ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ບົດລາຍງານ ໄອຍະການພິເສດ ສຫລ ກ່າວວ່າ ມີຫຼັກຖານພຽງພໍ ທີ່ຈະຕັດສິນລົງໂທດ ທ່ານ ດໍໂນລ ທຣໍາ ໃນກໍລະນີເລືອກຕັ້ງປີ 2020


ຮູບພາບທີ່ສ້າງຂຶ້ນ ໃນວັນທີ 27 ສິງຫາ 2024 ສະແດງໃຫ້ເຫັນ ໄອຍະການພິເສດ Jack Smith (L) ໃນວໍຊິງຕັນ, DC, ວັນທີ 9 ມິຖຸນາ 2023 ທ່ານ Donald Trump ທີ່ເມືອງ ຮາວວີລ, ລັດ Michigan, ວັນທີ 20 ສິງຫາ 2024.
ຮູບພາບທີ່ສ້າງຂຶ້ນ ໃນວັນທີ 27 ສິງຫາ 2024 ສະແດງໃຫ້ເຫັນ ໄອຍະການພິເສດ Jack Smith (L) ໃນວໍຊິງຕັນ, DC, ວັນທີ 9 ມິຖຸນາ 2023 ທ່ານ Donald Trump ທີ່ເມືອງ ຮາວວີລ, ລັດ Michigan, ວັນທີ 20 ສິງຫາ 2024.

ໃນບົດລາຍງານຕໍ່ລັດຖະສະພາທີ່ເປີດເຜີຍໃນວັນອັງຄານວານນີ້ ທີ່ປຶກສາພິເສດ ທ່ານ ແຈຄ ສມິທ ກ່າວວ່າ ຫ້ອງການຂອງທ່ານມີຫຼັກຖານພຽງພໍເພື່ອ “ ລວຍລວມ ແລະ ຢັ້ງຢືນ” ການຕັດສີນລົງໂທດໃນສານຕໍ່ ທ່ານ ດໍໂນລ ທຣໍາ ວ່າທີ່ປະທານາທິບໍດີ ສຳລັບຄວາມພະຍາຍາມຈະລຶບລ້າງການພ່າຍແພ້ຂອງ ທ່ານ ດໍໂນລ ທຣໍາ ຕໍ່ປະທານາທິບໍດີ ທ່ານ ໂຈ ໄບເດນ ໃນການເລືອກຕັ້ງປີ 2020

ທ່ານ ແຈຄ ສມິທ ກ່າວວ່າ ທ່ານ ທຣໍາ “ ໃຊ້ຄວາມພະຍາຍາມທາງອາຍາຫຼາຍຄັ້ງເພື່ອຮັກສາອຳນາດ” ຫຼັງຈາກເຫັນຈະແຈ້ງວ່າ ທ່ານກຳລັງສູນເສຍ ແລະວິທີການທາງກົດໝາຍໃນການທ້າທາຍຜົນການເລືອກຕັ້ງທີ່ລົ້ມແຫຼວ

“ ສີ່ງນີ້ຊຶ່ງລວມເຖິງຄວາມພະຍາຍາມທີ່ຈະຊັກຊວນໃຫ້ເຈົ້າໜ້າທີ່ຂອງລັດເມີນເສີຍຕໍ່ການນັບຄະແນນທີ່ແທ້ຈິງ ການສ້າງບັນຊີລາຍສື່ຜູ້ເລືອກຕັ້ງປະທານາທິບໍດີປອມໃນ 7 ລັດ ທີ່ເຂົາສູນເສຍ ບັງຄັບໃຫ້ເຈົ້າໜ້າທີ່ກະຊວງຍຸຕິທຳ ແລະ ຮອງປະທານາທິບໍດີຂອງ ທ່ານເອງ ທ່ານ ໄມເຄີລ ອາຣ ເພນສ ທຳການຝ່າຝືນຄຳສາບານຂອງຕົນແລະສົ່ງເສີມຜົນປະໂຫຍດສ່ວນຕົວຂອງ ທ່ານ ທຣໍາ ແທນ ແລະ ໃນວັນທີ 6 ມັງກອນ 2021 ສັ່ງໃຫ້ມວນຊົນທີ່ແຄ້ນເຄືອງໄປທີ່ອາຄານລັດຖະສະພາສະຫະລັດເພື່ອຂັດຂວາງການຮັບຮອງການເລືອກຕັ້ງປະທານາທິບໍດີສະຫະລັດແລ້ວຈຶ່ງກົດດັນຜູ້ກໍ່ຈະລະຈົນ” ທ່ານ ສມິທ ກ່າວໃນລາຍງານ

ທ່ານ ແຈຄ ສມິທ ຍັງກ່າວຕື່ມວ່າ ທ່ານ ທຣໍາ ໄດ້ປະຕິບັດທັງໃນຖານະສ່ວນຕົວ ໃນຖານະຜູ້ສະມັກຮັບເລືອກຕັ້ງແລະດ້ວຍຄວາມຊ່ວຍເຫຼືອຈາກຜູ້ສົມຮູ້ຮ່ວມຄິດຫຼາຍຄົນ ແລະ ທ່ານ ທຣໍາ ພະຍາຍາມໃຊ້ “ ອໍານາດແລະສິດຂອງລັດຖະບານສະຫລັດເພື່ອສະໜັບສະໜູນແຜນການຂອງທ່ານ”

ລາຍງານຍັງກ່າວເພີ່ມວ່າຄຳກ່າວອ້າງອັນບໍ່ມີມູນຄວາມຈິງຂອງທ່ານທຣໍາເຊັ່ນ ການລົງຄະແນນສຽງໂດຍຜູ້ເສຍຊີວິດຈຳນວນຫຼາຍ ຫຼື ຜູ້ມີສິດເລືອກຕັ້ງທີ່ບໍ່ມີສິດ ຫຼື ເຄື່ອງລົງຄະແນນສຽງໄດ້ປ່ຽນຄະແນນສຽງຂອງ ທ່ານ ທຣໍາ ເປັນຄະແນນສຽງຂອງ ທ່ານ ໂຈ ໄບເດນ” ເປັນຫຼັກຖານທີ່ພິສູດໄດ້ແລະໃນຫຼາຍກໍລະນີບໍ່ຖືກຕ້ອງທີ່ເຫັນໄດ້ຈະແຈ້ງ

ທ່ານ ດໍໂນລ ທຣໍາ ປະຕິເສດການກະທຳຜິດຊໍ້າແລ້ວຊໍ້າອີກແລະໂຈມຕີການເຮັດວຽກຂອງໄອຍະການພິເສດວ່າມີແຮງຈຸງໃຈທາງການເມືອງ

ທ່ານ ທຣໍາຕອບຕໍ່ການເປີດເຜີຍບົດລາຍງານດັ່ງກ່າວເມື່ອຕອນເຊົ້າວັນອັງຄານມື້ນີ້ດ້ວຍການໂພສໃສສື່ສັງຄົມອ໋ອນລາຍ Truth Social ຂອງທ່ານ ໂດຍຮ້ອງ ທ່ານ ສມິທ ວ່າ “ ໄອຍະການທີ່ຂາດຄວາມສາມາດ”

“ ແຈຄ ສມິທ ຜູ້ເສຍສະຕິບໍ່ສາມາດດຳເນີນຄະດີທາງອາຍາກັບຄູ່ແຂ່ງທາງການເມືອງຂອງ “ ເຈົ້ານາຍ” ຂອງເຂົາ ທ່ານ ໂຈ ໄບເດນ ທີ່ສໍ້ໂກງໄດ້ສຳເລັດ ດັ່ງນັ້ນເຂົາຈຶ່ງຈົບລົງດ້ວຍການຂຽນ “ລາຍງານ” ອີກສະບັບໂດຍອ້າງອີງຂໍ້ມູນຈາກຄະນະກຳມະການທີ່ບໍ່ໄດ້ຮັບເລືອກຊຶ່ງປະກອບດ້ວຍນັກການເມືອງທີ່ເອົາປຽບແລະພວກອັດທະພານທີ່ທຳລາຍແລະລຶບຂໍ້ມູນຢ່າງຜິດກົດໝາຍເພາະຂໍ້ມູນເລົ່ານັ້ນສະແດງໃຫ້ເຖິງຄວາມບໍລິສຸດຢ່າງສົມບູນຂອງຂ້ອຍແລະຄວາມຜິດຂອງ ທ່ານ ນາງ ແນນຊີ ເປໂລຊີ ແລະ ຄົນອື່ນ ໆ ຢ່າງຈະແຈ້ງ” ທ່ານ ທຣໍາ ກ່າວ.

ທ່ານ ດໍໂນລ ທຣໍາ ມີກຳນົດຈະເຂົ້າຮັບຕໍາແໜ່ງໃນວາລະໃໝ່ອາທິດໜ້າຫຼັງຈາກເອົາຊະນະຮອງປະທານາທິບໍດີ ທ່ານ ນາງ ກາມາລາ ແຮຣິສ ໃນການເລືອກຕັ້ງປີ 2024 ລະຫວ່າງການໂຄສະນາຫາສຽງໃນປີ 2024 ທ່ານ ດໍໂນລ ທຣໍາ ປະຕິເສດວ່າ ທ່ານບໍ່ໄດ້ພ່າຍແພ້ການເລືອກຕັ້ງໃນປີ 2020 ລວມເຖິງການໂຕ້ວາທີໃນເດືອນກັນຍາກັບ ທ່ານ ນາງ ແຮຣິສ

ການເປີດເຜີຍບົດລາຍງານໃນວັນອັງຄານເກີດຂື້ນນຶ່ງວັນຫຼັງຈາກຜູ້ພິພາກສາເຂດຂອງສະຫະລັດ ທ່ານ ໄອລີນ ແຄນນອນ ອະນຸຍາດໃຫ້ກະຊວງຍຸຕິທຳເປີດເຜີຍສ່ວນນຶ່ງຂອງລາຍງານຂອງທ່ານ ສມິທ ຊຶ່ງກ່ຽວຂ້ອງກັບຄວາມພະຍາມຍາມຂອງ ທ່ານ ທຣໍາທີ່ຈະຮັກສາອຳນາດ”

ອ່ານຂ່າວນີ້ເປັນພາສາອັງກິດ

In a report to Congress released early Tuesday, special counsel Jack Smith said his office had sufficient evidence to “obtain and sustain” a trial conviction of President-elect Donald Trump for efforts to overturn Trump’s loss to President Joe Biden in the 2020 election.

Smith said Trump “resorted to a series of criminal efforts to retain power” after it became clear that he had lost and that legal ways to challenge the results had failed.

“This included attempts to induce state officials to ignore true vote counts; to manufacture fraudulent slates of presidential electors in seven states that he had lost; to force Justice Department officials and his own Vice President, Michael R. Pence, to act in contravention of their oaths and to instead advance Mr. Trump's personal interests; and, on January 6 , 2021, to direct an angry mob to the United States Capitol to

obstruct the congressional certification of the presidential election and then leverage rioters,” Smith said in his report.

Smith said Trump acted both in his private capacity as an election candidate, as well as with the help of multiple co-conspirators, and that Trump tried to use “the power and authority of the United States Government in furtherance of his scheme.”

The report further says that Trump’s false claims, such as votes being cast by large numbers of dead people or ineligible voters, or that voting machines had changed votes for Trump into votes for Biden, were “demonstrably and, in many cases, obviously false.”

Trump has repeatedly denied wrongdoing and attacked the special counsel’s work as politically motivated.

He responded to the report’s release early Tuesday with a post on his Truth Social platform calling Smith “a lamebrain prosecutor.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG