ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຫລ ເຕືອນ​ເທີ​ກີ​ ຈະ​ບໍ່​ໄດ້​ຮັບ ເຮືອ​ບິນ​ລົບ F-35 ຖ້​າ​ຍັງ​ຈະ​ຊື້ ລູກ​ສອນ​ໄຟ ​ຣັດ​ເຊຍ


ເຮືອ​ບິນ​ລົບ F-35 ຂອງ​ບໍ​ລິ​ສັດ Lockheed Martin ທີ່​ວາງ​ສະ​ແດງ ໃນ​ງານ​ໂຊ​ເຮືອ​ບິນ ທີ່​ນະ​ຄອນ​ເບີ​ລິນ ປະ​ເທດ​ເຢຍ​ຣະ​ມັນ ເມື່ອ​ວັນ​ທີ 25 ເມ​ສາ 2018.
ເຮືອ​ບິນ​ລົບ F-35 ຂອງ​ບໍ​ລິ​ສັດ Lockheed Martin ທີ່​ວາງ​ສະ​ແດງ ໃນ​ງານ​ໂຊ​ເຮືອ​ບິນ ທີ່​ນະ​ຄອນ​ເບີ​ລິນ ປະ​ເທດ​ເຢຍ​ຣະ​ມັນ ເມື່ອ​ວັນ​ທີ 25 ເມ​ສາ 2018.

ກອງ​ທັບ​ສະ​ຫະ​ລັດ​ ໄດ້​ໃຫ້​ເວ​ລາ​ແກ່​ເທີ​ກີ​ ໄປ​ຈົນ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ ເພື່ອ​ຢຸດ​ເຊົາ​ການ​ຊື້​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ​ຈາກ​ຣັດ​ເຊຍ ໂດຍ​ເຕືອນ​ວ່າຖ້າຫາກ ​ບໍ່​ດັ່ງ​ນັ້ນ ສະ​ຫະ​ລັດ​ຈະ​ເອົາ​ຊື່​ເທີ​ກີຊຶ່ງ​ເປັນ​ພັນ​ທະ​ມີ​ດ​ໃນ​ອົງ​ການ​ເນ​ໂຕ້ອອກ​ຈາກໂຄງ​ການ​ເຮືອ​ບິນ​ລົບ F-35.

ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ສະ​ຫະ​ລັດ ທ່ານ​ແພັດ​ທ​ຣິກ ຊາແນ​ແຮນ ໄດ້​ສົ່ງ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ໄປ​ຫາ​ຄູ່​ຕຳ​ແໜ່ງ​ຝ່າຍ​ເທີ​ກີ ໂດຍ​ກ່າວ​ວ່າ ການ​ຝຶກ​ແອບ​ນັກ​ບິນ​ເທີ​ກີ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 31 ກໍ​ລະ​ກົດແລະ​ເທີ​ກີ​ຈະ​ບໍ່​ໄດ້ຮັບ​ອະ​ນຸ​ຍາດ ໃຫ້ເປັນ​ເຈົ້າ​ຂອງ ​ເຮືອ​ບິນ F-35 ​ຈຳ​ນວນ 4 ລຳ ທີ່ເທີ​ກີ ໄດ້​ຊື້​ຈາກ​ສະ​ຫະ​ລັດ ຖ້າ​ປະ​ເທດ​ດັ່ງ​ກ່າວ​ຫາກ​ຍັງ​ດຳ​ເນີນ​ການ​ຕໍ່​ໄປ​ກ່ຽວ​ກັບ​ການ​ຊື້​ລະບົບ​ລູກ​ສອນ​ໄຟ​ຈາກ​ຣັດ​ເຊຍ.

ຮັກ​ສາ​ການ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ຫລ ທ່ານ​ແພັດ​ທ​ຣິກ ຊ​າ​ແນ​ແຮນ ພວມ​ຖະ​ແຫຼງ ຕໍ່​ພວກ​ນັກ​ຂ່າວ ທີ່​ຕຶກ​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 21 ພຶດ​ສະ​ພາ 2019.
ຮັກ​ສາ​ການ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ຫລ ທ່ານ​ແພັດ​ທ​ຣິກ ຊ​າ​ແນ​ແຮນ ພວມ​ຖະ​ແຫຼງ ຕໍ່​ພວກ​ນັກ​ຂ່າວ ທີ່​ຕຶກ​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 21 ພຶດ​ສະ​ພາ 2019.

ນອກນັ້ນ​ ທ່ານ​ຍັງ​ເຕືອນ​ວ່າ ການ​ຊື້​ລະ​ບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ S-400 ຈາກຣັດເຊຍ​ແມ່ນ​ສ່ຽງ​ຕໍ່​ການ​ບ່ອນ​ທຳ​ລາຍ​ຄວາມ​ສຳ​ພັນ ​ຂອງ​ອັງ​ກາ​ຣາ​ ກັບ ​ສະ​ຫະ​ລັດແລະ​ອົງ​ການ​ເນ​ໂຕ້.

ທ່ານ​ຊາ​ແນ​ແຮນ​ຂຽນ​ຢູ່​ໃນ​ຈົດ​ໝາຍ​ ທີ່​ສົ່ງ​ໄປ​ຫາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ເທີກີ ທ່ານ Hulusi Akar ທີ່​ເປີດ​ເຜີຍ​ໃຫ້​ຊາບ​ ໃນມື້​ວັນ​ສຸກວານນີ້​ວ່າ “ທ່ານ​ຍັງ​ມີ​ທາງ​ເລືອກ​ຢູ່ ທີ່​ຈະ​ປ່ຽນທິດ​ທາງ​ກ່ຽວ​ກັບ​ການ​ຊື້​ລະ​ບົບ​ລູກ​ສອນ​ໄຟ S-400​.”

ສະ​ຫະ​ລັດ​ໄດ້​ເຕືອນ​ເທີ​ກີ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ແຜນ​ການ​ທີ່​ຈະ​ຊື້​ລະ​ບົບ​ປ້ອງ​ກັນ​ລູກສອນ​ໄຟ​ຂອງ​ຣັດ​ເຊຍນັ້ນ ເປັນ​ໄພ​ຂົ່ມ​ຂູ່ ​ຕໍ່​ເຮືອ​ບິນ​ລົບ F-35 ​ທີ່​ເຣ​ດ້າຈັບ​ບໍ່​ໄດ້ ຊຶ່ງ​ເທີ​ກີ​ມີ​ແຜນ​ທີ່​ຈະ​ຊື້​ເຊັ່ນ​ດຽວ​ກັນ. ສະ​ຫະ​ລັດ​ກ່າວ​ວ່າເທີ​ກີ​ບໍ່​ສາ​ມາດ​ທີ່​ຈະ​ມີ​ທັງສອງ​ຢ່າງ​ໄດ້ພ້ອມ​ກັນ.

​ທະ​ຫານ​ຣັດ​ເຊຍ​ຄົນ​ນຶ່ງ ຍ່າງ​ຜ່ານ​ລະ​ບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ S-400 ເມື່ອ​ວັນ​ທີ 29 ເມ​ສາ 2019.
​ທະ​ຫານ​ຣັດ​ເຊຍ​ຄົນ​ນຶ່ງ ຍ່າງ​ຜ່ານ​ລະ​ບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ S-400 ເມື່ອ​ວັນ​ທີ 29 ເມ​ສາ 2019.

ເຈົ້າ​ໜ້າ​ທີ່​ທະ​ຫານ​ຂອງ​ສະ​ຫະ​ລັດ​ຢ້ານ​ວ່າ ​ຣັດ​ເຊຍ​ອາດ​ຈະ​ປັບ ​ສະ​ມັດ​ຕະ​ພາບ ລະ​ບົບລູກ​ສອນ​ໄຟ S-400 ຕໍ່​ຕ້ານ​ອົງ​ການ​ເນ​ໂຕ້​ຈາກ​ຂໍ້​ມູນ​ຕ່າງໆ​ທີ່ຕົນ​ເກັບ​ກຳເອົາ​ຢູ່​ໃນ​ເທີ​ກີ.

ທັງໆ​ທີ່​ໄດ້​ມີ​ການ​ເຕືອນ ​ແຕ່ເທີ​ກີ​ກໍ​ຍັງ​ດຳ​ເນີນ​ການ​ຕໍ່​ໄປ ​ກ່ຽວ​ກັບ​ການ​ຊື້​ລະ​ບົບ​ລູກ​ສ​ອນ​ໄຟ​ຈາກ​ຣັດ​ເຊຍ. ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານເຣ​ເຊັບ ຕາຍ​ຢິບ ເອີດ​ວານ ກ່າວ​ວ່າ ມັນ “ເປັນ​ໄປ​ບໍ່​ໄດ້” ສຳ​ລັບ​ເທີ​ກີ​ ທີ່​ຈະ​ຖອນ​ຕົວຈາກ​ການ​ຕົກ​ລົງ​ກັບ​ມົ​ສ​ກູ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG