ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງການຕ່າງປະເທດ ສຫລ ລະບຸຊື່ 17 ປະເທດ ທີ່ຂາດການດໍາເນີນງານ ໃນການຕໍ່ຕ້ານການຄ້າມະນຸດ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນຖະແຫລງການໃນບົດລາຍງານປະຈໍາປີຂອງກະຊວງການຕ່າງປະເທດກ່ຽວກັບ "ການຄ້າມະນຸດ" ໃນວັນທີ 1 ກໍລະກົດ, ປີ 2021 ທີ່ນະຄອນຫລວງ ວໍຊິງຕັນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນຖະແຫລງການໃນບົດລາຍງານປະຈໍາປີຂອງກະຊວງການຕ່າງປະເທດກ່ຽວກັບ "ການຄ້າມະນຸດ" ໃນວັນທີ 1 ກໍລະກົດ, ປີ 2021 ທີ່ນະຄອນຫລວງ ວໍຊິງຕັນ.

ໃນວັນພະຫັດວານນີ້, ກະຊວງການຕ່າງປະເທດສະຫະລັດ ໄດ້ລະບຸຊື່ 17 ປະ ເທດ ເຖິງເລື່ອງຂາດການດໍາເນີນງານຕໍ່ຕ້ານການຄ້າມະນຸດ.

ການປະກາດດັ່ງກ່າວ ມີຂຶ້ນໃນພິທີປະຈໍາປີ ກ່ຽວກັບ “ລາຍງານການຄ້າມະນຸດ” ທີ່ນຳເຜີຍແຜ່ອອກ ເມື່ອວັນພະຫັດວານນີ້.

ລາຍງານນີ້ ປະເມີນ 188 ປະເທດ ແລະກໍາໜົດໃຫ້ແຕ່ລະປະເທດ ຢູ່ໃນນຶ່ງ ຂອງຈຳນວນທັງໝົດສີ່ກຸ່ມ ຂອງຄວາມພະຍາຍາມຕາມພື້ນຖານ ຂອງແຕ່ລະປະເທດໃນການຕໍ່ສູ້ກັບການຄ້າມະນຸດ, ກຸ່ມທີນຶ່ງຄືອັນດັບທີ່ດີທີ່ສຸດໃນຂະນະທີ່ກຸ່ມທີສາມ ຄືອັນດັບຕໍ່າສຸດ, ໃນນັ້ນມີລໍາດັບກາງຢູ່ສອງກຸ່ມ ຄືກຸ່ມທີສອງ ແລະກຸ່ມສອງ ທີ່ຖືກເຝົ້າຕິດຕາມເບິ່ງ.

ປະເທດທີ່ຢູ່ໃນກຸ່ມທີສາມສາມາດ ຖືກລົງໂທດດ້ວຍການຕັດການຊ່ວຍເຫລືອທາງດ້ານເສດຖະກິດ ແລະຈໍາກັດການພົວພັນຕ່າງໆກັບສະຫະລັດ ແລະການຊ່ວຍເຫລືອຈາກຕ່າງປະເທດ.

“ມັນເປັນວິກິດການລະດັບໂລກ, ມັນເປັນຄວາມທຸກທໍລະມານຂອງມະນຸດຢ່າງໃຫຍ່ຫລວງ,” ທ່ານ ແອນໂທນີ ບລິງເກັນ (Antony Blinken) ລັດຖະມົນຕີການຕ່າງປະເທດສະຫະລັດໄດ້ກ່າວ, ແລະເພິ່ນໄດ້ກ່າວຕື່ມວ່າ ມີຢູ່ປະມານ 25 ລ້ານຄົນທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ເຊິ່ງລວມມີເດັກນ້ອຍນໍາດ້ວຍ. “ອາດຊະຍາກໍານີ້ ເປັນການດູຖູກສິດທິມະນຸດ. ເປັນການດູຖູກ ຕໍ່ກຽດສັກສີ ຂອງມະນຸດ.”

ອັຟການິສຖານ, ອາລຈີເຣຍ, ມຽນມາ, ຈີນ,ໂຄໂມຣົສ, ຄິວບາ, ເອຣິເທຣຍ, ອີຣ່ານ, ນິກາຣາກົວ, ເກົາຫລີເໜືອ, ຣັດເຊຍ, ຊູດານໃຕ້, ຊີເຣຍ, ເຕີກເມນິສຖານ ແລະເວເນຊູເອລາ ຍັງຄົງຈັດຢູ່ໃນກຸ່ມທີສາມ ແລະມີປະເທດໃໝ່ເຂົ້າຮ່ວມຄື ກີເນຍບິດຊາວ ແລະມາເລເຊຍ ໃນລາຍງານຂອງປີນີ້.

ຈີນຍັງຄົງຈັດຢູ່ໃນກຸ່ມປະເທດທີສາມ ເນື່ອງຈາກ “ມີຂໍ້ສັງເກດວ່າ ລັດຖະບານມີນະໂຍບາຍທີ່ບັງຄັບໃຊ້ແຮງງານ ໂດຍສະເພາະຢ່າງຍິ່ງ ໃນສູນຄຸມຂັງ ຊິນຈຽງ ເຊິ່ງມີຈຸດມຸ່ງໝາຍເພື່ອແບ່ງແຍກເຊື້ອຊາດແລະລັກສະນະທາງດ້ານສາດສະໜາໂດຍອ້າງວ່າ ເປັນການຝຶກອາຊີບ,” ເຈົ້າໜ້າທີ່ກະຊວງການຕ່າງປະເທດກ່າວຕໍ່ນັກຂ່າວ ກ່ຽວກັບຂໍ້ມູນພື້ນຖານ.

ບັນດາປະເທດເຫລົ່ານີ້ ບໍ່ໄດ້ມີການດໍາເນີນການຂັ້ນຕໍ່າສຸດເພື່ອຢຸດຢັ້ງການຄ້າມະນຸດ ໃນສິ່ງທີ່ທ່ານບຣິງເກັນເອີ້ນວ່າ “ໃນວົງຈອນທີ່ບໍ່ມີມະນຸດສະທໍາຂອງການຈຳແນກກີດກັນ ແລະປາດສະຈາກຄວາມຍຸດຕິທໍາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG