ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ຈີນ ຫາທາງ ຄອບງຳ ສົງຄາມ ອາວະກາດ


ຜູ້ຍິງຄົນນຶ່ງ ແລະເດັກນ້ອຍ ຍ່າງຫລີ້ນຢູ່ໃນສວນສະແດງ
ຍານອະວະກາດຈຳລອງຂອງຕ່າງປະເທດ ແລະໃນປະເທດ ທີ່ ນະຄອນຫລວງປັກກິ່ງ.
ຜູ້ຍິງຄົນນຶ່ງ ແລະເດັກນ້ອຍ ຍ່າງຫລີ້ນຢູ່ໃນສວນສະແດງ ຍານອະວະກາດຈຳລອງຂອງຕ່າງປະເທດ ແລະໃນປະເທດ ທີ່ ນະຄອນຫລວງປັກກິ່ງ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສທາງ​ທະຫານ​ສະຫະລັດທ່ານ​ນຶ່ງ​ກ່າວ​ວ່າ ສະຫະລັດ​ກຳລັງ​ດຳ​ເນີນ​ການ​ຢ່າງ​ຂຸ້ນຂ້ຽວ ​ປັບປຸງຄວາ​ມສາມາດ ​ເພື່ອ​ຂັດຂວາງ​ບໍ່​ໃຫ້ ຣັດ​ເຊຍ ​ແລະ​ຈີນ​ ສ້າງ​ບັນຫາ​ຂັດ​ແຍ້ງ​ໃນອະ​ວະ​ກາດ.

​ໃນ​ການ​ຖະ​ແຫຼງ​ທີ່​ສະຖາ​ບັນສຶກສາ​ອະ​ວະ​ກາດ Mitchelle ​ທີ່​ເມືອງ Arlington ​ໃນ​ວັນ​ສຸກ​ວານ​ນີ້ ນາຍ​ພົນ Jay Raymond ຜູ້​ບັນຊາ​ການດ້ານ​ອະ​ວະ​ກາດ​ກອງທັບ​ອາກາດ​ສະຫະລັດ ກ່າວ​ວ່າ ສ່ວນ​ນຶ່ງໃນ​ການ​ປັບປຸງ ກອງທັບ​ຈີນ ​ແມ່ນໄດ້​ແນ​ໃສ່ ​ເພື່ອ​ເຮັດ​ໃຫ້​ຄວາມກ້າວໜ້າ ດ້ານໃນອະ​ວະ​ກາດ ຂອງ​ສະຫະລັດ​ ແລະໃນ​ດ້ານ​ອື່ນໆ ອ່ອນ​ແອ​ລົງ.

ທ່ານ​ກ່າວວ່າ​ “ການ​ປັບປຸງ​ກອງທັບ​ຈີນ​ໃຫ້​ທັນ​ສະ​ໄໝ ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຫລຸດຜ່ອນ​ຄວາມ​ກ້າວ​ໜ້າ ທີ່​ໄດ້​ປຽບ​ໃນ​ດ້ານເທັກ​ໂນ​ໂລ​ຈີທາງ​ທະຫານ​ຂອງ​ສະ ຫະລັດລົງ” ອີງ​ຕາມ​ລາຍ​ງານ​ປະຈຳ​ປີ​ຕໍ່​ລັດຖະສະພາ​ໂດຍລັດຖະມົນຕີ​ປ້ອງ​ກັນ ​ປະ​ເທດ ທ່ານ Ash Carter. “ຍິ່ງ​ໄປ​ກວ່າ​ນັ້ນຈີນ​ໄດ້​ລົງ​ທຶນ​ໃນ​ດ້ານ​ສະມັດ​ຖະ ພາບ​ການ​ອອກ​ແບບ​ເພື່​ອ​ເອົາ​ໄຊຊະນະ ຄວາມ​ສາມາດ​ໃນ​ການ​ໂຈມ​ຕີ​ຂອງສັດຕູ ແລະ​ປະ​ເຊີນ​ໜ້າການ​ແຊກ​ແຊງໃນລະຫວ່າງ​ເກີດ​ທີ່​ເກີດ​ວິ​ກິດ​ການ ຫລື​ການຂັດ​ແຍ້​ງ.”

ນານ​ພົນ Raymond ​ໄດ້​ກ່າວ​ເພີ້​ມວ່າ ການ​ດຳ​ເນີນຄວາມພ​ະຍາ​ຍາ​ມຂອງ​ສະ ຫະລັດ​ທີ່​ຈະເສີມ​ຂະຫຍາຍ​ການ​ສະກັດ​ກັ້ນ​ໃນ​ອະວະ​ກາດ ຮວມທັງ​ການປະຕິບັດ​ງານຮ່ວມ​ກັບ​ບັນດາ​ພັນທະ​ມິດ.

ທ່ານ​ກ່າວ​ວ່າ “ຄູ່​ຮ່ວ​ມ​ງານ​ທີ່​ເປັນແນວ​ໂຮມ​ຂອງ​ພວກ​ເຮົາ​ຫາ​ກໍວິວັດທະນາຈາກ ການແບ່ງປັນ​ຂໍ້​ມູນ​ເພື່ອ​ເຂົ້າ​ຮ່ວມ​ສູ້ລົບ​ໃນ​ສົງຄາມ. ​ເຂົາ​ເຈົ້າ​ໄດ້​ສະໜອງຄຸນ​ຄ່າໃນ​ການ​ສະກັດ​ກັ້ນ ທາງ​ທະຫານ​ທີ່​ບໍ່​ໜ້າ​ເຊື່ອ. ພວກ​ເຮົາ​ຕ້ອງນຳ​ໃຊ້​ອຳນາດ​ທີ່​ມີ​ເພີ້ມຂຶ້ນດ້ານອະ​ວະ​ກາດຂອງພັນທະ​ມິດ​ພວກ​ເຮົາ.”

ບັນດາ​ຜູ້ຕາງໜ້າ​ກອງທັບ​ອາກາດ​ຈາກຍີ່ປຸ່ນ ​ແລະ​ບຣາຊີ​ນ ທີ່​ເຂົ້າຮ່ວມໃນ​ພິທີ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ປະ​ເທດ​ຂອງ​ເຂົາ​ເຈົ້າ​ກຳລັງຂຸ້ນຂ້ຽວ​ຊອກ​ຫາທາງ ​ທີ່​ຈະ​ຮ່ວມ​ມື​ໃນ​ການປະຕິບັດ​ງານ​ກັບ​ສະຫະລັດ​ໃນ​ອະ​ວະ​ກາດ​ຕໍ່ໜ້າການ​ເພີ້​ມຂຶ້ນ​ໃນ ການ​ຂົ່​ມຂູ່​ໃນດ້ານ​ດັ່ງກ່າວ​ນີ້.

ອ່ານຂ່າວນີ້ິເພີ້ມເປັນພາສາອັງກິດ

XS
SM
MD
LG