ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສຫລ ອະນຸມັດ ​ແຜນ​ງົບປະມານ 1 ພັນ 300 ຕື້​ໂດ​ລາ ​ເພື່ອເປັນລາຍຈ່າຍ ຂອງ​ລັດຖະບານ


ຈອມຕຶກ​ຫ້ອງການຂອງລັດຖະສະພາ ຫລື Capitol ໃນຕອນຕາເວັນກໍາລັງຂຶ້ນ ໃນວັນທີ 9 ກຸມພາ, 2018 ໃນນະຄອນຫລວງວໍຊິງຕັນ ບ່ອນທີ່ບັນດາສະມາຊິກ
ລັດຖະສະພາ ເຈລະຈາກັນ ແລະ ອະນຸມັດ​ແຜນ​ງົບປະມານ ມູນຄ່າ 1 ພັນ 300 ຕື້​ໂດ​ລາ ເພື່ອ​​​ເປັນ​ລາຍ​ຈ່າຍ​ ໃຫ້​ແກ່​ລັດຖະບານ​ ຈົນ​ຮອດ​ວັນ​ທີ 30 ກັນຍາ ປີນີ້.
ຈອມຕຶກ​ຫ້ອງການຂອງລັດຖະສະພາ ຫລື Capitol ໃນຕອນຕາເວັນກໍາລັງຂຶ້ນ ໃນວັນທີ 9 ກຸມພາ, 2018 ໃນນະຄອນຫລວງວໍຊິງຕັນ ບ່ອນທີ່ບັນດາສະມາຊິກ ລັດຖະສະພາ ເຈລະຈາກັນ ແລະ ອະນຸມັດ​ແຜນ​ງົບປະມານ ມູນຄ່າ 1 ພັນ 300 ຕື້​ໂດ​ລາ ເພື່ອ​​​ເປັນ​ລາຍ​ຈ່າຍ​ ໃຫ້​ແກ່​ລັດຖະບານ​ ຈົນ​ຮອດ​ວັນ​ທີ 30 ກັນຍາ ປີນີ້.

ສະພາ​ສູງ​ສະຫະລັດ​ໄດ້​ອະນຸມັດ​ແຜນ​ງົບປະມານ ມູນຄ່າ 1 ພັນ 300 ຕື້​ໂດ​ລາ
​ເພື່ອ​ເປັນ​ລາຍ​ຈ່າຍ​ໃຫ້​ແກ່​ລັດຖະບານ​ຈົນ​ຮອດ​ວັນ​ທີ 30 ກັນຍາ ປີນີ້.

ຜົນ​ການ​ລົງຄະ​ແນນ​ສຽງ 65 ຕໍ່ 32 ໃນຕອນເຊົ້າມືດຂອງວັນ​ສຸກມື້ນີ້ ພາຍຫຼັງ​
ທີ່ສະພາ​ຕໍ່າຂອງສະຫະລັດໄດ້ໃຫ້​ອະນຸມັດ​ແກ່​ແຜນການ​ດັ່ງກ່າວ ​ໃນ​ວັນ​ພະຫັດ
​ວານ​ນີ້.

ຮ່າງ​ແຜນການດັ່ງກ່າວ ຫຼັງຈາກນີ້ ກໍຈະຖືກສົ່ງ​ໄປໃຫ້ ປະທານາທິບໍດີ ​ດໍ​ໂນ​ລ ທຣໍາ
​ເຊັນ. ທໍານຽບຂາວ​ກໍ​ໄດ້​ບອກ​ວ່າ ​ທ່ານ​ຈະ​ເຊັນ​ອະນຸມັດຮ່າງກົດໝາຍດັ່ງກ່າວນີ້.

ບັນດາສະມາ​ຊິກ​ລັດຖະສະພາ​ທັງຫລາຍ ມີ​ເວລາ​ພຽງ​ແຕ່ບໍ່ພໍ​ເທົ່າ​ໃດ​ຊົ່ວ​ໂມງ
ເທົ່າ​ນັ້ນ ເພື່ອ​ອ່ານ​ແຜນ​ງົບປະມານ ​ທີ່​ຍາວ​ເກືອ​ບຮອດ 2,200 ໜ້າ ທີ່​ຫາກໍ່​
ອອກ​ມາ​ໃນ​ຄືນ​ວັນ​ພຸດ​ຜ່ານ​ມາ.

​ໃນ​ເມື່ອວ່າ ການ​ເລືອກ​ຕັ້ງກາງ​ສະ​ໄໝກໍາລັງ​ຈະ​ມາ​ເຖິງ​ໃນເດືອນພະຈິກນີ້ ​ແຜນ​ງົບປະມານ​ສະບັບ​ດັ່ງກ່າວ ​ຄ້າຍກັບ​ວ່າ​ ຈະ​ເປັນຂີດໝາຍ​ສະ​ແດງໃຫ້​ຮູ້ວ່າມັນເປັນ
ຄັ້ງສຸດ​ທ້າຍ ສໍາລັບ​ລັດຖະສະພາຈະ​ໄດ້ນໍາ​ເອົານິຕິ​ກໍາ​ໃຫຍ່​ແບບ​ນີ້ມາພິຈາລະນາ
​ໃນ​ປີນີ້. ​ແຜນການ​ດັ່ງກ່າວ​ແມ່ນ​ເຮັດ​ໃຫ້​ທ່ານ​ທຣໍາສາມາດ​ປະຕິບັດ​ຕາມ​ຄໍາໝັ້ນ
ສັນຍາທີ່​ທ່ານ​ເວົ້າ​ວ່າ​ຈະ​ເພີ້ມລາຍ​ຈ່າຍ​ໃຫ້​ແກ່​ກອງທັບນັ້ນ​ໄດ້ ​ແຕ່​ມັນ​ກໍໄດ້ໃຫ້​ງົບປະ
ມານ​ແກ່​ພາກ​ສ່ວນ​ທີ່​ຈໍາກັດ​ໃນແຜນການດ້ານ​ຄົນ​ເຂົ້າ​ເມືອງທີ່​ທ່ານຢາກ​ເຮັດ.ຮ່າງ
​ງົບປະມານ​ນີ້ມີ​ການ​ຂຶ້ນ​ເງິນ​ເດືອນ 2.4 ​ເປີເຊັນ​ໃຫ້​ແກ່​ພວກ​ທີ່​ເປັນທະຫານ.

ທ່ານ ພອລ ​ຣາຍອັນ (Paul Ryan) ປະທານ​ສະພາ​ຕໍ່າກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ກ່ຽວກັບການອະນຸມັດແຜນງົບປະມານ ໃນວັນທີ 22 ມີນາ 2018h 22, 2018.
ທ່ານ ພອລ ​ຣາຍອັນ (Paul Ryan) ປະທານ​ສະພາ​ຕໍ່າກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ກ່ຽວກັບການອະນຸມັດແຜນງົບປະມານ ໃນວັນທີ 22 ມີນາ 2018h 22, 2018.

ທ່ານ ພອລ ​ຣາຍອັນ (Paul Ryan) ປະທານ​ສະພາ​ຕໍ່າກ່າວ​ວ່າ "ມື້ນີ້​ໄດ້​ເປັນ​ຂີດ
ໝາຍການເລີ້ມຕົ້ນ​ຂອງຍຸກໃໝ່ ​ສຳລັບ​ກອງທັບ​ສະຫະລັດ. ນິຕິ​ກໍາ​ສະບັບ​ນີ້​ໄດ້​ປະຕິບັດຕາມ​ຄໍາໝັ້ນສັນຍາທີ່​ວ່າ​ຈະ​ສ້າງ​ກອງທັບ​ຂອງ​ສະຫະລັດ​ຄືນມາອີກ."

ພາຍຫລັງ​ທີ່​ມີ​ການ​ເຈລະຈາ​ກັນ​ຢ່າງ​ຍືດຍາວລະຫວ່າງ​ພວກ​ສັງກັດ​ພັກຣີພັບ​ບລິກັນ ​ແລະ​ເດ​ໂມແຄຣັດ ຮ່າງ​ງົບປະມານ​ດັ່ງກ່າວ ຍັງ​ໄດ້​ອະນຸມັດ​ງົບປະມານ 1 ຕື້ 600 ລ້ານ​
ໂດ​ລາ​ເພື່ອສ້າງ​ສິ່ງກັ້ນຂວາງ ​ແລະກໍາ​ແພງ​ຍາວ 150 ກິ​ໂລ​ແມັດ​ຢູ່​ຊາຍ​ແດ​ນສະຫະ
ລັດ​ກັບເມັກ​ຊິ​ໂກ, ຊຶ່​ງ​ເປັນ​ຈໍານວນ​ເງິນ ​ທີ່ໜ້ອຍກວ່າ​ງົບປະມານ​ທີ່​ທ່ານທຣໍາຂໍ​ຢູ່ 25
ຕື້​ໂດ​ລາ ​ເພື່ອ​ໃຊ້​ຈ່າຍ​ເຂົ້າ​ໃນ​ໂຄງການ​ທີ່​ທ່ານ​ໄດ້ກ່າວອ້າງ​ຢູ່​ໃນ​ລະຫວ່າງ​ການ​ໂຄສະ
ນາ​ຫາ​ສຽງ ​ໃນ​ຂະນະທີ່​ທ່ານ​ເວົ້າວ່າເມັກ​ຊິ​ໂກຈະ​ເປັນ​ຜູ້​ຈ່າຍຄ່າ​ໃຊ້​ຈ່າຍ​ນັ້ນ.

US Spending
please wait
Embed

No media source currently available

0:00 0:00:51 0:00

ທ່ານ​ທຣໍາ ​ໄດ້ຂຽນຢູ່​ໃນ​ທວີ​ດເທີວ່າ "​ໄດ້​ຮັບ​ງົບປະມານ 1 ຕື້ 600 ລ້ານ​ໂດ​ລາ​ເພື່ອ​ເລີ້ມສ້າງກໍາ​ແພງ​ຢູ່​ຊາຍ​ແດນ​ທາງ​ໃຕ້​ຂອງ​ປະ​ເທດ, ສ່ວນ​ທີ່​ເຫລືອ​ນັ້ນ ຈະ​ມາ​ນໍາຫລັງ. ສິ່ງ​ສໍາຄັນ​ທີ່​ສຸດກໍ​ຄື​ເຮົາ​ໄດ້​ເງິນ 700 ຕື້​ໂດ​ລາ ​ເພື່ອ​ສ້າງ​ກອງ ທັບ​ຂອງ​ພວກ​ເຮົາ​ຄືນ
​ໃໝ່, ຈະ​ມີ​ອີກ 716 ຕື້​ໂດ​ລາ​ ໃນ​ປີໜ້າ ... ຊຶ່​ງ​ເປັນ​ງົບ ປະມານ​ທີ່​ຫລາຍ​ທີ່​ສຸດ​ແບບ​ບໍ່​ເຄີຍມີ​ມາ​ກ່ອນ. ຈະ​ຕ້ອງ​ຕັດ​ເງິນທີ່​ພວກ​ເດ​ໂມ​ແຄຣັດ​ເຮັດ​ສິ້ນ​ເປືອງ​ໂດຍ​ເອົາ​ໄປ​ໃຫ້
​ຄົນ​ລ້າໆ ​ເພື່ອ​ຈະ​ໄດ້​ເງິນ​ມາ​ຈ່າຍ​ໃຫ້ການຂຶ້ນ​ເງິນ​ເດືອນແກ່​ທະຫານ ​ແລະ​ຊື້ອຸປະກອນ​ໃໝ່."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG