ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສືບລັບ ສຫລ ຈະແນໃສ່ການຮັບມື ດີຂຶ້ນກວ່າເກົ່າ ໃນການປະເຊີນໜ້າກັບປັກກິ່ງ


ຫ້ອງໂຖງທາງເຂົ້າສຳນັກງານໃຫຍ່ຂອງອົງການສືບລັບຊີໄອເອ ທີ່ເມືອງແລັງເລ ລັດເວີຈີເນຍ ເມື່ອວັນທີ 14 ສິງຫາປີ 2008.
ຫ້ອງໂຖງທາງເຂົ້າສຳນັກງານໃຫຍ່ຂອງອົງການສືບລັບຊີໄອເອ ທີ່ເມືອງແລັງເລ ລັດເວີຈີເນຍ ເມື່ອວັນທີ 14 ສິງຫາປີ 2008.

ອົງການສືບລັບທີ່ສຳຄັນສຸດຂອງສະຫະລັດ ພວມທຳການປ່ຽນແປງເພື່ອຮັບມືກັບອັນທີ່ທາງອົງການດັ່ງກ່າວ ເວົ້າວ່າ ລັດຖະບານ “ທີ່ເປັນປໍລະປັກຫຼາຍຂຶ້ນ” ຢູ່ທີ່ປັກກິ່ງ.

ຜູ້ອຳນວຍການຂອງອົງການຊີໄອເອ ທ່ານວິລລຽມ ເບີນສ໌ ໄດ້ປະກາດໃນວັນພະຫັດວານນີ້ ກ່ຽວກັບການສ້າງຕັ້ງສູນກາງການປະຕິບັດງານຈີນຂຶ້ນ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ຊັບພະຍາກອນຕ່າງໆ ແລະການປະຕິບັດງານ ທີ່ມີຢູ່ໃນປັດຈຸ ບັນຂອງທາງອົງການແມ່ນເຮັດວຽກຮ່ວມກັນ ເພື່ອປະເຊີນກັບໄພຂົ່ມຂູ່ທີ່ມີເພີ້ມຂຶ້ນ.

ຢູ່ໃນຖະແຫຼງຂ່າວ ທ່ານເບີນສ໌ ເອີ້ນລັດຖະບານຈີນວ່າ “ເປັນໄພຂົ່ມຂູ່ທາງດ້ານພູມສາດການເມືອງທີ່ສຳຄັນສຸດທີ່ພວກເຮົາປະເຊີນໜ້າໃນສັດຕະວັດທີ 21.”

ທ່ານກ່າວຕື່ມວ່າ “ຕະຫຼອດປະຫວັດສາດຂອງພວກເຮົາ ອົງການຊີໄອເອ ແມ່ນໄດ້ເພີ້ມການກະກຽມ ເພື່ອຮັບມືກັບແມ່ນຫຍັງກໍຕາມ ທີ່ກຳລັງຈະເກີດຂຶ້ນ ແລະເວລານີ້ພວມປະເຊີນກັບການທົດສອບທາງດ້ານພູມສາດການເມືອງທີ່ໃຫຍ່ທີ່ສຸດ ຂອງຍຸກສະໄໝໃໝ່ ໃນການແຂ່ງຂັນລະຫວ່າງມະຫາອຳນາດໃຫຍ່ ອົງການຊີໄອເອຈະຢູ່ແຖວໜ້າ ໃນຄວາມພະຍາຍາມດັ່ງກ່າວນີ້.”

ອົງການຊີໄອເອ ໄດ້ປະກາດວ່າ ຕົນພວມສ້າງຕັ້ງ ສູນກາງການປະຕິບັດງານລະ ຫວ່າງປະເທດ ແລະເທັກໂນໂລຈີ ແລະຕຳແໜ່ງໃໝ່ຫົວໜ້າຮັບຜິດຊອບໃນດ້ານເທັກໂນໂລຈີ ເພື່ອຮັບມືກັບບັນຫາການແຂ່ງຂັນຕ່າງໆຂອງໂລກ ໃຫ້ດີຂຶ້ນກວ່າເກົ່າ ຮວມທັງເທັກໂນໂລຈີທີ່ຄິດຄົ້ນຂຶ້ນໃໝ່ ຄວາມໝັ້ນຄົງທາງດ້ານເສດຖະກິດ ສຸຂະອະນາໄມຂອງໂລກ ແລະບັນຫາການປ່ຽນແປງຂອງອາກາດ.

ນອກນັ້ນ ອົງການຊີໄອເອຍັງກ່າວວ່າ ຕົນໄດ້ເລີ້ມໂຄງການສົ່ງເສີມເທັກໂນໂລຈີ ເພື່ອນຳເອົາພວກນັກຊ່ຽວຊານ ເຂົ້າມາເຮັດວຽກເຮັດການ ຢູ່ໃນອົງການດັ່ງກ່າວເປັນເວລານຶ່ງຫາສອງປີ.

ຄວາມເປັນຫ່ວງກັງວົນທີ່ເພີ້ມທະວີຂຶ້ນກ່ຽວກັບກິດຈະກຳຕ່າງໆຂອງລັດຖະບານຈີນບໍ່ແມ່ນເລື້ອງໃໝ່ ແລະທ່ານເບີນສ໌ ໃຫ້ຮ່ອງຮອຍໃນລະຫວ່າງການຮັບຟັງຄຳໃຫ້ການ ເພື່ອໃຫ້ການຢືນຢັນໃນການເຂົ້າຮັບຕຳແໜ່ງຂອງທ່ານເມື່ອຕົ້ນປີນີ້ວ່າ ການປ່ຽນແປງກຳລັງຈະມີຂຶ້ນ ເພື່ອຮັບມືກັບໄພອັນຕະລາຍຕ່າງໆ ໃຫ້ດີຂຶ້ນກວ່າເກົ່າ.

ທ່ານເບີນສ໌ ກ່າວຕໍ່ບັນດາສະມາຊິກສະພາ ໃນເດືອນກຸມພາຜ່ານມາ ໂດຍກ່າວເຖິງພວກຜູ້ນຳຂອງຈີນນັ້ນວ່າ ເປັນທາງສັດຕູແລະຂະໂມຍ ຊຶ່ງທ່ານກ່າວວ່າ “ການແຂ່ງຂັນກັບຈີນ ຈະເປັນກະແຈສຳຄັນຕໍ່ຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາໃນທົດສະວັດຕໍ່ໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG