ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງຍານ Endeavor ຂຶ້ນສູ່ອະວະກາດ


ຍານ Endeavour ພວມພຸ່ງຂຶ້ນຈາກແຫຼມ Canaveral ໃນລັດຟລໍຣິດາ (16 ພຶດສະພາ 2011)
ຍານ Endeavour ພວມພຸ່ງຂຶ້ນຈາກແຫຼມ Canaveral ໃນລັດຟລໍຣິດາ (16 ພຶດສະພາ 2011)

ຍານອະວະກາດຂອງສະຫະລັດ Endeavor ແມ່ນກໍາລັງ
ມຸ້ງໜ້າໄປສູ່ສະຖານີອະວະ ກາດນາໆຊາດ ໃນຖ້ຽວບິນ
ກ່ອນຖ້ຽວສຸດທ້າຍຂອງໂຄງການຍານອະວະກາດໄປກັບ
ທີ່ຈະຈົບລົງໃນປີນີ້.

ຜູ້ຄົນຈໍານວນ ນັບໝື່ນໄດ້ພາກັນໄປເຕົ້າໂຮມກັນທີ່ສູນກາງ
ອະວະກາດ Kennedy ໃນລັດ Florida ໃນພາກຕາເວັນ
ອອກສຽງໃຕ້ຂອງສະຫະລັດ ໃນວັນຈັນວານນີ້ ເພື່ອເບິ່ງ
ການສົ່ງຍານອະວະກາດໄປກັບສູ່ຫ້ວງອາວະກາດ ທີ່ມີນັກບິນ
ອາວະກາດທັງໝົດ 6 ຄົນ ເປັນຊາວ ອະເມຣິກັນ 5 ຄົນ
ແລະ ອີກ 1 ຄົນເປັນຊາວອີຕາລີ.

ຍານອາວະກາດໄປກັບໄດ້ແຍກຕົວອອກຈາກຈະຫຼວດ ແລະ
ໄດ້ເຂົ້າສູ່ວົງໂຄຈອນຂອງໂລກ ໃນພຽງບໍ່ເທົ່າໃດນາທີຕໍ່ມາ
ຫຼັງຈາກບິນຂຶ້ນຈາກຖານສົ່ງ. ອົງການຍານອາວະກາດ
NASA ຂອງສະຫະລັດ ເອີ້ນການສົ່ງຍານອະວະກາດໄປກັບ
ຄັ້ງນີ້ວ່າ ປະສົບຄວາມສຳເຣັດ ແລະ ລາຍງານວ່າບໍ່ມີບັນຫາ
ໃດໆກ່ຽວກັບຍານອາວະກາດ. ຄາດວ່າຍານອະວະກາດໄປກັບ
ຈະເຂົ້າຈອດ ທີ່ສະຖານີອະວະກາດນາໆຊາດ ໃນວັນພຸດມື້ນອື່ນນີ້.

ຖ້ຽວບິນດັ່ງກ່າວແມ່ນຄວບຄຸມໂດຍນັກບິນອາວະກາດ ສະຫະລັດ ທ່ານ Mark Kelly
ຊຶ່ງພັນລະຍາຂອງທ່ານກໍຄື ສະມາຊິກສະພາຕໍ່າ ທ່ານນາງ Gabrielle Giffords ຜູ້ທີ່ໄດ້ຮັບບາດເຈັບຢ່າງສາຫັດຈາກການຖືກຍິງໃນລັດ Arizona ພາກໃຕ້ຂອງສະຫະ ລັດໃນເດືອນມັງກອນທີ່ຜ່ານມານັ້ນ. ພວກທ່ານໝໍໄດ້ອະນຸຍາດໃຫ້ທ່ານນາງ Gabrielle
Giffords ລາພັກຈາກການບໍາບັດຊົ່ວຄາວເພື່ອໄປເບິ່ງການສົ່ງຍານຂຶ້ນສູ່ຫ້ວງອາວະກາດ
ໃນຄັ້ງນີ້.

XS
SM
MD
LG