ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງກຳລັງພິເສດ ສຫລ ສັງຫານ ຜູ້ບັນຊາການ ຂັ້ນສູງ ຂອງ IS ໃນຊີເຣຍ


ແຜນທີ່ ປະເທດຊີເຣຍ ເຂດ Deir al-Zour
ແຜນທີ່ ປະເທດຊີເຣຍ ເຂດ Deir al-Zour

ທຳນຽບຂາວ ​ແລະ ທຳນຽບຫ້າ​ແຈ ກ່າວ​ໃນ​ວັນ​ເສົາ​ວານ​ນີ້
ວ່າ ໜ່ວຍ​ກຳລັງ​ພິ​ເສດ​ສະຫະ​ລັດ ​ໄດ້​ສັງຫານ ຜູ້​ບັນຊາ​ການ
​ກຸ່ມລັດ​ອິສລາມ ຄົນ​ໜຶ່ງ ​ແລະ ​ໄດ້​ຈັບ​ໂຕ​ພັນ​ລະ​ຍາ​ຂອງ​ຜູ້ກ່ຽວ
ຢູ່ໃນ​ພາກ​ຕາ​ເວັນອອກ ຂອງຊີ​ເຣຍ ​ໃນ​ການ​ປະຕິບັດ​ການ​
ທາງ​ພາກ​ພື້ນ​ດິນພຽງ​ຄັ້ງດຽວ ນັບ​ຕັ້ງ​ແຕ່ ກອງ​ກຳລັງ​ປະ​ສົມ
​ນາໆ​ຊາດ ​ເລີ້ມ​ຕົ້ນ​ໂຈມ​ຕີ​ທາງ​ອາກາດ​ ຕໍ່​ກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວ
​ເມື່ອ​ເດືອນສິງຫາ​ປີ​ກາຍ​ນີ້​ ເປັນຕົ້ນມາ.

ບັນດາ​ເຈົ້າໜ້າ​ທີ່ ບັນຍາຍ​ກ່ຽວ​ກັບ ຊາຍສັນ​ຊາດຕູ​ນີ​ເຊຍທີ່​ຮູ້
ຈັກ​ກັນໃນ​ຊື່ ທ້າວ Abu Sayyaf ວ່າ​ ມີບົດບາດ ​ໃນການ​ປະຕິ
ບັດ​ງານ ​ດ້ານ​ທະຫານ ​ແລະ ດ້ານການ​ເງິນຂອງ​ກຸ່ມ​ດັ່ງກ່າວ ທີ່
​ລວມ​ທັງ​ແຫ​ລ່ງລາຍຮັບຫຼັກຂອງ​ກຸ່ມ ກໍ​ຄືອຸດສາຫະກຳນ້ຳມັນ​ ​ແລະ ແກັສ ​ໃນ​ຕະຫລາດມືດ.

ຕາໜ່າງຂ່າວ ABC ຂອງ​ສະຫະລັດ ອ້າງ​ຄຳ​ເວົ້າ ຂອງ​ເຈົ້າໜ້າ​ທີ່​ສະຫະລັດ​ຄົນໜຶ່ງ​ ທີ່​ບໍ່
​ປະສົງ​ອອກ​ຊື່ ທີ່​ກ່າວວ່າ ນາຍ Sayyaf ຕົກເປັນເປົ້າໝາຍ​ ຍ້ອນ​ຖືກສົງ​ໄສ​ວ່າ ມີ​ສ່ວນ​
ກ່ຽວ​ພັນ​ກັບ ພະນັກງານ​ຊ່ອຍ​ເຫຼືອຄົນ​ອາ​ເມຣິກັນ ​ນາງ Kayla Muller ຜູ້​ທີ່​ໄດ້​ຖືກ​ຈັບ​ໂຕ
​ໄປໂດຍ​ກຸ່ມ​ກໍ່ການ​ຮ້າຍ ​ໃນ​ປີ 2013 ​ແລະ ​ຖືກ​ຂ້າ​ຕາຍ​ໃນ​ເວລາ​ຕໍ່​ມາ.

ກ່ອນ​ໜ້າ​ນີ້ ຕາໜ່າງຂ່າວ ABC ​ໄດ້ລາຍ​ງານ​ວ່າ ນາງ Muller ຖືກ​ສົ່ງ​ໂຕ​ໃຫ້​ກັບ ນາຍ
Sayyaf ເພື່ອບັງຄັບ​ໃຫ້ເປັນ​ເຈົ້າສາວ​ ຫຼື ​ເປັນ​ຂ້າ​ທາດ.

ຂ່າວ ABC ກ່າວວ່າ ຄອບ​ຄົວ​ຂອງ​ນາງ Muller ​ໄດ້​ຕິດຕາມ​ເບິ່ງ​ສະຖານະ​ການ ​ໃນວັນເສົາ​ ວານ​ນີ້ ​ແຕ່​ບໍ່​ມີ​ຄຳ​ເຫັນ​ໃນ​ທັນທີ​ເທື່ອ. ຂ່າວ​ຍັງ​ເວົ້າອີກ ວ່າ ການ​ກົດ​ດັນ​ໃຫ້​ຈັບ​ໂຕ​ນາຍ Sayyaf ​ໄດ້ຮັບ​ການ​ອະນຸມັດ ​ໃນ​ເດືອນມີນາ​ຜ່ານ​ມາ ​ຈາກປະທານາທິບໍດີ ບາຣັກ​ ​ໂອ​ບາ​ມາ ​ບໍ່​ດົນຫຼັງຈາກ​ທີ່​ມີ​ການ​ຢັ້ງຢືນ​ວ່າ ນາງ Muller ​ໄດ້​ເສຍ​ຊີວິດ​ແລ້ວ. ​ທຳນຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ໄດ້​ອອກ​ຄຳ​ສັ່ງ​ ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ສຸກ ​ໃຫ້​ທຳນຽບຫ້າ​ແຈ ສົ່ງ​ທະຫານ​ທີ່​ປະຈຳ​ຢູ່​ອິຣັກ ​ເຂົ້າ​ໄປ​ທຳ​ການ​ບຸກ​ໂຈມ​ຕີ ຢູ່​ໃນ​ເຂດ al-Omar ນັ້ນ ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ສູ້​ມີ​ຂຶ້ນ​ ​ແລະ​ຫັນ​ເຫ ອອກ​ຈາກ​ຍຸ​ທະ​ສາດຕໍ່ຕ້ານ​ກຸ່ມ​ອິສລາມ ທີ່​ອິງໃສ່ການ​ໂຈມ​ຕີ​ທາງ​ອາກາດ​ເປັນ​ຫລັກ​ນັ້ນ.

Kurdish Fighters Inch Forward Against Islamic State
please wait

No media source currently available

0:00 0:00:52 0:00

XS
SM
MD
LG