ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນທຶກ ກະຊວງການຕ່າງປະເທດ ສະຫະລັດ ເຜີຍໃຫ້ເຫັນ ການກວດສອບ ຢ່າງເຄັ່ງຄັດ ໃນການຂໍວີຊາ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson.

ກະຊວງການຕ່າງປະເທດສະຫະລັດ ​ໄດ້​ສັ່ງ​ໃຫ້​ສະຖານທູດ​ແລະ​ສະຖານກົງສຸນອາ​
ເມຣິກາທີ່​ປະ​ຈໍາ​ຢູ່​ທົ່ວ​ໂລກ​ ໃຫ້​ລະບຸ​ຊື່ກຸ່ມຕ່າງໆ ທີ່​ຄວນ​ໄດ້​ຮັບ​ການກວດ​ສອບ​ຢ່າງ​
ລະອຽດ​ຂຶ້ນ​ເປັນ​ພິ​ເສດ ​ເວລາ​ທີ່​ເຂົາ​ເຈົ້າ​ໄປຂໍ​ວີຊາ​ເຂົ້າມາສະ​ຫະລັດ.

ຄໍາ​ສັ່ງດັ່ງກ່າວນີ້ ຍັງ​ບອກສະຖານທູດ​ ຫລື​ສະຖານກົງສຸນ​ ຂອງ​ສະຫະລັດປະ​ຈໍາ​ຢູ່
ຕ່າງປະ​ເທດ​ ໃຫ້​ກວດຄືນບັນຊີສື່​ສັງຄົ​ມອອນ​ລາຍຂອງ​ຜູ້​ຂໍ​ວີຊາທີ່​ສົງ​ໄສ​ວ່າມີການ
​ພົວພັນ​ກັບ ຫລືເຄີຍໄດ້​ໄປ​ໃນ​ເຂດ​ທີ່​ຄວບ​ຄຸມ ​ໂດຍ​ກຸ່ມ​ລັດອິສລາມຫລື IS ນັ້ນ.

​ໂທລະ​ເລກທາງການທູດ ທີ່​ສົ່ງ​ອອກ ​ໄປ​ໂດຍທ່ານ Rex Tillerson, ລັດຖະມົນຕີ
ກະຊວງການຕ່າງປະເທດສະຫະລັດ, ​ໄດ້ສັ່ງ​ໃຫ້​ບັນດາ​ສະຖານທູດ ​ເຮັດ​ວຽກຮ່​ວມ
ກັບກຸ່ມ​ປະຕິບັດ​ງານ​ດ້ານການ​ຮັກສາ​ຄວາມໝັ້ນຄົງ​ ແລະ​ສືບ​ລັບ ເພື່ອເຮັດ “ບັນ​ຊີ
ລາຍການຂອງ​ຫລັກ​ເກນ​ໃຊ້​ໃນ​ການ​ກໍານົດ​ກຸ່ມຜູ້​ທີ່ຂໍ​ວີ​ຊາ” ຢູ່​ໃນ​ສະຖານ​ທູດທີ່​ຈະ​ເພີ້ມການກວດ​ສອບ ກ່ອນ​ການ​ເດີນທາງ​ເຂົ້າມາ​ໃນ​ສະຫະລັດ.

​ເຖິງ​ແມ່ນວ່າ​ຜູ້​ຂໍ​ວີ​ຊາ​ຊຶ່ງຕາມ​ປົກກະຕິ​ແລ້ວ​ແມ່ນ​ມີ​ຄວາມ​ເໝາະສົມ​ໄດ້​ຮັບ​ວີ​ຊາແຕ່
​ພວກ​ທີ່​ມີຂໍ້​ກຳນົດຄົບ​ຖ້ວນ​ຕາມ​ຫລັກ​ເກນ​ດັ່ງກ່າວຍັງຈະ​ຕ້ອງ​ໄດ້​ມີ​ການກວດ​ສອບ
ເພີ້ມອີກ ​ແລະ​ອາດ​ຈະ​ຖືກ​ປະຕິ​ເສດ​ບໍ່​ໃຫ້​ວີ​ຊາ.

ມັນ​ເປັນ​ຫລັກ​ຖານ​ທໍາ​ອິດໃນ​ການ “ກວດ​ສອບ​ຢ່າງ​ເຄັ່ງ​ຄັດສຸດ” ຕໍ່ຄົນ​ຕ່າງປະ​ເທດ
​ທີ່​ເຂົ້າມາ​ໃນ​ສະຫະລັດ ທີ່​ປະທາ​ນາ​ທິບໍດີ Donald Trump ​ໄດ້​ໃຫ້​ຄໍາໝັ້ນສັນຍາ
ຢູ່​ໃນ​ລະຫວ່າງ​ທີ່​ທ່ານ​ຫາ​ສຽງ.

​ໂທລະ​ເລກ 4 ສະບັບ ທີ່​ສົ່ງ​ໄປ​ໃນ​ລະຫວ່າງວັນ​ທີ 10 ຫາ 17 ມີນານັ້ນ ບໍ່​ໄດ້ກຳນົດ​
ວ່າ​ກຸ່ມ​ໃດ ຈະຖືກ​ຮວມຢູ່​ໃນ ​“ບັນ​ຊີລາຍການ ຂອງ​ຫລັກ​ເກນ​ໃຊ້​ໃນ​ການ​ກໍານົດ​ກຸ່ມ
ຜູ້​ທີ່ຂໍ​ວີ​ຊາ” ທີ່​ຕ້ອງ​ໄດ້​ກວດ​ສອບ​ເພີ້​ມ​ເຕີມ.

ແຕ່​ໃນ​ການ​ແນມ​ເບິ່ງ​ຂັ້ນທຳ​ອິດ ຕໍ່​ອັນ​ທີ່ “ການກວດ​ສອບ​ຢ່າງ​ເຄັ່ງ​ຄັດ” ອາດ​ຈະ​ມີ
ໜ້າ​ທີ່​ພາຍໃຕ້​ລັດຖະບານ​ທ່ານ​ Trump ນັ້ນ ນຶ່ງ​ໃນ​ເອກ​ກະສາ​ນບັນທຶກ​ຂອງ​ທ່ານ
Tillerson ​ແມ່ນ​ເພີ້ມຂັ້ນຕອນ​ໃນການ​ສຳພາດ ກ່ຽວ​ກັບ​ບ່ອນ​ເຮັດ​ວຽກ​ຢູ່​ໃນ​ໃບ​ຄຳ
​ຮ້ອງຂອງ​ຜູ້​ຂໍ​ວີ​ຊາ ນາຍ​ຈ້າງ ທີ່ຢູ່່​ຕ່າງໆ ​ແລະ​ປະຫວັດ​ການ​ເດີນທາງ​ ຄືນ​ຫລັງ 15
ປີ ພ້ອມ​ທັງ​ອີ​ແມ​ລທັງ​ໝົດ​ແລະຕາໜ່າງ​ສື່​ສັງຄົມ​ທີ່​ໄດ້​ໃຊ້​ມາ​ເປັນ​ເວລາ​ຫ້າ​ປີ​.

ຄຳ​ຖາ​ມຕ່າງໆ​ເຫຼົ່ານີ້ ​ໄດ້​ຖືກ​ຖອນ​ຄືນ​ຢູ່​ໃນ​ເອກ​ກະສາ​ນບັນທຶກ ທີ່​ຕິດຕາມ​ມາ ​ເພື່ອ
ລໍ​ຖ້າ​ການ​ອະນຸມັດ​ຈາກອົງການ​ລັດຖະບານ​ກາງ​ອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG