ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສືບລັບ CIA ຂອງ ສຫລ ວາງແຜນ ທຳການປັບປຸງ ຄັ້ງໃຫຍ່


ຜູ້ຊາຍຄົນນຶ່ງ ຢ່າງຜ່ານ ເຄຶ່ອງໝາຍອົງການສຶບລັບ CIA.
ຜູ້ຊາຍຄົນນຶ່ງ ຢ່າງຜ່ານ ເຄຶ່ອງໝາຍອົງການສຶບລັບ CIA.

ອົງການ​ສື​ບລັບ CIA ຂອງສະຫະລັດ ກຳລັງ​ເລີ້ມ​ທຳການປ່ຽນ
​ແປງ​ການຈັດ​ຕັ້ງ​ໃໝ່ ທີ່​ແນ​ໃສ່ເພື່ອປັບປຸງ​ຄວາມ​ສາມາດທາງ
ດ້ານ​ອິນ​ເຕີ​ແນັດ ​ແລະ​ອຸດຕັນຊ່ອງ​ຫວ່າງໃນ​ການ​ປະຕິບັດ​
ງານ​ດ້ານ​ການ​ສືບລັບ ຂອງທາງອົງການ.

ຫົວໜ້າ​ອົງການ​ສືບ​ລັບ CIA ທ່ານ John Brennan ກ່າວ​ຢູ່​
ໃນ​ການປະກາດ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ເຄື່ອນ​ໄຫວ​ນີ້ ມີ​ຂື້ນ
​ຫລັງ​ຈາກບັນດາ​ຜູ້​ຊ່ຽວຊານ​ຈາກ​ພາຍ​ນອກ ​ໄດ້​ໃຊ້​ເວລາ​
ຫລາຍ​ເດືອນ​ວິ​ເຄາະ​ເບິ່ງ ໂຄງຮ່າງການຄຸ້ມຄອງ​ຂອງ​ອົງການ
ດັ່ງກ່າວ.

ທ່ານ​ກ່າວ​ວ່າ ອົງການ​ CIA ຈະ​ເພີ້​ມຕຳແໜ່ງລະດັບຫົວໜ້າ​ໃໝ່ອີກຕຳແໜ່ງນຶ່ງ ຄື “ຜູ້​ອຳ
ນວຍການດ້ານນະວັດຕະກຳດີຈີທອລ” ​ເພື່ອ​ເນັ້ນໜັກ​ໃສ່ຄວາມ​ກ້າວ​ໜ້າດ້ານ​ເ​ທັກ​ໂນ​ໂລ
ຈີ​ອິນ​ເຕີ​ແນັດ ທີ່​ໄດ້ເຮັດໃຫ້​ວິ​ທີ​ການສືບລັບ​ທີ່​ເຄີຍປະຕິບັດ ມາ ມີການປ່ຽນແປງໄປນັ້ນ.

ທ່ານ Brennan ກ່າວ​ວ່າ “ຄວາມ​ສາມາດ​ຂອງ​ພວກ​ເຮົາ ໃນການປະຕິບັດ​ຄວາມ​ຮັບຜິດ
​ຊອບ​ຕໍ່ການ​ສືບ​ລັບ​ດ້ວຍມະນຸດ ​ແລະ​ການ​ຮັບຜິດຊອບ​ຕໍ່ຄວາມ​ປອດ​ໄພ​ຂອງ​ປະ​ເທດ
​ໄດ້​ກາຍ​ມາ​ເປັນ​ການ​ທ້າ​ທາຍ​ຫລາຍ​ຂື້ນ” ຢູ່​ໃນໂລກ​ຍຸກຄອມ​ພິວ​ເຕີໃນ​ປັດ​ຈຸ​ບັນ. ທ່ານ
​ກ່າວ​ວ່າ ອົງການ​ຕ້ອງໄດ້​ “ເຂົ້າ​ໃຈທຸກ​ວິທີ​ທາງ​ກ່ຽວກັບ​ສິ່ງ​ແວດ​ລ້ອມ​ດ້ານດີຈີທອລ.”

ຢູ່​ໃນ​ການ​ປ່ຽນແປງ​ໃຫຍ່​ອີກ​ຢ່າງ​ນຶ່ງນັ້ນ ອົງການ CIA ຈະຍຸດຕິການແຍກກັນ ລະຫວ່າງ
​ພະ​ແນ​ກ​ປະຕິບັດ​ງານ ​ແລະ​ພະແນກວິເຄາະທີ່ມີມາເປັນເວລາດົນນານ ຊຶ່ງ​ເປັນ​ລະບົບ​
ຕ້ອງການ​ໃຫ້ພວກ​ພະນັກງານກຸ່ມນຶ່ງ​ເກັບ​ກຳ​ລາຍ​ລະອຽດ ​ແລະ ອີກ​ພວກ​ນຶ່ງ​ທຳ​ການ
ວິ​ເຄາະ.

​ແຜນການ​ໃໝ່​ຈະ​ປະສົມ​ປະສານ​ບັນດາ​ສາຂາ​ເຫລົ່າ​ນັ້ນ​ເຂົ້າ​ມາ​ເປັນ 10 “ສູນ​ກາງ​
ປະຕິບັດ​ງານ​ໃໝ່.” ບັນດາ​ສູນ​ກາງ​ເຫລົ່າ​ນີ້ຈະ​ເນັ້ນ​ໜັກ​ໃສ່ ການ​ທ້າ​ທາຍ​ທີ່​ສະ​ເພາະ
ຈະ​ຈົງ ຫລື ຢູ່​ໃນ​ຂົງ​ເຂດ​ຕ່າງໆຂອງ​ໂລກ. CIA ​ໄດ້​ປະ​ຕິບັດ​ມາ​ແລ້ວ ຫລາຍແຫ່ງ ​ເຊັນ​
ວ່າ ບັນດາສູນ​ກາງວິ​ໃຈ ຮວມທັງ​ສູນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍແຫ່ງ​ນຶ່ງ.

ທ່ານ Brennan ກ່າວ​ວ່າ “ຂ້າພະ​ເຈົ້າ​ຮູ້​ ​ເບິ່ງ​ຄື​ວ່າ​ປັດຈຸບັນ​ນີ້ ​ແຕ່​ວ່າ​ອັນ​ທີ່​ພວກ​ເຮົາ​ພະ
ຍາຍ​າມທີ່​ຈ​ະເຮັດກັບ ສູນ​ກາງ​ປະຕິບັດ​ງານ​ເຫລົ່າ​ນີ້ ​ແມ່ນ​ປົກ​ຄຸມ​ໂລກ​ທັງ​ໝົດ ຂົງ​ເຂດ
​ແລະ​ການ​ປະຕິບັດ​ໜ້າ​ທີ່ ​ແລະ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ກໍ​າລັງ​ເກີດ​ຂື້ນ ຢູ່​ໃນ​ໂລກນັ້ນ ຕົກລົງ​ມາ​ຢູ່​
ໃນຈຳນວນ​ຂຸທັງຫລາຍ.

XS
SM
MD
LG