ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍຈະໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາ START


ສະພາຕໍ່າ Duma ຂອງຣັດເຊຍ
ສະພາຕໍ່າ Duma ຂອງຣັດເຊຍ

ປະທານສະພາຕໍ່າຂອງຣັດເຊຍ
ກ່າວວ່າທາງສະພາຕໍ່າຫຼືສະພາ
Duma ຂອງຣັດເຊຍ ສາມາດ
ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ
ຄວບຄຸມອາວຸດນິວເຄລຍ ກັບ
ສະຫະລັດ​ໄດ້ ຢ່າງໄວທີ່​ສຸດໃນ
ວັນສຸກມື້ອື່ນນີ້.

ປະທານສະພາຕໍ່າຣັດເຊຍທ່ານ Boris Gryzlov ກ່າວໃນວັນພະຫັດມື້ນີ້ວ່າ ທາງສະພາ
ຕໍ່າສາມາດລົງຄະແນນສຽງ ໃນວັນສຸກມື້ອື່ນນ ີ້ຖ້າຫາກບໍ່ໄດ້ມີການ​ປ່ຽນແປງເນື້ອ​ ໃນ
ຂອງສົນທິສັນຍາຢູ່​ໃນ​ສະ​ບັບທີ່ສະພາສູງຂອງສະຫະລັດຮັບຜ່ານ​ເອົານັ້ນ.

ສະພາສູງສະຫະລັດ ໄດ້ລົງຄະແນນສຽງ 71 ຕໍ່ 26 ຮັບຮອງເອົາສົນທິສັນຍາຄວບຄຸມ
ອາວຸດຍຸດທະສາດ ຫຼື START ສະບັບໃໝ່ກັບຣັດເຊຍ ໃນມື້ວັນພຸດວານນີ້.

ປະທານາທິບໍດີ​ຮັດ​ເຊຍ ທ່ານ Dmitry Medvedev ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ກາ​ນທີ່
ສະພາ​ສູງ​ສະຫະລັດ​ໄດ້ຮັບ​ຜ່ານສົນທິສັນຍາ​ດັ່ງກ່າວ​ຊຶ່ງ​ຈະ​ຕັດ​ຈໍານວນ​ອາວຸດ​ນິວ​ເຄລຍທີ່​
ສະຫະລັດ​ແລະຣັດ​ເຊຍ​ມີຢູ່​ນັ້ນ​ລົງ ​ແລະ​ຈັດ​ຕັ້ງ​ລະບົບພິສູດ​ແລະ​ກວດກາ​ຮ່ວມ​ຂຶ້ນມາ.

ທ່ານໂອບາມາ ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ທຳນຽບຂາວ ໃນມື້ວານນີ້ວ່າ ການ
ຮັບຜ່ານສົນທິສັນຍາດັ່ງກ່າວນີ້ ແມ່ນໄດ້ສົ່ງສັນຍານອັນເຂັ້ມແຂງໄປຍັງທົ່ວໂລກ.

ທັງສະພາສູງແລະສະພາຕໍ່າຂອງຣັດເຊຍ ຍັງຈະຕ້ອງໃຫ້ສັດຕະຍາບັນ​ເສຍກ່ອນສົນທິສັນ
ຍາສະບັບນີ້ ຈຶ່ງຈະມີຜົນບັງຄັບໃຊ້ໄດ້.

XS
SM
MD
LG