ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານອະວະກາດ Endeaver ຂອງສະຫະລັດ ກັບຄືນສູ່ໂລກ


ຍານອະວະກາດໄປກັບ Endeavour ລົງຈອດໃນຕອນເຊົ້າມືດຂອງວັນພຸດມື້ນີ້ທີ່ສູນອະວະກາດ Kennedy ໃນລັດຟລໍຣິດາ ວັນທີ 1 ມິຖຸນາ 2011
ຍານອະວະກາດໄປກັບ Endeavour ລົງຈອດໃນຕອນເຊົ້າມືດຂອງວັນພຸດມື້ນີ້ທີ່ສູນອະວະກາດ Kennedy ໃນລັດຟລໍຣິດາ ວັນທີ 1 ມິຖຸນາ 2011

ຍານ​ອະວະກາດ​ໄປ​ກັບ Endeaver ຂອງ​ສະຫະລັດ​ໄດ້​
ລົງ​ສູ່​ພື້​ນດິນ​ແລ້ວ​ ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້​ ຫລັງ​ຈາກ​ເສັດ​ສິ້ນ​
ການ​ປະຕິບັດ​ງານ​ຖ້ຽວ​ສຸດ​ທ້າຍ​ທີ່​ສະຖານີອະວະກາດ​ນາໆ
ຊາດ.

ທ່ານ Mark Kelly ຜູ້​ບັງຄັບ​ຍານ​ພ້ອມ​ດ້ວຍ​ລູກ​ເຮືອ​ໄດ້
ນໍາ​ຍານ​ລົງ​ຈອດ​ຢ່າງ​ປອດ​ໄພ​ທີ່ສູນ​ອະວະກາດ Kenne
dy ​ໃນ​ລັດ​ຟລໍຣີດາ​ໃນພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະ
ຫະລັດ. ນັບ​ວ່າ​ເປັນ​ຄັ້ງ​ທີ 25 ທີ່ອົງການອະວະກາດ​ສະ
ຫະລັດ​ນໍາ​ຍານ​ອະວະກາດ​ລົງ​ຈອດໃນ​ຍາມ​ທີ່ຍັງ​ມືດ​ມົວ​ຢູ່
ຊຶ່ງ​ເປັນ​ນຶ່ງ​ສ່ວນ​ຫ້າ​ຂອງ​ການ​ປະຕິບັດງານທັງ​ໝົດ.

ທ່ານ Kelly ກ່າວ​ວ່າ ມັນ​ເປັນ​ເລື້ອງ​ທີ່ໂສກ​ເສົ້າທີ່​ເຫັນ​ຍານ​ອະວະກາດ​ໄປ​ກັບ​ລໍາ​ນີ້​ລົງ​ຈອດ​
ເປັນ​ເທື່ອ​ສຸດທ້າຍ​ ​ແຕ່​ວ່າ​ຍານ​ອະວະກາດ​ລໍາ​ນີ້​ເປັນ​ມໍລະດົກ​ອັນ​ຍິ່ງ​ໃຫຍ່. ບັດ​ນີ້​ຍານ​ອະວະ
ກາດ Endeaver ຈະ​ຖືກ​ສົ່ງ​ໄປ​ໄວ້​ໃນ​ພິພິດທະພັນ​ແຫ່ງ​ນຶ່ງໃນ​ລັດ California ​ໃນ​ພາກ​ຕາ
ເວັນ​ຕົກ​ຂອງ​ສະຫະລັດ.

ຍານ Endeaver ​ໄດ້​ໃຊ້​ເວລາ​ຫລາຍ​ກວ່າ 2 ສັບປະດາ​ ໃນ​ຫ່ວງ​ອະວະກາດ ​ໂດຍ​ສົ່ງ
ເຄື່ອງ​ຈັບ​ແສງ​ອະວະກາດ​ມູນ​ຄ່າ 2 ຕື້​ໂດ​ລາ​ແລະເຄື່ອງ​ອາ​ໄຫລ່​ອື່ນໆ​ ໄປ​ຍັງ​ສະຖານີ​
ອະວະກາດ​ນັ້ນ.

ການ​ລົງ​ຈອດ​ຂອງ​ຍານ​ດັ່ງກ່າວ​ໃນ​ວັນ​ພຸດ​ມື້​ນີ້ ​ເປັນ​ການ​ສິ້ນ​ສຸດ​ລົງ​ຂອງການ​ປະຕິ​ງານ​
ຂອງ​ຍານ​ອະວະກາດ Endeaver ​ເປັນ​ເວລາ 19 ປີ ​ແລະ​ກາຍ​ເປັນ​ຍານ​ອະວະກາດ​ລໍາ
ທີ​ສອງ​ຂອງຍານ​ອະວະກາດ​ໄປ​ກັບ 3 ລໍາ​ຂອງ​ສະຫະລັດ​ຈະ​ຖືກ​ຢຸດ​ໃຊ້. ອົງການ​ນາ​ຊາ
ກ່າວ​ວ່າ ຍານEndeaver ​ໄດ້​ບິນ​ໃນໄລຍະທາງ 198 ລ້ານ​ຫລັກ​ກິ​ໂລ​ແມັດ​ໃນ​ການ​ປະຕິ
ບັດ​ງານ​ທັງ​ໝົດ 25 ຖ້ຽວ.

ຍານ​ອະວະກາດ​ໄປ​ກັບ Atlantis ກໍານົດ​ຈະ​ບິນ​ຂຶ້ນ​ສູ່​ຫ່ວງ​ອະວະກາດ​ໃນ​ເດືອນ​ກໍລະກົດ
ນີ້ອັນ​ເປັນ​ການ​ປະຕິບັດ​ງານ​ຖ້ຽວ​ສຸດ​ທ້າຍ​ຂອງ​ໂຄງການ​ຍານ​ອະວະກາດໄປກັບ​ຂອງ​ສະຫະ
ລັດເປັນ​ເວລາ 30 ປີ​ນັ້ນ.

XS
SM
MD
LG