ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະໜັບສະໜູນ ການແຂ່ງຂັນ ກິລາບານສົ່ງ ແລກປ່ຽນວັດທະນະທຳ ໃນຫຼວງພະບາງ


ນັກກິລາບານສົ່ງ ການທູດດ້ານກິລາ ສະຫະລັດ ແລະ ລາວ
ນັກກິລາບານສົ່ງ ການທູດດ້ານກິລາ ສະຫະລັດ ແລະ ລາວ

ລັດຖະບານ ສະຫະລັດ ອາເມຣິກາ ໄດ້ໃຫ້ການສະໜັບສະໜູນການແຂ່ງຂັນກິລາບານ
ສົ່ງ ແລະ ກິດຈະກຳແລກປ່ຽນທາງດ້ານວັດທະນະ ທຳ ສຳລັບບັນດານ້ອງນັກຮຽນລະ
ດັບມັດທະຍົມຈາກ ສະຫະລັດອາເມລິກາ ແລະ ສປປ ລາວ ໃນວັນທີ 19-20 ກໍລະກົດ
2018 ທີ່ຜ່ານມາ, ຮ່ວມກັບກະຊວງສຶກສາທິການ ແລະ ກິລາ.

ຄະນະຜູ້ແທນທີ່ມາຢ້ຽມຢາມ ມີ 25 ທ່ານ ລວມທັງນັກກິລາ ແລະ ຄູຝຶກ ຈາກເມືອງ
ແຊນດິເອໂກ ລັດຄາລີຟໍເນຍ ເຂົາເຈົ້າໄດ້ເດີນທາງມາຈາກ ສະຫະລັດ ສູ່ນະຄອນຕ່າງໆ
ໃນປະເທດຫວຽດນາມ ແລະ ສປປ ລາວ, ເພື່ອຮ່ວມແຂ່ງຂັນກິລາບານສົ່ງມິດຕະພາບ,
ຝຶກສອນທັກສະຕ່າງໆ, ພ້ອມກັນນັ້ນກໍຮຽນຮູ້ ກ່ຽວກັບ ວັດທະນະທຳ ແລະ ປະເພນີອັນ
ດີງາມຕ່າງໆຢູ່ໃນພາກພື້ນ ແລະ ສົ່ງເສີມຄວາມເຂົ້າໃຈດ້ານວັດທະນະທຳ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ໄດ້ເດີນທາງໄປ
ເຂົ້າຮ່ວມໃນພິທີດັ່ງກ່າວ ແລະ ກ່າວໃນບົດປາໃສ ໃນພິທີເປີດງານວ່າ: ການແຂ່ງຂັນກິ
ລາ ເປັນໜຶ່ງໃນຫຼາຍໆວິທີ ທີ່ຈະຊ່ວຍນໍາເອົາບັນດາຊາວໜຸ່ມ ມາເຂົ້າຮ່ວມກິດຈະກໍາ.
ມັນເປັນໜຶ່ງໃນຕົວຢ່າງທັງຫຼາຍຂອງຄວາມມຸ່ງໝັ້ນ ໃນການເປັນຄູ່ຮ່ວມພັດທະນາແບບ
ກວມລວມ, ແລະ ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນດີງາມຂອງສອງ
ຊາດ.

ທ່ານຜູ້ຕາງໜ້າຈາກ ກົມກິລາ ແລະ ສິລະປະ, ກະຊວງສຶກສາທິການ ແລະ ກິລາ ກໍໄດ້
ເດີນທາງໄປເຂົ້າຮ່ວມໃນພິທີນຳ.

ນັກຮຽນອາເມຣິກັນ ແມ່ນມາຈາກໂຮງຮຽນ ແລະ ທີມກິລາໃນເມືອງແຊນດິອາໂກ ເຊິ່ງ
ພາລະກິດຂອງເຂົາເຈົ້າແມ່ນນຳໃຊ້ກິລາ ເປັນວິທີເຂົ້າເຖິງ ແລະ ສະໜັບສະໜູນ ຊາວ
ໜຸ່ມທີ່ຢູ່ໃນກຸ່ມສ່ຽງ.

ນັກກິລາຫຼາຍຄົນເປັນສ່ວນໜຶ່ງຂອງສະໂມສອນບານສົ່ງ Exodus ເພື່ອຄວາມເປັນທຳ
ທາງສັງຄົມ, ເຂົາເຈົ້າແມ່ນອົງກອນ ທີ່ໄດ້ຖືກສ້າງຕັ້ງຂຶ້ນມາ ເພື່ອນຳສະເໜີ ການຝຶກ
ສອນ ທີ່ມີຄຸນນະພາບ ໃຫ້ແກ່ບັນດາຊາວໜຸ່ມທີ່ດ້ອຍໂອກາດ. ສ່ວນນັກກິລາຜູ້ອື່ນໆ ກໍ
ແມ່ນຮຽນຢູ່ໂຮງຮຽນມັດທະຍົມສົມບູນທີ່ເມືອງແຊນດິເອໂກ, ຊຶ່ງແມ່ນໂຮງຮຽນຂອງລັດ
ພຽງແຫ່ງດຽວໃນ ສະຫະລັດ ທີ່ສ້າງຂຶ້ນມາ ສຳລັບນັກຮຽນທີ່ບໍ່ມີເຮືອນຢູ່ອາໃສ, ຜູ້ທີ່ຢູ່
ໃນກຸ່ມສ່ຽງ ທີ່ຈະບໍ່ມີທີ່ຢູ່ອາໃສ, ຫຼື ຜູ້ທີ່ໄດ້ຮັບຜົນກະທົບຈາກການບໍ່ມີເຮືອນຢູ່ອາໃສ.

ສຳລັບທີມທີ່ມາຈາກ ສະຫະລັດ ນັ້ນ, ນີ້ແມ່ນການເດີນທາງທີ່ສຳຄັນໃນຊີວິດຂອງເຂົາ
ເຈົ້າ. ບັນດານັກກິລາສ່ວນຫຼາຍຢູ່ໃນທີມແມ່ນບໍ່ເຄີຍເດີນທາງອອກໄປຕ່າງປະເທດ
ແລະ ນີ້ແມ່ນຄັ້ງທຳອິດທີ່ພວກເຂົາ ເຈົ້າເດີນທາງມາຢ້ຽມຢາມປະເທດຕ່າງໆ ໃນເອເຊຍ
ຕາເວັນອອກສຽງໃຕ້.

ນາງ ແອມມີ ເຮີນັນເດສ, ນັກກິລາຈາກໂຮງຮຽນ ໂມນາກ (Monarch) ກ່າວວ່າ: ຂ້າພະ
ເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດ, ຂ້າພະເຈົ້າຢາກເດີນທາງໄປຕ່າງປະເທດມາຕະຫຼອດ, ຢາກຂີ່
ຍົນ, ແລະ ຮຽນຮູ້ເພີ່ມເຕີມ ກ່ຽວກັບ ກິລາບານສົ່ງ.

ຄະນະຜູ້ແທນ ສະຫະລັດ ໄດ້ຮັບການຕ້ອນຮັບເປັນພິເສດຈາກ “ທູດວັດທະນະທຳ” 5
ທ່ານ ທີ່ນະຄອນຫຼວງພະບາງ, ຊຶ່ງແມ່ນບັນດາໄວໜຸ່ມ ທີ່ກຳລັງສຶກສາຮໍ່າຮຽນພາສາອັງ
ກິດ ທີ່ອົງການສາກົນທ້ອງຖິ່ນ @MyLibrary.

ທ່ານ ປານ ເຮືອງວິໄລສີ, ອະດີດສາມະເນນ ປັດຈຸບັນຮຽນຢູ່ປີສຸດທ້າຍຂອງມັດທະຍົມ
ປາຍ ແລະ ເຮັດວຽກຢູ່ຫ້ອງສະໝຸດໃນຕອນຄ່ຳ ໄດ້ກ່າວວ່າ: ມັນເຮັດໃຫ້ຂ້າພະເຈົ້າຮູ້
ສຶກຕື່ນເຕັ້ນທີ່ໄດ້ມີໂອກາດເຮັດວຽກຮ່ວມກັບຄະນະຜູ້ແທນທີ່ມາຢ້ຽມຢາມທັງໝົດ ແລະ
ຍິນດີຕ້ອນຮັບທຸກໆທ່ານ ສູ່ ສປປ ລາວ.

ໂຄງການນີ້ໄດ້ຖືກເຮັດໃຫ້ເປັນໄປໄດ້ ດ້ວຍການສະໜັບສະໜູນທາງດ້ານທຶນຮອນ
ຈາກລັດຖະບານ ສະຫະລັດ ໂດຍຜ່ານສຳນັກງານການສຶກສາ ແລະ ວັດທະນະທຳ ກະ
ຊວງການຕ່າງປະເທດ ສະຫະລັດ,ແລະ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງໂດຍ ສະ
ພາການທູດ ແຊນດິເອໂກ ແລະ ສູນຄວາມອາດສາມາດແຫ່ງຊາດ.

ສະພາການທູດ ແຊນດິເອໂກ ໄດ້ມີບົດບາດອັນສຳຄັນໃນການເຊື່ອມຕໍ່ ນະຄອນ ແຊນ
ດິເອໂກ ກັບໂລກພາຍນອກໂດຍຜ່ານໂຄງການທາງວິຊາການໃນລະດັບສູງ, ໂຄງການ
ແລກປ່ຽນທາງດ້ານການສຶກສາ ແລະ ວັດທະນະທຳ. ສູນຄວາມອາດສາມາດແຫ່ງຊາດ
ກໍມີຄວາມສຳຄັນໃນການເສີມສ້າງຄວາມນັບຖືໃນຕົນເອງ, ຄວາມໝັ້ນໃຈ ແລະ ທັກສະ
ໃນການດຳເນີນຊີວິດຜ່ານການຫຼິ້ນກິລາ, ຄວາມລື່ນເລີງ ແລະ ໂຄງການການສຶກສາ
ຕ່າງໆ.

XS
SM
MD
LG