ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດີ່ນບິນ ສຫລ ຫຼາຍແຫ່ງ ຍົກລະດັບ ການກວດຫາ ພະຍາດອີໂບລາ


ບັນດາຜູ້ເດີນທາງເຂົ້າມາ ຈາກອາຟຣິກາຕາເວັນຕົກ ປະເຊີນໜ້າ ກັບການກວດຫາພະຍາດອີໂບລາ ທີ່ເດີ່ນບິນສະຫະລັດ 5 ແຫ່ງ ໂດຍເລີ້ມຢູ່ ເດີ່ນບິນ ສາກົນ JFK ໃນນະຄອນນິວຢອກ, ວັນທີ 11 ຕຸລາ 2014.
ບັນດາຜູ້ເດີນທາງເຂົ້າມາ ຈາກອາຟຣິກາຕາເວັນຕົກ ປະເຊີນໜ້າ ກັບການກວດຫາພະຍາດອີໂບລາ ທີ່ເດີ່ນບິນສະຫະລັດ 5 ແຫ່ງ ໂດຍເລີ້ມຢູ່ ເດີ່ນບິນ ສາກົນ JFK ໃນນະຄອນນິວຢອກ, ວັນທີ 11 ຕຸລາ 2014.

ບັນດາປະ​ເທດ​ຕາ​ເວັນ​ຕົກ ກຳ​ລັງ​ເພີ້​ມມາດຕາ​ການ​ຕ່າງໆ ​
ເພື່ອ​ປ້ອງ​ກັນ​ພະຍາດ​ອີ​ໂບລາ.

​ໃນສະຫະລັດ ​ວັນ​ເສົາ​ວານ​ນີ້​ ເດີ່ນ​ບິນ​ແຫ່ງ​ນຶ່ງ​ຢູ່ນະຄອນ​
ນິວຢອກ ໄດ້​ເປັນ​ແຫ່ງ​ທຳ​ອິດໃນ​ປະ​ເທດ ທີ່​ໄດ້​ເລີ້ມ​ຍົກ
​ລະດັບ​ໂຄງການ​ກວດ​ຫາອີ​ໂບລາ ​ເພື່ອ​ປ້ອງ​ກັນ​ການ​ແຜ່​
ລາມ​ອອກ​ໄປ ​ຂອງ​ພະຍາດນີ້.

EBOLA CNPK
please wait
Embed

No media source currently available

0:00 0:01:54 0:00

ເດີ່ນ​ບິນ​ສາ​ກົນ John F. Kennedy ​ໄດ້​ເລີ້ມ​ກວດ​ອຸນຫະພູມຂອງ​ບັນດາ​ຜູ້ໂດຍສານ ທີ່​ມາຈາກ ປະ​ເທດໄລ​ບີ​ເຣຍ ຊີ​ແອຣາ ລີ​ອອນ ​ແລະ ກີ​ນີ ອັນ​ເປັນ​ສ່ວນ​ນຶ່ງ​ ຂອງ​ການ​ເອົາ
ມາດຕາ​ການ​ເພີ້​ມນັ້ນ​. ບັນດາ​ຜູ້​ເດີນທາງ ຈະ​ຍັງ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ສອບຖາມ​ ເພື່ອ​ພິຈາລະນາເບິ່ງວ່າ ​ເຂົາ​ເຈົ້າອາດ​ໄດ້​ສຳ​ພັດ​ ກັບ​ຜູ້​ທີ່​ຕິດພະຍາດ​ອີ​ໂບລາຫຼືບໍ່.

ເດິ່ນບິນສາກົນໃນສະຫະລັດ ບ່ອນທີ່ມີການເລີ້ມກວດ ອີໂບລາ (ຄລິກໃຫ້ໃຫຍ່)
ເດິ່ນບິນສາກົນໃນສະຫະລັດ ບ່ອນທີ່ມີການເລີ້ມກວດ ອີໂບລາ (ຄລິກໃຫ້ໃຫຍ່)

ກົດ​ລະບຽບ​ໃໝ່​ນີ້ ຈະ​ຂະຫຍາຍ​ອອກ​ໄປ​ຍັງ ເດີ່ນ​ບິນ​ອີກ 4 ​ແຫ່ງ ​
ໃນ​ອາທິດ​ນີ້ ກໍ​ຄື ​ເດີ່ນ​ບິນ​ Newark ໃນ​ລັດ New Jersey
ເດີ່ນ​ບິນ Washington Dulles ​ໃນ​ລັດ Virginia ເດີ່ນ​ບິນ
O’Hare ຂອງ​ນະຄອນ Chicago ​ໃນລັດ Illinios ​ແລະ ເດີ່ນ
​ບິນສາກົນ ​ໃນ ນະຄອນ Atlanta. ຮວມກັນ​ແລ້ວ ເດີ່ນ​ບິນທັງ
5 ​ແຫ່ງ​ນີ້ ​ແມ່ນຕ້ອນຮັບ​ ຫຼາຍກວ່າ 90 ​ເປີ​ເຊັນຂອງຜູ້​ໂດຍສານ
​ທັງ​ໝົດ ທີ່​ເດີນທາງ​ເຂົ້າ ມາ​ໃນ​ສະຫະລັດ ຈາກ 3 ປະ​ເທດໃນ​
ອາ​ຟຣິກາ​ຕາ​ເວັນ​ຕົກ ທີ່​ຖືກກະທົບ​ຈາກ​ອີ​ໂບລາ​ ຢ່າງ​ໜັກ​ທີ່​ສຸດ.

ສ່ວນປະ​ເທດອັງກິດ ກໍໄດ້ນຳ​ເອົາ​ການກວດ​ຫາ​ອີ​ໂບລາ ຢູ່​ຕາມເດີ່ນ​ບິນ​ ແລະ​ສະຖານີ​ລົດ​ໄຟ​ ບາງ​ແຫ່ງ.

​ຫົວໜ້າຝ່າຍ​ການແພດຂອງອັງກິດ ທ່ານນາງ Sally Davies ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ອັງກິດຄວນ​ຄາດໝາຍວ່າ ​ຈະ​ມີກໍລະນີ​ຂອງອີ​ໂບ ລາ “ຈຳນວນ​ນ້ອຍ​ນຶ່ງ” ​ໃນ​ລະຍະ​ 2-3 ​ເດືອນ​ຂ້າງ​ໜ້າ​ນີ້. ບັນດາ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ໄດ້​ທຳ​ການ​ເຝິກຊ້ອມ​ ເປັນ​ເວລາ 8 ຊົ່ວໂມງ ທົ່ວ​ປະ​ເທດໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ທົດ​ສອບ​ເບິ່ງ​ຄວາມ​ພ້ອມ​ຂອງ​ອັງ​ກິດ ​ໃນ​ການ​ຮັບ​ມື​ກັບ​ກາ​ນລະບາດທີ່​ອາດ​ເກີດ​ຂຶ້ນ​ນັ້ນ.

ເບິ່ງວີດີໂອເລື້ອງ: ມື້ນຶ່ງ ກັບໜ່ວຍທິມຝັງສົບ ຂອງປະເທດ ຊີແອຣາ ເລອອນ

A Day with Sierra Leone’s First Ebola Burial Team
please wait

No media source currently available

0:00 0:02:57 0:00

XS
SM
MD
LG