ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານປະຈຳລັດ ວິສຄອນຊິນ ຕັດສິນ ໃຫ້ຈັດການປ່ອນບັດຄືນ ຫຼັງຈາກຜູ້ປົກຄອງລັດ ສັ່ງໃຫ້ເລື່ອນເວລາ ຍ້ອນໄວຣັສໂຄໂຣນາ


ຜູ້ປົກຄອງລັດ ທີ່ສັງກັດພັກເດໂມແຄຣັດ ທ່ານໂທນີ ເອເວີສ.
ຜູ້ປົກຄອງລັດ ທີ່ສັງກັດພັກເດໂມແຄຣັດ ທ່ານໂທນີ ເອເວີສ.

ບັນດາຜູ້ມີສິດບັດຢູ່ລັດວິສຄອນຊິນ ທີ່ຕັ້ງຢູ່ທາງພາກກາງ ຂ້ອນໄປທາງຕາເວັນ ຕົກ
ຂອງສະຫະລັດ ມີກຳນົດທີ່ຈະໄປລົງຄະແນນສຽງໃນວັນອັງຄານມື້ນີ້ໃນການ ເລືອກຕັ້ງ
ຂັ້ນຕົ້ນ ເອົາຜູ້ສະໝັກເປັນປະທານາທິບໍດີິພັກເດໂມແຄຣັດ ຫຼັງຈາກ ໄດ້ຕໍ່ສູ້ກັນໄປມາ
ທາງດ້ານກົດໝາຍວ່າ ຈະຈັດໃຫ້ມີການເລືອກຕັ້ງຫຼືບໍ່ທ່າມກາງ ການແຜ່ລະບາດໄວຣັສ
ໂຄໂຣນາ.

ຜູ້ປົກຄອງລັດທີ່ສັງກັດພັກເດໂມແຄຣັດ ທ່ານໂທນີ ເອເວີສ ໄດ້ອອກຄຳສັ່ງໃຫ້ເລື່ອນ
ການເລືອກຕັ້ງໄປໃສ່ເດືອນມິຖຸນາ ແຕ່ສານສູງສຸດຂອງລັດໄດ້ສັ່ງໃຫ້ຈັດ ການເລືອກຕັ້ງ
ດັ່ງກ່າວ ໂດຍເວົ້າວ່າ ທ່ານເອເວີສ ບໍ່ມີອຳນາດທີ່ຈະເລື່ອນການ ເລືອກຕັ້ງໄດ້ຕາມລຳພັງ.

ບັນດາຜູ້ພິພາກສາສີ່ຄົນ ທີ່ນິຍົມແນວທາງເດີມ ໄດ້ລົງຄະແນນສຽງສະໜັບສະ ໜູນຕັດ
ສິນນີ້ ໃນຂະນະທີ່ຜູ້ພິພາກສາຫົວເສລີອີກສອງຄົນໄດ້ລົງຄະແນນສຽງ ບໍ່ເຫັນດີ.

ບັດນີ້ບັນດາຜູ້ມີສິດປ່ອນບັດປະເຊີນໜ້າກັບການຕັດສິນໃຈວ່າ ຈະໄປເລືອກຕັ້ງ ຂັ້ນຕົ້ນ
ຫຼືຟັງຄໍາແນະນຳ ພວກເຈົ້າໜ້າທີ່ສາທາລະນະສຸກ ໃຫ້ຢູ່ຫ່າງໄກຈາກ ຄວາມແອອັດຂອງ
ຝູງຊົນ.

ພວກພະນັກງານປະຈຳໜ່ວຍປ່ອນບັດຫຼາຍພັນຄົນໄດ້ກ່າວວ່າເຂົາເຈົ້າຈະບໍ່ພາ ກັນເຮັດ
ວຽກ ທີີ່ໄດ້ນຳພາໄປສູ່ການປິດໜ່ວຍປ່ອນບັດຫຼາຍຮ້ອຍແຫ່ງຢູ່ໃນລັດ. ນະຄອນມິລວອກ
ກີ ທີ່ເປັນເມືອງໃຫຍ່ສຸດຂອງລັດວິສຄອນຊິລ ກ່າວວ່າ ຈະມີ ພຽງແຕ່ 5 ໜ່ວຍປ່ອນບັດ
ເປີດ ແທນທີ່ຈະມີເຖິງ 180 ແຫ່ງ ຕາມທີ່ໄດ້ວາງ ແຜນໄວ້. ໄດ້ມີການສົ່ງກຳລັງຮັກສາດິນ
ແດນແຫ່ງຊາດ ໄປໃຫ້ການຊ່ວຍເຫຼືອ ແກ່ພະນັກງານທີ່ໜ່ວຍປ່ອນບັດ.

ຫຼາຍກວ່າ 2,200 ຄົນຢູ່່ໃນລັດວິສຄອນຊິລ ໄດ້ຮັບການຢືນຢັນວ່າ ຕິດເຊື້ອໄວ ຣັສໂຄໂຣນາ ແລະ 73 ຄົນ ເສຍຊີວິດ.

ຫຼາຍກວ່າຫລາຍສິບລັດຂອງສະຫະລັດ ໄດ້ເລື່ອນການປ່ອນບັດລົງຄະແນນສຽງເລືອກ
ຕັ້ງປະທານາທິບໍດີຂັ້ນຕົ້ນຂອງພັກເດໂມແຄຣັດ ໃນເດືອນເມສາ ແລະພຶດ ສະພາລະ
ຫວ່າງອະດີດຮອງປະທານາທິບໍດີທ່ານໂຈ ໄບດັນ ແລະສະມາຊິກສະ ພາສູງລັດເວີມອນ
ທ່ານເບີນີ ແຊນເດີຣສ໌ ໄປອີກຫຼາຍອາທິດຈາກປັດຈຸບັນໂດຍ ຫວັງວ່າ ຈົນຮອດເວລານັ້ນ
ຜົນກະທົບຂອງໄວຣັສອາດຈະຈືດຈາງໄປ ພຽງພໍທີ່ ຈະອະນຸຍາດໃຫ້ບັນດາຜູ້ປ່ອນບັດ
ໄປປາກົດໂຕຢູ່ບັນດາໜ່ວຍປ່ອນບັດທັງຫຼາຍ ເພື່ອລົງຄະແນນສຽງໂດຍບໍ່ໄດ້ຮັບອັນຕະ
ລາຍຕໍ່ສຸຂະພາບຂອງເຂົາເຈົ້າ.

ແຕ່ວ່າລັດວິສຄອນຊິນ ເປັນບ່ອນສຸດທ້າຍ ທີ່ປະຕິເສດຕໍ່ການເລື່ອນເວລາໃນການລົງ
ຄະແນນສຽງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG