ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ສະຫະລັດ ແລະຈີນ ຈັດການເຈລະຈາ ທ່າມກາງຄວາມພະຍາຍາມ ທີ່ຈະຫຼີກລ້ຽງຄວາມຄັດແຍ້ງໂດຍບໍ່ຕັ້ງໃຈ


ແຟ້ມພາບ - ທ່ານ ໝ່າ ຈ້າວຊູ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ທີ່ນະຄອນ Rio de Janeiro ປະເທດບຣາຊິລ, ວັນທີ 21 ກຸມພາ 2024. ທ່ານ ໜ່າ ມີກຳນົດຈະພົບປະກັບຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຄີດ ແຄັມເບລ ໃນວັນທີ 31 ພຶດສະພາ 2024.
ແຟ້ມພາບ - ທ່ານ ໝ່າ ຈ້າວຊູ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ທີ່ນະຄອນ Rio de Janeiro ປະເທດບຣາຊິລ, ວັນທີ 21 ກຸມພາ 2024. ທ່ານ ໜ່າ ມີກຳນົດຈະພົບປະກັບຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຄີດ ແຄັມເບລ ໃນວັນທີ 31 ພຶດສະພາ 2024.

ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຄີດ ແຄັມເບລ (Kurt Campbell) ຈະຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດຈີນ ທ່ານ ໝ່າ ຈ້າວຊູ (Ma Zhaoxu) ໃນນະຄອນຫຼວງ ວໍຊິງຕັນ ໃນວັນພະຫັດມື້ນີ້. ການ​ເຈລະຈາ​ແມ່ນມີຈຸດປະສົງເພື່ອຮັກສາ​ຊ່ອງ​ທາງ​ການສື່ສານ​ທີ່​ເປີດ​ກວ້າງ ​ເພື່ອ​ປ້ອງ​ກັນ​ການເຂົ້າໃຈຜິດ ແລະຄວາມ​ຂັດ​ແຍ່ງ​ໂດຍບໍ່ໄດ້ຕັ້ງໃຈ, ​ໂດຍ​ສະ​ເພາະຢ່າງຍິ່ງ​ແມ່ນ​ໃນ​ຊ່ວງເວລາ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ.

ຫຼັງ​ຈາກ​ການ​ສົນທະນາ​ກັນແບບໂຕຕໍ່ໂຕ ເປັນເວລາ​ສອງ​ຊົ່ວ​ໂມງ, ເຈົ້າ​ໜ້າ​ທີ່ຈາກ​ສະຫະລັດ ​ແລະ​ສາທາລະນະ​ລັດ ​ປະຊາຊົນ ​ຈີນ ​ຈະ​ຈັດ​ງານ​ລ້ຽງ​ອາ ຫານ​ທ່ຽງເພື່ອເຮັດວຽກ ​ຢູ່ທີ່​ກະຊວງ​ການ​ຕ່າງປະ​ເທດ. ຫຼັງ​ຈາກ​ນັ້ນ​ໃນ​ຕອນ​ບ່າຍ, ຮອງ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງສະຫະລັດ ທ່ານ ຈອນ ໄຟເນີ (Jon Finer) ຈະ​ສືບ​ຕໍ່​ສົນທະນາ​ກັບ​ທ່ານ ໜ່າ (Ma).

ການ​ຢ້ຽມ​ຢາມ​ຂອງ​ທ່ານ ໝ່າ ຈ້າວຊູ (Ma Zhaoxu) ​ແມ່ນມີຂຶ້ນຫຼັງຈາກ​ການ​ເດີນ​ທາງ​ໄປ​ຍັງ ນະຄອນ ຊຽງໄຮ່ ແລະ​ນະຄອນຫຼວງ ປັກ​ກິ່ງ​ ໃນ​ເດືອນ​ເມ​ສາ ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມັນເປັນການ​ເສີມ​ຂະຫຍາຍ​ການ​ພົວພັນ​ທາງດ້ານ​ການ​ທູດ​ທີ່ເຂັ້ມຂຸ້ນ ​ຂອງ​ສະຫະລັດ​ກັບ ສປ ຈີນ ເພື່ອຈັດການກັບການແຂ່ງຂັນໃນ ຄວາມສຳພັນຢ່າງມີຄວາມຮັບຜິດຊອບ, ແມ່ນແຕ່ໃນບັນດາພື້ນທີ່ ທີ່ທັງສອງ ປະເທດບໍ່ເຫັນດີນຳກັນກໍຕາມ.

“ຂະນະ​ທີ່​ພວກ​ເຮົາ​ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ ​ແລະ ຄຸນຄ່າ​ຂອງ​ບັນດາ​ພັນທະ​ມິດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຂອງ​ພວກ​ເຮົາ, ພວກ​ເຮົາ​ຍັງ​ໄດ້​ນຳ​ໃຊ້​ການ​ພົວພັນ​ທາງ​ການ​ທູດ​ແບບປະເຊີນໜ້າ ກັບ ສປ ຈີນ ເພື່ອສື່ສານ ກ່ຽວກັບຈຸດຢືນ ແລະ ຄວາມຕັ້ງໃຈຂອງພວກເຮົາຢ່າງຈະແຈ້ງ ແລະ ໂດຍກົງ ແລະສ້າງຄວາມຄືບໜ້າໃຫ້ກັບບັນຫາໃນລະດັບສອງຝ່າຍ, ​ພາກ​ພື້ນ, ​ແລະ​ລະດັບ​ໂລກ​ທີ່​ສຳຄັນ​ຕໍ່​ປະຊາຊົນ​ຊາວອາເມຣິກັນ ​ແລະ​ໂລກ,” ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ຕໍ່​ວີ​ໂອ​ເອ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຂອງ ສປ ຈີນ ກ່າວ​ວ່າ ທ່ານ ໜ່າ ຍັງ​ຈະ “ພົວພັນ ​ແລະ ສື່ສານ​ກັບ​ບັນດາ​ຜູ້ຕາງໜ້າ​ຈາກຂະ​ແໜງ​ການ​ຕ່າງໆ ໃນ​ສະຫະລັດ.” ​ໃນ​ໄລຍະການ​ຢ້ຽມຢາມສະຫະລັດ ຈາກ​ວັນ​ທີ 30 ພຶດສະພາ​ຫາ​ວັນ​ທີ 2 ມິຖຸນາ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG