ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ເລີ້ມເຈລະຈາ ກັບອີຣ່ານ ກ່ຽວກັບ ໂຕປະກັນຊາວອາເມຣິກັນ 5 ຄົນ ທີ່ອີຣ່ານຄວບຄຸມໂຕຢູ່ນັ້ນ


ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈັກ ຊູລລີແວນ ກ່າວໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈັກ ຊູລລີແວນ ກ່າວໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈັກ ຊູລລີແວນ ໄດ້ກ່າວໃນວັນອາທິດວານນີ້ ວ່າ ສະຫະລັດໄດ້ເລີ້ມເຈລະຈາກັບອີຣ່ານ ກ່ຽວກັບການສົ່ງໂຕປະກັນຊາວອາເມຣິກັນຢ່າງໜ້ອຍ 5 ຄົນກັບຄືນໃຫ້ສະຫະລັດຜູ້ທີ່ເຕຫະຣ່ານຄວບຄຸມໂຕໄວ້ນັ້ນ.

ໃນການໃຫ້ສຳພາດ ຕໍ່ລາຍການ “Face the Nation” ຂອງໂທລະພາບ CBSທ່ານຊູລລີແວນ ໄດ້ກ່າວວ່າ ມັນເປັນ “ບູລິມະສິດທີ່ສໍາຄັນ” ຂອງລັດຖະບານປະທານາທິບໍດີ ໂຈ ໄບເດັນ ທີ່ຈະນຳເອົາຊາວອາເມຣິກັນ “ກັບຄືນປະເທດຢ່າງປອດໄພ” ແລະອັນນັ້ນ ມັນເປັນ “ການໝິ່ນປະມາດແທ້ໆເລີຍ” ທີ່ພວກເຂົາໄດ້ຖືກຄຸມຕົວ.

ທ່ານຊູລລີແວນ ໄດ້ກ່າວວ່າ “ພວກເຮົາໄດ້ເລີ້ມຕິດຕໍ່ສື່ສານກັບພວກຊາວອີຣ່ານກ່ຽວກັບເລື້ອງນີ້ ແລະທ່ານກ່າວໄປອີກວ່າ “ພວກເຮົາຈະບໍ່ຮັບຂໍ້ສະເໜີໄລຍະຍາວອັນໃດບ່ອນທີ່ພວກເຂົາສືບຕໍ່ຄວບຄຸມໂຕຊາວອາເມຣິກັນໄວ້ ແບບຢ່າງບໍ່ເປັນທຳແລະບໍ່ຖືກຕ້ອງຕາມກົດໝາຍ” ຊຶ່ງທ່ານເອີ້ນມັນວ່າ ເປັນ “ໄພຫາຍະນະດ້ານມະນຸດສະທຳ.”

ອີຣ່ານ ກຳລັງຄວບຄຸມໂຕພວກທີ່ມີສອງສັນຊາດໄວ້ຫຼາຍສິບຄົນ ລວມທັງຊາວອາເມຣິກັນ 5 ຄົນ ໂດຍສ່ວຍໃຫຍ່ ໃນຂໍ້ຫາເປັນສາຍລັບ.

ເຖິງແມ່ນການສົນທະນາກ່ຽວກັບໂຕປະກັນກໍຕາມ ທ່ານຊູລລີແວນ ໄດ້ກ່າວວ່າ ບໍ່ມີການເຈລະຈາໃດໆໄດ້ເລີ້ມຂຶ້ນ ກັບອີຣ່ານ ກ່ຽວກັບການເຂົ້າຮ່ວມຄືນ ຂອງສະຫະລັດໃນສົນທິສັນຍາສາກົນປີ 2015 ເພື່ອຍັບຍັ້ງໂຄງການພັດທະນານິວເຄລຍຂອງອີຣ່ານ ຊຶ່ງບັນດາເຈົ້າໜ້າທີ່ຂອງອີຣ່ານ ຢືນຢັນວ່າ ແມ່ນເພື່ອຈຸດ ປະສົງທີ່ສັນຕິ ແລະບໍ່ແມ່ນການພັດທະນາດ້ານອາວຸດນິວເຄລຍ.

ທ່ານໄບເດັນ ໄດ້ກ່າວໃນວັນສຸກຜ່ານມາວ່າ ສະຫະລັດ ຂັບດັນໃຫ້ “ພົວພັນ ຄືນໃໝ່ ໃນການເຈລະຈາ” ເພື່ອຟື້ນຟູສົນທິສັນຍາດັ່ງກ່າວທີ່ອະດີດປະທານາ ທິບໍດີ ດໍໂນລ ທຣຳ ໄດ້ຖອນໂຕອອກໃນປີ 2018.

“ພວກເຮົາຕ້ອງໃຫ້ມີຄວາມໂປ່ງໃສ ແລະຕິດຕໍ່ສື່ສານເພື່ອຫລຸດຜ່ອນການເພີ້ມຂຶ້ນຂອງການເຂົ້າໃຈຜິດຫຼືຄວາມຜິດພາດທາງດ້ານຍຸດທະສາດ” ທ່ານໄບເດັນ ໄດ້ກ່າວໄປຢູ່ທີ່ກອງປະຊຸມດ້ານຄວາມໝັ້ນຄົງມິວນິກທາງອອນໄລນ໌.

ແຕ່ທ່ານຊູລລີແວນ ໄດ້ກ່າວວ່າ “ອີຣ່ານຍັງບໍ່ທັນໄດ້ໃຫ້ຄຳຕອບເທື່ອ” ຕໍ່ການທາບທາມ ໃນການເລີ້ມການເຈລະຈານິວເຄລຍຄືນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG