ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ຈະບໍ່ປົດ ໄອຍະການພິເສດອອກ ຖານເກັບກຳອີເມລ ລັດຖະບານໃໝ່


ຈາກຊ້າຍ, ອະດີດຜູ້ອຳນວຍການອົງການ FBI ທ່ານ ໂຣເບີດ ມັອລເລີ, ທີ່ຖືກແຕ່ງຕັ້ງເປັນໄອຍະການພິເສດ ເພື່ອສືບສວນ
ສອບສວນການມີສ່ວນຮ່ວມຂອງ ຣັດເຊຍ ໃນການເລືອກຕັ້ງ
ປະທານາທິບໍດີ ສະຫະລັດ ປີ 2016 ແລະ ປະທານາທິບໍດີ ທຣຳ.
ຈາກຊ້າຍ, ອະດີດຜູ້ອຳນວຍການອົງການ FBI ທ່ານ ໂຣເບີດ ມັອລເລີ, ທີ່ຖືກແຕ່ງຕັ້ງເປັນໄອຍະການພິເສດ ເພື່ອສືບສວນ ສອບສວນການມີສ່ວນຮ່ວມຂອງ ຣັດເຊຍ ໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ປີ 2016 ແລະ ປະທານາທິບໍດີ ທຣຳ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອາທິດ
ວານນີ້ວ່າ ທ່ານບໍ່ໄດ້ພິຈາລະນາວ່າ ຈະປົດທ່ານ ໂຣເບີດ ມັອລເລີ ອອກຈາກຕຳ
ແໜ່ງ, ເຖິງແມ່ນວ່າທະນາຍຄວາມຂອງທ່ານຈະໄດ້ກ່າວຫາວ່າ ໄອຍະການພິເສດ
ທ່ານນີ້ ກ່ຽວກັບ ການເກັບກຳອິີເມລຫຼາຍສິບພັນສະບັບ ຈາກກຸ່ມສັບປ່ຽນປະທານາທິ
ບໍດີໃໝ່ຂອງທ່ານ ທຣຳ ຢ່າງຜິດກົດໝາຍກໍຕາມ.

ທ່ານ ທຣຳ ໄດ້ກ່າວ ເມື່ອຖືກຖາມວ່າ ທ່ານກຳລັງພິຈາລະນາວ່າຈະເຄື່ອນໄຫວບໍ່.
ທ່ານເວົ້າວ່າ “ບໍ່, ຂ້າພະເຈົ້າບໍ່ໄດ້ຄິດ.” ກ່ຽວກັບ ອີເມລ ນັ້ນ ທ່ານ ທຣຳ ກ່າວວ່າ “ເວົ້າ
ຕາມຕົງແລ້ວ , ຂ້າພະເຈົ້າຈິນຕະນາການບໍ່ໄດ້ ວ່າມັນມີຫຍັງເກີດຂຶ້ນ. ຍ້ອນວ່າ ດັ່ງ
ທີ່ພວກເຮົາໄດ້ເວົ້າໄປແລ້ວ, ມັນບໍ່ໄດ້ມີການສົມຮູ້ຮ່ວມຄິດ.”

ອີເມລທີ່ຕ້ອງສົງໄສ ແມ່ນໄດ້ມາຈາກຄອມພິວເຕີຂອງເຈົ້າໜ້າທີ່ອາວຸ ໂສລັດຖະບານ
ໃໝ່ຂອງທ່ານ ທຣຳ 13 ຄົນ ແລະ ປົກຄຸມໄລຍະເວລາທີ່ທ່ານ ທຣຳ ໄດ້ຖືກເລືອກເປັນ
ປະທານາທິບໍດີ ໃນຕົ້ນເດືອນພະຈິກປີ 2016 ຫາເວລາທີ່ທ່ານເຂົ້າດຳລົງຕຳແໜ່ງໃນ
ວັນທີ 20 ມັງກອນ 2017. ຂໍ້ຄວາມຕ່າງໆລວມມີການສົນທະນາ ກ່ຽວກັບ ຄວາມປອດ
ໄພແຫ່ງຊາດ ແລະ ເປົ້າໝາຍສາກົນເບື້ອງຕົ້ນທີ່ອາດເປັນໄປໄດ້ຂອງທ່ານ ທຣຳ,
ພ້ອມກັບການປະເມີນ ກ່ຽວກັບ ຜູ້ທີ່ຈະຖືກແຕ່ງຕັ້ງເຂົ້າໃນລັດຖະບານໃໝ່.

ໂຄສົກຄົນນຶ່ງ ສຳລັບໄອຍະການພິເສດໄດ້ປ້ອງກັນຄວາມຖືກຕ້ອງຕາມກົດໝາຍ ໃນ
ການເກັບກຳຂໍ້ມູນດັ່ງກ່າວ.

ໂຄສົກຜູ້ນັ້ນໄດ້ກ່າວໃນຕອນເຊົ້າຂອງວັນອາທິດວານນີ້ວ່າ “ເວລາທີ່ພວກເຮົາໄດ້ຮັບ
ອີເມລ ໃນລະຫວ່າງການສືບສວນສອບສວນຄະດີອາຍາທີ່ກຳລັງດຳເນີນຢູ່ນີ້, ພວກ
ເຮົາໄດ້ຮັບຄວາມຍິນຍອມຂອງເຈົ້າຂອງບັນຊີ ຫຼືບໍ່ກໍ ມີຂະບວນການທາງອາຍາທີ່
ເໝາະສົມ.”

ທ່ານ ມັອລເລີ ໄດ້ຂໍອີເມລຈາກຫ້ອງການການບໍລິການທົ່ວໄປ, ເຊິ່ງແມ່ນອົງການລັດ
ຖະບານທີ່ຈັດການກັບຊັບສິນລັດຖະບານກາງ ບ່ອນທີ່ກຸ່ມລັດຖະບານໃໝ່ຂອງທ່ານ
ທຣຳ ແລະ ຄອມພິວເຕີຂອງເຂົາເຈົ້າໄດ້ຖືກໃຊ້. ອົງການດັ່ງກ່າວໄດ້ມອບອີເມລພວກ
ນັ້ນໃຫ້ໃນວັນທີ 1 ກັນຍາ ໂດຍບໍ່ໄດ້ແຈ້ງໃຫ້ກຸ່ມລັດຖະບານໃໝ່ຂອງທ່ານ ທຣຳ ຊາບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG