ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ງົບປະມານການໃຊ້ຈ່າຍຂອງສະຫະລັດ ລວມມີມາດຕະການລົງໂທດ ຕໍ່ເຈົ້າໜ້າທີ່ອີຣ່ານ ທີ່ທຳການຂົ່ມຂູ່ ແລະ ສອດແນມພົນລະເມືອງ ອີຣ່ານ


ແຟ້ມພາບ - ຜູ້ທີ່ເຫັນຕ່າງກັບລັດຖະບານອີຣ່ານ ແລະເປັນໂຄສົກໂທລະພາບຂອງວີໂອເອພະແນກພາສາເປີເຊຍ ທ່ານນາງ ມາຊີ ອາລີເນຈາດ ຍົກພາບຂອງແມ່ຍິງອີຣ່ານ ຜູ້ທີ່ຖືກຂ້າຕາຍ ໃນລະຫວ່າງການປະທ້ວງ ຢູ່ໃນອີຣ່ານ, ຂະນະທີ່ທ່ານນາງກ່າວ ໃນລະຫວ່າງໃຫ້ການສຳພາດກັບອົງການຂ່າວເອພີ ໃນລັດນິວຢອກ, ວັນທີ 23 ກັນຍາ 2022.
ແຟ້ມພາບ - ຜູ້ທີ່ເຫັນຕ່າງກັບລັດຖະບານອີຣ່ານ ແລະເປັນໂຄສົກໂທລະພາບຂອງວີໂອເອພະແນກພາສາເປີເຊຍ ທ່ານນາງ ມາຊີ ອາລີເນຈາດ ຍົກພາບຂອງແມ່ຍິງອີຣ່ານ ຜູ້ທີ່ຖືກຂ້າຕາຍ ໃນລະຫວ່າງການປະທ້ວງ ຢູ່ໃນອີຣ່ານ, ຂະນະທີ່ທ່ານນາງກ່າວ ໃນລະຫວ່າງໃຫ້ການສຳພາດກັບອົງການຂ່າວເອພີ ໃນລັດນິວຢອກ, ວັນທີ 23 ກັນຍາ 2022.

ຮ່າງກົດໝາຍງົບປະມານໃຊ້ຈ່າຍ ມູນຄ່າ 1.7 ພັນຕື້ໂດລາ ທີ່ລັດຖະສະພາ ສະຫະລັດ ໄດ້ຮັບຜ່ານເມື່ອອາທິດແລ້ວນີ້ ລວມມີມາດຕະການເພື່ອຊອກຫາ ພວກຄົນທີ່ເຮັດວຽກໃຫ້ ຫຼື ໃນນາມຂອງລັດຖະບານອີຣ່ານ ທີ່ຂົ່ມຂູ່ ແລະສອດ ແນມພວກພົນລະເມືອງຂອງອີຣ່ານນັ້ນ ມາຮັບຜິດຊອບຕໍ່ກົດໝາຍ.

ກົດໝາຍວ່າດ້ວຍການຄຸກຄາມຂົ່ມຂູ່ ມາຊີ ອາລີເນຈາດ ແລະການຕົກເປັນເປົ້າ ໝາຍທີ່ບໍ່ຖືກຕ້ອງຕາມກົດໝາຍ ທີ່ຖືກຕັ້ງຊື່ໃຫ້ແກ່ໂຄສົກໂທລະພາບຂອງວີໂອ ເອ ພະແນກພາສາເປີເຊຍ ແລະນັກວິຈານ ລັດຖະບານອີຣ່ານ ຜູ້ທີ່ໄດ້ຕົກ ເປັນເປົ້າໝາຍຂອງແຜນການລັກພາໂຕທ່ານນາງ ແລະເອົາກັບຄືນໄປອີຣ່ານ.

ກົດໝາຍສະບັບນີ້ກ່າວວ່າ “ລັດຖະສະພາ ພົບວ່າ ລັດຖະບານແຫ່ງສາທາລະ ນະລັດອິສລາມຂອງອີຣ່ານ ທຳການສອດແນມ, ຂົ່ມຂູ່, ຄຸກຄາມໃຫ້ຢ້ານກົວ, ທໍລະມານ, ລັກພາໂຕ ແລະຄາດຕະກຳບຸກຄົນໃດ ຜູ້ທີ່ປ້ອງກັນສິດທິມະນຸດ ແລະເສລີພາບ ໃນອີຣ່ານ ຢ່າງສັນຕິ, ແລະອົງການຈັດຕັ້ງທີ່ບໍລິສຸດ ແລະບຸກຄົນໃດທີ່ຖືກພິຈາລະນາ ໂດຍລັດຖະບານຂອງອີຣ່ານ ວ່າເປັນສັດຕູຕໍ່ລະບອບການປົກຄອງນັ້ນ ທີ່ລວມມີພົນລະເມືອງຂອງສະຫະລັດ ຢູ່ໃນດິນແດນຂອງສະຫະລັດ ແລະຈັບໂຕພວກຊາວຕ່າງຊາດມາເປັນໂຕປະກັນ.”

ມາດຕະການດັ່ງກ່າວ ຊີ້ນຳໃຫ້ກະຊວງການຕ່າງປະເທດສະຫະລັດ ຍື່ນບົດ ລາຍງານໃຫ້ລາຍລະອຽດກ່ຽວກັບສະຖານະພາບດ້ານສິດທິມະນຸດ ຢູ່ໃນອີຣ່ານ ເຊັ່ນວ່າມາດຕະການຫຍັງທີ່ລັດຖະບານອີຣ່ານ ໄດ້ເອົາໃນລະຫວ່າງປີກາຍນີ້ ເພື່ອແນເປົ້າໝາຍໃສ່ພວກທີ່ເຫັນຕ່າງກັບລັດຖະບານ ຜູ້ທີ່ຢູ່ພາຍໃນ ແລະຢູ່ນອກ ອີຣ່ານ ແລະລັດຖະບານອີຣ່ານ ໃຊ້ລະບົບການເງິນວິທີໃດ ໃນການປິດປາກປິດສຽງພວກທີ່ວິພາກວິຈາກຕົນ.

ບົດລາຍງານດັ່ງກ່າວ ຊຶ່ງຈະໄດ້ຮັບການປັບປຸງດ້ວຍຂໍ້ມູນໃໝ່ ໃນແຕ່ລະປີ ຍັງເປັນຂໍ້ບັງຄັບເພື່ອລະບຸໂຕພວກຄົນຜູ້ທີ່ເຮັດວຽກໃຫ້ແກ່ລັດຖະບານອີຣ່ານ ຜູ້ທີ່ກ່ຽວຂ້ອງກັບການຂົ່ມຂູ່, ການສອດແນມ, ການລັກພາໂຕ, ການທໍລະມານ ຫຼື ການສັງຫານຊາວອີຣ່ານ ແລະພົນລະເມືອງສະຫະລັດ ຜູ້ທີ່ຫາທາງເປີດ​ເຜີຍກິດຈະກຳທີ່ຜິດກົດໝາຍ ຫຼື ການສໍ້ລາດບັງຫຼວງ ທີ່ໄດ້ດຳເນີນການໂດຍພວກເຈົ້າໜ້າທີ່ຂອງອີຣ່ານ.

ພວກບຸກຄົນເຫຼົ່ານັ້ນ ແມ່ນຈະຖືກວາງມາດຕະການລົງໂທດ ທີ່ລວມມີ ການບໍ່ ສາມາດເຂົ້າ ສະຫະລັດ, ການຖືກຍົກເລີກວີຊາໃດໆທີ່ໄດ້ອອກໃຫ້ແລ້ວ ແລະ ການກີດກັນໃນການຄອບຄອງອະສັງຫາລິມະຊັບຢູ່ໃນສະຫະລັດ.

ສະຖາບັນດ້ານການເງິນຂອງຕ່າງປະເທດທັງຫຼາຍ ທີ່ດຳເນີນທຸລະກິດ ໃນດ້ານ ການເງິນໂດຍທີ່ຮູ້ຈັກດີ ກັບພວກຄົນຜູ້ໃດກໍຕາມເຫຼົ່ານັ້ນ ແມ່ນຍັງຈະຖືກວາງ ມາດຕະການລົງໂທດນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG