ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສຫລ ຢ້ຽມຢາມ ເຂດແນວໜ້າ ໃນ ຢູເຄຣນ


US Envoy Visits Ukraine Frontlines
please wait

No media source currently available

0:00 0:03:02 0:00

ການເຮັດສົງຄາມຂອງຢູເຄຣນ ກັບພວກກະບົດແບ່ງແຍກດິນແດນທີ່ໄດ້ຮັບການໜຸນ
ຫຼັງຈາກຣັດເຊຍ ຢູ່ພາກຕາເວັນອອກ ຂອງປະເທດນັ້ນ ພວມກ້າວເຂົ້າສູ່ ປີທີ 5 ແລ້ວ. ນັບແຕ່ເດືອນກຸມພາເປັນຕົ້ນມາ ການສູ້ລົບກັນຢູ່ຕາມແນວເຂດແດນ ທີ່ຍາວ 450 ກິ
ໂລແມັດແມ່ນໄດ້ມີເພີ້ມຂຶ້ນ. ທູດພິເສດຂອງສະຫະລັດຮັບຜິດຊອບໃນເລື້ອງຢູເຄຣນ
ທ່ານເຄີດ ວອລເກີ້ (Kurt Volker) ພ້ອມດ້ວຍ ເອກອັກຄະລັດຖະທູດສະຫະລັດ ປະ
ຈຳຢູເຄຣນ ທ່ານນາງມໍຣີ ໂຢວາໂນວິດສ໌ (Marie Yovanovitch) ພາກັນເດີນທາງ
ໄປເບິ່ງຜົນກະທົບ ທີ່ເກີດຈາກຄວາມຮຸນແຮງ ຢູ່ໃນເຂດແນວໜ້າດ້ວຍຕົນເອງ ເມື່ອ
ວັນອັງຄານຜ່ານມາ. ເຮັນຣີ ຣິຈແວລ (Henry Ridgwell) ນັກຂ່າວ ວີໂອເອ ທີ່ຮ່ວມ
ເດີນທາງ ໄປກັບຂະບວນລົດຂອງ ພວກທ່ານທູດ ມີລາຍງານເລື້ອງນີ້ ດັ່ງໄພສານຈະ
ນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທູດພິເສດຂອງສະຫະລັດ ຮັບຜິດຊອບ ເລື້ອງຢູເຄຣນ ທ່ານເຄີດ ວອລເກີ້ ກ່າວວ່າ ທ່ານຕ້ອງການ ທີ່ຈະດຶງດູດເອົາຄວາມສົນໃຈຂອງໂລກ ໄປຍັງບັນຫາຂັດແຍ້ງ ທີ່ມີ
ການຫລົງລືມໄປແລ້ວ. ການເຮັດສົງຄາມ ຂອງຢູເຄຣນ ກັບພວກກະບົດແບ່ງແຍກ
ດິນແດນ ທີ່ໄດ້ຮັບການໜຸນຫລັງ ຈາກຣັດເຊຍ ຍັງດຳເນີນຢູ່ຕໍ່ມາ ທີ່ບໍ່ໄດ້ກາຍເປັນ
ຫົວຂໍ້ຂ່າວຂອງໂລກ ແຕ່ກໍໄດ້ພາໃຫ້ໝູ່ບ້ານຈຳນວນນຶ່ງຖືກທຳລາຍແລະກາຍເປັນ ເຂດທຸ່ນລະເບີດ.

ທ່ານເຮັນຣີ ຣິຈແວລ ນັກຂ່າວວີໂອເອ ກ່າວວ່າ ພວກເຮົາໄດ້ຖືກຍ້າຍ ໃຫ້ເຂົ້າໄປ
ນັ່ງຢູ່ໃນລົດຫຸ້ມເກາະລຳລຽງພົນ ໃນຊ່ວງສຸດທ້າຍ ຂອງການເດີນທາງໄປສູ່ເຂດ
ແນວໜ້າ ຊຶ່ງໄດ້ມີການປ່ຽນແປງ ຢູ່ຕະຫຼອດເວລາ ໃນແຕ່ລະມື້ ຢູ່ທີ່ພາກຕາເວັນ
ອອກຂອງຢູເຄຣນ. ໃນເວລານີ້ ພວກເຮົາກໍາລັງມຸ່ງໜ້າ ໄປຍັງເມືອງໂພພາສນາ
(Popasna) ທີ່ຕັ້ງຢູ່ໃນເຂດແນວໜ້າ ຊຶ່ງໃນໄລຍະ 24 ຊົ່ວໂມງທີ່ຜ່ານມານີ້ ຄະ
ນະສັງເກດການພິເສດຂອງອົງການ ວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນ
ຢູໂຣບ ຫຼື OSCE ໄດ້ບັນທຶກວ່າ ມີການລະເມີດຢຸດຍິງຫຼາຍໆຄັ້ງ.

ນັບເປັນເວລານຶ່ງປີມາແລ້ວທີ່ທ່ານໂຈເຊັຟ ສໂຕນ (Joseph Stone) ຜູ້ສັງເກດ
ການອົງການ OSCE ຄົນອາເມຣິກັນ ໄດ້ເສຍຊີວິດ ເວລາລົດຂອງທ່ານແລ່ນໄປ
ຢຽບລະເບີດຝັງດິນ. ຄະນະສັງເກດການຂອງອົງການວ່າດ້ວຍຄວາມໝັ້ນຄົງແລະ
ການຮ່ວມມືໃນຢູໂຣບ ແລະພົນລະເຮືອນ ຍັງສືບຕໍ່ປະເຊີນໜ້າ ກັບອັນຕະລາຍທີ່
ຮ້າຍແຮງ.

ທ່ານອາເລັກຊານເດີ ຮຸກ (Alexander Hug) ຮອງຫົວໜ້າ ຄະນະສັງເກດການ
OSCE ກ່າວວ່າ ຄວາມສ່ຽງທີ່ຮ້າຍແຮງສຸດ ຂອງພົນລະເຮືອນ ກໍຄື ຖືກສະເກັດ
ລະເບີດ ຊຶ່ງໝາຍຄວາມວ່າ ໂດຍຜ່ານການໃຊ້ອາວຸດ ທີ່ບໍ່ຄວນຈະຖືກນຳມາໃຊ້
ເລີຍອີງຕາມຂໍ້ຕົກລົງມິງ. ແລະຄວາມສ່ຽງອັນດັບສອງຮອງລົງມາກໍແມ່ນລະເບີດ
ຝັງດິນ ແລະລະເບີດທີ່ບໍ່ທັນແຕກ.

ຄະນະສັງເກດການຂອງອົງການ OSCE ບັນທຶກໄວ້ວ່າ ມີການລະເມີດຢຸດຍິງ 1
ພັນຄັ້ງໃນແຕ່ລະມື້ຊຶ່ງສ່ວນໃຫຍ່ແລ້ວແມ່ນໂດຍກໍາລັງຂອງພວກກະບົດທີ່ໄດ້ຮັບ
ການໜຸນຫລັງໂດຍຣັດເຊຍ.

ທ່ານເຄີດ ວອລເກີ້ ໃຫ້ການສະໜັບສະໜຸນ ຕໍ່ການສົ່ງກໍາລັງ ຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ໄປຍັງພາກຕາເວັນອອກ ຂອງ ຢູເຄຣນ ແຕ່ກໍ
ກ່າວວ່າ ທ່ານບໍ່ໄດ້ຮັບຂ່າວຫຍັງເລີຍຈາກມົສກູກ່ຽວກັບເລື້ອງນີ້ນັບແຕ່ການພົບ
ກັນເທື່ອແລ້ວໃນເດືອນກຸມພາ. ພວກຜູ້ບັນຊາການທະຫານຣັດເຊຍໄດ້ຖອນຕົວ
ອອກຈາກການຕິດຕາມເບິ່ງການຢຸດຍິງຮ່ວມກັນ ໃນເດືອນທັນວາປີກາຍນີ້.

ທ່ານເຄີດ ວອລເກີ້ ທູດພິເສດຂອງສະຫະລັດ ຮັບຜິດຊອບເລື້ອງຢູເຄຣນກ່າວ
ວ່າ ທຸກໆຄົນແມ່ນເຂົ້າໃຈຢ່າງຈະແຈ້ງວ່າ ບັນຫາຂັດແຍ້ງນີ້ແມ່ນເກີດມາຈາກ
ການແຊກແຊງຂອງຣັດເຊຍ ທີ່ຣັດເຊຍເປັນຜູ້ບັນຊາການ ແລະຄວບຄຸມ 100
ເປີເຊັນ ຣັດເຊຍເປັນຜູ້ສັ່ງການກ່ຽວກັບກິດຈະການທາງດ້ານການເມືອງ ຕໍ່ສາ
ທາລະນະລັດປະຊາຊົນຂອງພວກກະບົດ 2 ແຫ່ງ ແລະພວກເຮົາຢາກໃຫ້ຣັດ
ເຊຍເຮັດການຕັດສິນໃຈທີ່ສຳຄັນ ເພື່ອສັນຕິພາບ. ຖ້າພວກເຂົາເຈົ້າຕ້ອງການ
ຢາກຈະເຮັດແບບນັ້ນ ພວກເຮົາແມ່ນພ້ອມແລ້ວ ທີ່ຈະກ້າວເຂົ້າໄປ ແລະໃຫ້
ການຊ່ອຍເຫຼືອ.

ໃນໄລຍະສອງສາມເດືອນຜ່ານມານີ້ ການສົ່ງລະບົບລູກສອນໄຟຕໍ່ຕ້ານລົດຖັງ ຈາເວີລິນຂອງສະຫະລັດໄປໃຫ້ຢູເຄຣນ ໄດ້ສ້າງຄວາມໂກດແຄ້ນຢ່າງແຮງໃຫ້
ແກ່ຣັດເຊຍ.

ທູດພິເສດວອລເກີ້ ກ່າວວ່າ ທີ່ຈິງແລ້ວ ມັນແມ່ນຄຳຖາມກ່ຽວກັບວ່າແມ່ນຫຍັງ
ມີຄວາມໝາຍ ແມ່ນຫຍັງມີຄວາມຈຳເປັນສຳລັບການປ້ອງກັນໂຕຂອງຢູເຄຣນ?
ຢູເຄຣນພ້ອມແລ້ວບໍທີ່ຈະຊື້ອາວຸດນີ້? ຫລືສະຫະລັດຈະຊອກເບິ່ງ ການໃຫ້ເງິນ
ຊ່ອຍເຫຼືອທາງທະຫານແກ່ຕ່າງປະເທດດັ່ງທີ່ພວກເຮົາໄດ້ເຮັດໄປໃນກໍລະນີຂອງ
ຈາເວີລິນ? ແຕ່ໃນເວລານີ້ ພວກເຮົາກຳລັງປະຕິບັດຕໍ່ຢູເຄຣນ ເຊັ່ນດຽວກັນກັບ
ທີ່ພວກເຮົາປະຕິບັດຕາມປົກກະຕິຕໍ່ປະເທດອື່ນໆ.

ພວກຜູ້ບັນຊາການຂອງຢູເຄຣນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເຂົາເຈົ້າຕ້ອງ
ການໆຊ່ອຍເຫຼືອທາງດ້ານທະຫານເພີ້ມຕື່ມ.

ພົນຕີເຊີຮີ ນາເຢັບ (Serhiy Nayev) ຜູ້ບັນຊາການ ທີ່ກອງບັນຊາການຮ່ວມຂອງ
ຢູເຄຣນ ກ່າວວ່າ ພວກເຮົາຈະປົກປ້ອງດິນແດນຂອງພວກເຮົາ ແລະຮ້ອຍເປີເຊັນ ພວກເຮົາຈະຂັບໄລ່ສັດຕູ ໃຫ້ລ່າຖອຍໄປ ຈາກດິນແດນ ຂອງພວກເຮົາ ແລະພວກ
ເຮົາແນ່ນອນກ່ຽວກັບເລື້ອງນີ້ ຖ້າທ່ານຈະໃຫ້ການສະໜັບສະໜຸນແກ່ພວກເຮົາ.

ທ່ານວອລເກີ້ ບໍ່ໄດ້ໃຫ້ຄຳໝັ້ນສັນຍາໃດໆກ່ຽວກັບການຈັດສົ່ງອາວຸດໄປໃຫ້ຕື່ມແຕ່
ການເດີນທາງໄປຢ້ຽມຢາມຂອງທ່ານແມ່ນການເພັ່ງເລັງຄວາມສົນໃຈໄປຍັງບັນຫາ
ດັ່ງກ່າວຄືນອີກ ໂດຍພາໃຫ້ຢູເຄຣນມີຄວາມຫວັງວ່າ ສະຫະລັດອາດຈະສະເໜີໃຫ້
ການສະໜັບສະໜຸນເພີ້ມຕື່ມ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຄວາມຫວັງດັ່ງກ່າວນີ້ ຈະໄດ້ຮັບການສະໜອງຕອບ
ຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG