ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດ​ພິ​ເສດ​ ສຫລ ຮັບຜິດຊອບ ​ກ່ຽວ​ກັບ​ ​ອັ​ຟກາ​ນິສຖານ ​ແລະ​ປາ​ກິ​ສຖານ ​ອອກຈາກໜ້າທີ່


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson.

ທູດ​ພິ​ເສດ​ສະຫະລັດ ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງ​ອັ​ຟກາ​ນິສຖານ ​ແລະ​ປາ​ກິ​ສຖານ ​ໄດ້
​ລາ​ອອກ. ທ່ານ Laurence Miller ​ໄດ້​ອອກ​ຈາກ​ໜ້າ​ທີ່ໃນ​ວັນ​ສຸກ​ວານ​ນີ້ ​ໂດຍປາດ​ສະ
​ຈາກ​ການ​ແຕ່ງ​ຕັ້ງ ຜູ້​ທີ່​ມາ​ຮັບ​ໜ້າ​ທີ່​ແທ​ນ.

ການ​ອອກ​ຈາກ​ໜ້າ​ທີ່ ຂອງທູດ​ພິ​ເສດ ​ມີ​ຂຶ້ນ​ໃນ​ເວລາ​ດຽວ​ກັນ​ກັບທີ່ສະຫະລັດ ກຳລັງ
​ຕຽມສົ່ງ​ທະຫານຫລາຍພັນ​ຄົນ​ໄປ​ຕື່ມ ຢູ່​ໃນອັຟກາ​ນິສຖານ ​ໃນ​ການ​ສືບຕໍ່ສູ້​ລົບ​ກັບ
ພວກ​ກະບົດ​ຕາ​ລີ​ບານ.

​ເວັບ​ໄຊ Politico ​ໄດ້​ລາຍ​ງານ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ບັນດາ​ນັກ​ການ​ທູດ​ຄິດ​ວ່າ​ຫ້ອງ
ການ​ທູດ​ພິ​ເສດ ​ໄດ້​ປິດ​ລົງ​ໃນ​ວັນ​ສຸກ​ວານ​ນີ້ ໂດຍ​ທີ່ຄວາມ​ຮັບຜິດຊອບທັງໝົດໄດ້​ຖືກ​
ມອບ​ໃຫ້​ແກ່ຫ້ອງການ​ກະຊວງ​ຕ່າ​ງປະ​ເທດຮັບຜິດຊອບ​ໃນ​ເຂດ​ເອ​ເຊຍໃຕ້ ​ແລະ​
ເອ​ເຊຍ​ກາງ.

​ໃນ​ຕອນແລງ​ວັນສຸກ​ວານ​ນີ້ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tille-
rson ກ່າວ​ຢູ່ໃນ​ຖະ​ແຫລ​ງການ​ວ່າ ທ່ານ​ຍັງ​ບໍ່ທັນ​ໄດ້​ຕັດສິນ​ໃຈ​ໃດໆ​ກ່ຽວ ກັບ​ອະນາ
​ຄົດ​ຂອງ​ຫ້ອງການ. ທ່ານ Tillerson ​ໄດ້​ເນັ້ນ​ໜັກ​ວ່າ​ທ່ານ​ຈະ​ຫລຸດ​ຈຳນວນບັນດາ
​ທູດ​ພິ​ເສດຢູ່​ໃນ​ກະຊວງ​ຕ່າງປະ​ເທດລົງ ຊຶ່ງ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ການ​ຕັດ​ງົບປະມານ
​ເຖິງ 30 ​ເປີ​ເຊັນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG