ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງຕ່າງປະເທດ ສຫລ ອອກຄຳເຕືອນ ໃຫ້ລະມັດລະວັງ ກ່ຽວກັບ ການເດີນທາງ ໃນທົ່ວໂລກ


ເຮືອບິນອາຍພົ່ນລຳນຶ່ງ ກຳລັງບິນຂຶ້ນ ຢູ່ສະໜາມບິນເແຫ່ງຊາດ ຮິແກັນ ນອກນະຄອນຫລວງວໍຊິງຕັນ.
ເຮືອບິນອາຍພົ່ນລຳນຶ່ງ ກຳລັງບິນຂຶ້ນ ຢູ່ສະໜາມບິນເແຫ່ງຊາດ ຮິແກັນ ນອກນະຄອນຫລວງວໍຊິງຕັນ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ​ ໄດ້​ອອກ​ຄຳເຕືອນ​ “​ໃຫ້ລະມັດລະວັງ​ກ່ຽວກັບການ
ເດີນທາງ ຢູ່ໃນທົ່ວ​ໂລກ” ຫລັງ​ຈາກ​ປະທານາທິບໍດີດໍ​ໂນ​ລ ທຣໍາ ​ໄດ້​ປະ ກາດ​ໃນ​ວັນ​
ພຸດ​ທີ່​ຜ່ານມານິ້ວ່າ ສະຫະລັດ​ຈະ​ຮັບ​ຮູ້ ​ເອົານະຄອນ​ເຈ​ຣູຊາ​ແລັມ ​ເປັນ​ເມືອງ​ຫຼວງຂອງ​
ອິສຣາ​ແອ​ລ ​ແລະ​ຍ້າຍ​ສະຖານທູດ​ອາ​ເມຣິກັນ​ໄປ​ທີ່​ນັ້ນ.

ຄຳ​ປະກາດເຕືອນກ່າວ​ວ່າ “ສະຖານ​ທີ່​ຕ່າງໆ​ຂອງ​ລັດຖະບານ​ສະຫະລັດ​ຢູ່ໃນ​ທົ່ວ​ໂລກ ຍັງສືບຕໍ່ໃຫ້ຢູ່ໃນສະພາບລະມັດລະວັງສູງ. ບັນດາ​ສະຖານ​ທີ່​ເຫລົ່າ​ນີ້​ອາດ​ປິດ​ຊົ່ວຄາວ
​ຫຼື​ໂຈະໃຫ້ການບໍລິການ​ແກ່​ສາທາລະນະຊົນ​ເປັນການຊົ່ວຄາວ ​ເພື່ອ​ຊັ່ງຊາເບິ່ງສະພາບ
ຄວາມ​ປອດ​ໄພ​. ພາຍໃຕ້ສະພາບການເຫຼົ່ານັ້ນ ສະຖານທູດ​ ​ແລະ​ກົງສຸນສະຫະລັດ ກໍ
ຈະ​ພະຍາຍາມທຸກ​ວິ​ທີ​ທາງ​ເພື່ອ​ສະໜອງການບໍລິການ​ສຸກ​ເສີນ​ໃຫ້ແກ່​ປະຊາຊົນອາເມ
ຣິກັນ.

ຄຳ​ເຕືອນ​ໄດ້​ກ່າວຕໍ່ໄປ ໂດຍຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນ ພາ​ກັນ​ລະ​ມັດ​ລະວັງ​ກ່ຽວກັບ
ການ​ເຄື່ອນ​ໄຫວຕ່າງໆ​ຢູ່ໃນ​ທ້ອງ​ຖິ່ນ ​ແລະ​ຮັກສາ​ການ​ຕິດ​ຕໍ່​ກັບ​ບັນດາ​ສະຖານທູດ ​ແລະ​
ກົງສຸນ ຢູ່ສະເໝີ.

ຄຳ​ເຕືອນກ່າວວ່າ “​ໃນຂະນະ​ທີ່​ການໂຈມຕີຂອງພວກກໍ່​ການ​ຮ້າຍ​ ຄວາມວຸ້ນວາຍທາງ
ການ​ເມືອງ​ ​ແລະ​ຄວາມ​ຮຸນ​ແຮງ​ ມັກ​ເກີດ​ຂຶ້ນ​ໂດຍປາ​ສະ​ຈາກ​ການ​ເຕືອນລ່ວງໜ້າ​ໃດໆ. ພວກເຮົາຂໍ​ຮຽກຮ້ອງ​ຢ່າງແຂງຂັນ ໃຫ້ຊາວອາເມຣິກັນ​ມີຄວາມ​ລະມັດລະວັງ​ໃນລະດັບ
ສູງ​ຢູ່​ສະ​ເໝີ ແລະ​ເອົາ​ບາດກ້າວ​ທີ່​ເໝາະ​ສົມ ​ເພື່ອ​ເພີ້​ມຄວາມ​ປອດໄພ​ລະມັດລະວັງໃຫ້
ແກ່​ເຂົາ​ເຈົ້າ​ໃນ​ເວລາເດີນທາງ. ນອກເໜືອໄປຈາກຄວາມ​ເປັນ​ຫ່ວງກ່ຽວກັບການກໍ່​ການ
ຮ້າຍແລ້ວ ບັນດາ​ຜູ້​ເດີນທາງ​ກໍຄວນ​ທີ່​ຈະ​ລະມັດລະວັງ ​ກ່ຽວກັບຄວາມ​ເປັນ​ໄປ​ໄດ້​ໃນ
ການທີ່ຈະເກີດ​ຄວາມ​ວຸ້ນວາຍ​ທາງ​ການ​ເມື​ອງ ຄວາມ​ຮຸນ​ແຮງ ການ​ເດີນຂະບວນ​ປະ​ທ້ວງ
​ແລະ​ກິດ ຈະການ​ຜິດ​ກົດໝາຍ​ຕ່າງໆໃນ​ເວລາ​ເດີນທາງ.”

ກະຊວງ​ຕ່າງປະ​ເທດ​ສະຫະລັດໄດ້ອອກບັນຊີລາຍຊື່ກ່ຽວກັບ “​ເປົ້າ​ໝາຍ​ທີ່ບໍ່ມີມີການຮັກ
ສາຄວາມປອດໄພຢ່າງເຄັ່ງຄັດ” ທີ່​ອາດ​ຖືກພວກ​ກໍ່​ການ​ຮ້າຍໂຈມຕີ ຮວມທັງ​ພິທີ​ການທີ່
ສຳຄັນໆ ບັນ​ດາ​ໂຮງ​ແຮມ ບ່ອນ​ສູດມົນພາ​ວະນາ​ ​ໂຮງຮຽນ ສວນສາທາລະນະ ຮ້ານ​ສັບ
ພະ​ສິນຄ້າ ສະໜາມ​ບິນ ​ແລະ​ເຮືອບິນ.

ບັນດານັກເດີນທາງ ຢືນຫລ່ຽແຖວບາວ ເພື່ອລໍ້ຖ້າເຂົ້າກວດ ຄວາມປອດໄພ ທີ່ສະໜາມບິນໂອແຮ ທີ່ນະຄອນຊິຄາໂກ.
ບັນດານັກເດີນທາງ ຢືນຫລ່ຽແຖວບາວ ເພື່ອລໍ້ຖ້າເຂົ້າກວດ ຄວາມປອດໄພ ທີ່ສະໜາມບິນໂອແຮ ທີ່ນະຄອນຊິຄາໂກ.

ບັນດາ​ປະ​ເທດ​ທີ່ໄດ້ມີການອອກຄຳເຕືອນທີ່ມີຄວາມສຳຄັນໂດຍສະ​ເພາະ​ເຈາະ​ຈົງ​
ແມ່ນຮວມທັງ ​ເບີ​ກີ​ນາ ຟາ​ໂຊ ບູຣຸນດີ ຄາ​ເມຣຸນ ສາທາລະນະ​ລັດ​ອາຟຣິກາ​ກາງ ຊາດ
ຄອງ​ໂກ ເອຣິ​ເທຣຍ ​ເອ​ທິ​ໂອ​ເປຍ ​ເຄນ​ຢາ ມາລີ ​ມໍຣິ​ເຕ​ເນຍ ​ໄນ​ເຈີ ​ໄນ​ຈີ​ເຣຍ ໂຊ​ມາເລຍ
ຊູ​ດານ ຊູ​ດານ​ໃຕ້ ​ເກົາຫລີ​ເໜືອ ຟິລິບ​ປິນ ​ເທີ​ກີ ຢູ​ເຄຣນ ​ອາລຈີ​ເຣຍ ອີ​ຈິບ ອີຣ່ານ ອິສຣາ
​ແອ​ລ ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ ຂອງ​ແມ່​ນໍ້າຈໍ​ແດນ ​ເລ​ບາ​ນອນ ລີ​ເບຍ ຊາ​ອຸ​ດີ ອາ​ຣາ​ເບຍ
ຊີ​ເຣ​ຍ ຕູ​ນິ​ເຊຍ ​ເຢ​ເມນ ອັ​ຟກາ​ນິສຖານ ບັງ​ກລາ​ແດັສ ປາ​ກິ​ສຖານ ​ໂຄ​ລອມ​ເບຍ ​
ແອ​ລຊາ​ລວາດໍ ເຮ​ຕີ ຮອນ​ດູ​ຣັສ ​ເມັກ​ຊິ​ໂກ ​ແລະ​ເວ​ເນ​ຊູ​ເອລາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Travel Warning
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG