ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ກ່າວ​ວ່າ ຣັດ​ເຊຍ ຕ້ອງ​ຖອນ​ອອກ​ຈາກ ຢູ​ເຄ​ຣນ


​ປະ​ທານ​ສິ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ ເຄວິນ ແມັກ​ຄາ​ທີ ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຂອງ​ສະ​ພາ ຄະ​ແນ​ສ​ເສັດ, ສະ​ພາ​ແຫ່ງ​ຊາດ​ຂອງ ອິ​ສ​ຣາ​ແອ​ລ, ນະ​ຄອນ ເຈ​ຣູ​ຊາ​ແລັມ, 1 ພຶ​ດ​ສະ​ພາ 2023.
​ປະ​ທານ​ສິ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ ເຄວິນ ແມັກ​ຄາ​ທີ ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຂອງ​ສະ​ພາ ຄະ​ແນ​ສ​ເສັດ, ສະ​ພາ​ແຫ່ງ​ຊາດ​ຂອງ ອິ​ສ​ຣາ​ແອ​ລ, ນະ​ຄອນ ເຈ​ຣູ​ຊາ​ແລັມ, 1 ພຶ​ດ​ສະ​ພາ 2023.

ປະ​ທານ​ສະ​ພາ​ຕ່ຳ​ ສະ​ຫະ​ລັດ ທ່ານ ເຄ​ວິນ ແມັກ​ຄາ​ທີ ກ່າວ​ວ່າ ຣັດ​ເຊຍ ຄວນ “ຖອນ​ອອກ​ຈາກ” ຢູ​ເຄ​ຣນ. ຜູ້​ນຳ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ໃນ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໃນ​ຖາ​ນະ​ເປັນ​ປະ​ທານ​ສະ​ພາ​ຕ່ຳ ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນ ເຈ​ຣູ​ຊາ​ແລມ, ປະ​ເທດ ອິ​ສ​ຣາ​ແອ​ລ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ ແມັກ​ຄາ​ທີ ໄດ້​ກ່າວ​ຢ້ຳ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ທາງ​ການ​ເມືອງ​ເປັນການ​ສ່ວນ​ຕົວຂອງ​ທ່ານ​ສຳ​ລັບ ກີ​ຢິບ ພ້ອມ​ກັບ​ຄຳ​ໝັ້ນ​ສັນ​ຍາ​ທາງ​ທະ​ຫານ​ຂອງ ສະ​ຫະ​ລັດ ຕໍ່​ປະ​ເທດ​ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ​ນັ້ນ. ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ບັນ​ດາ​ນັກ​ຂ່າວ​ຈາກ​ສື່ມ​ວນ​ຊົນ ຣັດ​ເຊຍ​ ນັ້ນ. ທ່ານ ແມັກ​ຄາ​ທີ ໄດ້​ກ່າວ​ວ່າ​ທ່ານບໍ່​ໄດ້​ສະ​ໜັບ​ສະ​ໜູນ​ສິ່ງ​ທີ່ ຣັດ​ເຊຍ ໄດ້​ເຮັດ​ໃນ ຢູ​ເຄ​ຣນ, ລວມ​ທັງ​ສິ່ງ​ທີ່​ທ່ານ​ໄດ້​ກ່າວ​ວ່າ​ເປັນ “ການ​ສັງ​ຫານ​ເດັກ​ນ້ອຍ.”

ທ່ານ ແມັກ​ຄາ​ທີ ແມ່ນ​ກຳ​ລັງ​ນຳ​ພາ​ຄະ​ນະ​ຜູ້​ແທນ​ຈາກ​ສອງ​ພັກ​ການ​ເມືອງ​ຂອງ ອາ​ເມ​ຣິ​ກາ ໄປ ອິ​ສ​ຣາ​ແອ​ລ ແລະ ກ່າວ​ຄຳ​ປາ​ໄສ​ຄັ້ງ​ປະ​ຫວັດ​ສາດ ​ຕໍ່​ສະ​ພາ ​ຄະແນ​ສ​ເສັດ (Knesset), ເຊິ່ງ​ແມ່ນ​ຄຳ​ປາ​ໄສ​ຄັ້ງ​ທຳ​ອິດ ​ໂດຍ​ປະ​ທານ​ສະ​ພາ​ຕ່ຳ​ ສະ​ຫະ​ລັດ ໃນ​ຮອບ 25 ປີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG