃຊ້ໃນ​ວັນ​ທີ 31 ທັນ​ວາ
ຈະ​ມາ​ເຖິງ​ນີ້.

ອົງ​ການ​ຂ່າວ ເອ​ພີ ເຊິ່ງ​ໄດ້​ອ່ານ ​ອີ​ແມ​ລທີ່​ຂຽນ​ເຖິງ​ພະ​ນັກ​ງານ​ຂອງ​ທ່ານນັ້ນ, ທ່ານ
​ ແມັກ​ເກີ​ຣ​ຄ໌ ໄດ້​ກ່າວ​ວ່າ “ການ​ຕັດ​ສິນ​ໃຈ​ຫວ່າງ​ມໍ່ໆ​ມາ​ນີ້​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ມີ​
ຂຶ້ນ​ຢ່າງ​ກະ​ທັນ​ຫັນ ແລະ​ ເປັນ​ການ​ຕ່າວ​ປີ້ນ​ນະ​ໂຍ​ບາຍທັງ​ໝົດ. ມັນ​ໄດ້​ເຮັດ​ໃຫ້​ຄູ່
​ຮ່ວມ​ພັນ​ທະ​ມິດ​ຂອງ​ເຮົາ ມີ​ຄ​ວາມ​ສັບ​ສົນ ແລະ​ ຄູ່​ຕໍ່​ສູ້​ຂອງ​ພວກ​ເຮົາງົງ​ງວາຍ ກັບ
ສະ​ພາບ​ບໍ່​ມີ​ແຜນການ ຫຼື​ ແມ່ນ​ແຕ່​ພິ​ຈາ​ລະ​ນາແນວ​ຄິດ ຈາກ​ຜົນ​ທີ່​ຕາມ​ມາ.”

ຕາມ​ເຄີຍ, ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ​ ໄດ້​ສົ່ງ​ຂໍ້​ຄວາມຕອບ​ໂຕ້​ທາງ​ທວິດ​ເຕີ ​ຕໍ່​ການ​ລາ​
ອອກນັ້ນ​ວ່າ “ທ່ານ ​ແບັ​ຣ​ຕ໌ ແມັກ​ເກິ​ຣ​ຄ໌ ຜູ້​ທີ່​ຂ້າ​ພະ​ເຈົ້າ​ບໍ່​ຮູ້ຈັກ ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ
ປະ​ທາ​ນາ​ທິ​ບໍ​ດີ ໂອ​ບາ​ມາ ​ໃນ​ປີ 2015. ແມ່ນສົມ​ຄວນ​ທີ່​ລາ​ອອກ​ໃນ​ເດືອນ​ກຸມ​ພາ​
ຈະ​ມາ​ເຖິງ​ນີ້. ແຕ່​ທ່ານໄດ້​ລາ​ອອກ​ອອກ​ໄປກ່ອນ. ລາວ​ແມ່ນ​ຄົນ​ອັດ​ສະ​ຈັນ​ຫວະ?
ພວກ​ອົງ​ການຂ່າວ​ປອມ ໄດ້​ເຮັດ​ໃຫ້​ເປັນ​ເລື້ອງ​ໃຫຍ່​ ກ່ຽວ​ກັບ​ເລື້ອງທີ່ບໍ່​ມີ​ຄວາມ​ໝາຍ​
ຫຍັງນີ້.”

ທ່ານ​ ແມັກ​ເກິ​ຣ​ຄ໌ ຮວມ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະເທດ​ທ່ານ ເຈມ​ສ໌ ແມັ​ຕ​ຕິ​ສ ເຈົ້າ​
ໜ້າທີ່ດ້ານຄວາມ​ປອ​ດ​ໄພ​ແຫ່ງ​ຊາດ​ຄົນຫຼ້າ​ສຸດ ທີ່​ໄດ້ລາ​ອອກ​ຈາກ​ລັດ​ຖະ​ບານຂອງ​
ປະ​ທາ​ນາ​ທິບໍ​ດີ ​ທ​ຣຳ​ ​ໃນຫວ່າງ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານມ​າ​ນີ້.

ການ​ລາ​ອອກ​ຂອງທ່ານ​ ແມັກ​ເກິ​ຣ​ຄ໌ ແລະ​ທ່ານ ​ແມັ​ຕ​ຕິ​ສ ໄດ້​ເກີດ​ຂຶ້ນ​ຫຼັງ​ຈາກ​ປະ​ທາ
​ນາ​ທິ​ບໍ​ດີ​ ທ​ຣຳ ໄດ້​ປະ​ກາດ​ໃນ​ອ​າ​ທິດ​ນີ້​ວ່າ ພວກລັດ​ອິ​ສ​ລາມ ​ໄດ້​ປະ​ລາໄຊ ແລະ ​ກຳ​
ລັງ​ທະ​ຫານ​ ສະ​ຫະ​ລັດ 2,000 ຄົນໃນ​ປ​ະ​ເທດ ຊີ​ເຣຍ ​ຈະເດີນ​ທາງ​ກັ​ບບ້ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG