ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດແລະເກົາຫລີໃຕ້ຍັງເປັນ ພັນທະມິດທີ່ໝັ້ນໜຽວນຳກັນ


ເວລານີ້ ສະຫະລັດແລະເກົາຫລີ​ໃຕ້ ຍັງຄົງເປັນພັນທະມິດທີ່ໝັ້ນ​ໜຽວ​ແລະຊື່ສັດຕໍ່​ກັນ​ຢ່າງ​ແຂງ​ແຮງ. ລັດຖະມົນຕີ​ຕ່າງປະ​ເທດ​ ສະຫະລັດ ທ່ານນາງຮິລແລຣີ ຄລິນຕັນ ກ່າວວ່າ ນັບເປັນເວລາ 60 ປີຜ່ານ​ມາ​ແລ້ວ ທີ່ປະເທດທັງສອງ​ໄດ້ຮ່ວມ​ກັນ ​ເອົາ​ທ່າ​ທີ​ມີ​ສະຕິ​ລະວັງຕົວ ​ເພື່ອ​ປົກປ້ອງ​ສັນຕິພາບ ແລະສະຖຽນ ລະພາບ ໃນຂົງເຂດແຫລມ ເກົາຫລີ ຊຶ່ງທ່ານນາງກ່າວຕໍ່ໄປວ່າ

“ສຳລັບ​ສະຫະລັດ​ແລ້ວ ຄວາມ​ໝັ້ນຄົງ​ປອດ​ໄພ​ແລະ​ອະທິປະ​ໃຕ​ຂອງ​ເກົາຫລີໃຕ້ ​ແມ່ນ​ຖື​ວ່າ​ເປັນຄວາມ​ຮັບຜິດຊອບ​ອັນ​ເຄ່ງ​ຂຶມ ​ແລະ ຄວາມ​ໝາຍ​ໝັ້ນ​ອັນ​ແຂງ​ແຮງ ຄື​ກັນ​ກັບ​ກ້ອນ​ຫີ​ນ. ຄວາມເປັນພັນ​ທະ​ມິດ​ຂອງພວກ​ເຮົາ ​ແມ່ນ​ເປັນ​ແຫ​ລ່ງຂອງຄວາມ​ເຂ້​ມ​ແຂງ ​ແລະ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ເຊື່ອ​ໝັ້ນ​ທີ່​ວ່າທັງ​ສອງ​ຊົນຊາດ​ຂອງພວກ​ເຮົາ​ ຈະສືບ​ຕໍ່​ມີ​ຄວາມ​ໝັ້ນຄົງ​ປອດ​ໄພ ວັດທະນາ​ຖາ​ວອນ ​ແລະ​ມີຄວາມ​ກ້າວໜ້າ​ຮ່ວມ​ກັນໃນ​ຫລາຍໆ​ມື້​ແລະ​ຫລາຍໆ​ປີ​ຕໍ່ໜ້າ.”

ຄວາມສຳພັນກັນລະວ່າງສະຫະລັດແລະເກົາຫລີ​ໃຕ້ນັ້ນ ​ແມ່ນ​ກວ້າງ​ໄກກາຍການຮັບປະກັນດ້ານຄວາມ ໝັ້ນຄົງ​ໄປ​ອີກ. ສະຫະລັດໄດ້ໃຫ້ການສະໜັບສະໜູນເກົາຫລີ​ໃຕ້ ໃນຂະນະທີ່ເກົາຫລີ​ໃຕ້ໂອບອຸ້ມເອົາ ປະຊາທິປະໄຕ ແລະທຳການປ່ຽນແປງຄັ້ງປະວັດສາດ​ໃນ​ດ້ານເສດຖະກິດຂອງປະເທດ. ປັດຈຸບັນນີ້ເກົາ ຫລີ​ໃຕ້ກາຍເປັນພາຄີການຄ້າດ້ານເສດຖະກິດທີ່ສຳຄັນປະເທດນຶ່ງຂອງສະຫະລັດ ແລະໂດຍສະເພາະ ຊາວອາເມລິກັນເຊື້ອຊາດເກົາຫລີ ກໍໄດ້ມີ​ການປະກອບສ່ວນທີ່ສຳຄັນແກ່ເສດຖະກິດ ສັງຄົມ ແລະວັທະ ນະທຳຂອງສະຫະລັດຕະຫລອດມາ.

ໃນຖານະທີ່ເປັນທັງປະເທດເພື່ອນມິດ ແລະພັນທະມິດກັນນັ້ນ ສະຫະລັດ​ແມ່ນສະໜັບສະໜູນເກົາຫລີ​ໃຕ້ ທີ່​ພະຍາຍາມ​ຫາ​ທາງໃຫ້ມີການ​ເອົາບາດກ້າວ ຢູ່​ໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຫລັງຈາກ​ເກີດເຫດການກຳ​ປັ່ນ Cheonan ຂອງກອງທັບເຮືອເກົາຫລີ​ໃຕ້ ຖືກເກົາຫລີເໜືອຈົມນ້ຳນັ້ນ. ສະຫະລັດຂໍສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງທີ່​ສຸດ ຕໍ່ຄອບຄົວແລະໝູ່ເພື່ອນຂອງທະຫານເຮືອ 46 ຄົນ ທີ່ເສຍຊີວິດ​ໃນເຫດການດັ່ງກ່າວ ຊຶ່ງທ່ານນາງຮິລແລຣີ ກ່າວວ່າ ນີ້ຄືການເກາະຜິດທີ່ຮັບເອົາບໍ່ ໄດ້ຂອງເກົາຫລີເໜືອ ແລະປະຊາຄົມ ນານາຊາດແມ່ນມີຄວາມຮັບຜິດຊອບແລະໜ້າທີ່ ທີ່ຈະຕ້ອງທຳ ການໂຕ້ຕອບ.

ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນກ່າວຕໍ່ໄປວ່າ ທາງການທະຫານສະຫະລັດແລະເກົາຫລີ​ໃຕ້ ໄດ້ປະກາດ​ໃຫ້​ຊາບ​ເຖິງແຜນການ ຊ້ອມລົບຮ່ວມກັນຫລາຍບັ້ນ ແລະພວກເຮົາຈະຄົ້ນຄວ້າເພື່ອຊອກ​ຫາ​ຊ່ອງ​ທາງຍົກລະດັບທ່າທີຂອງພວກເຮົາຢູ່​ໃນແຫລມເກົາຫລີນັ້ນ ເພື່ອຮັບປະກັນຄວາມພ້ອມ ແລະຂັດ ຂວາງການໂຈມຕີໃນອະນາຄົດ. ສະຫະລັດຮຽກຮ້ອງ​ໄປ​ຍັງເກົາຫລີເໜືອ ໃຫ້ຍຸຕິການກໍ່ກວນເກາະຜິດ ແລະນະໂຍບາຍແຫ່ງການຂົ່ມຂູ່ຂອງຕົນ ແລະການ​ເອົາທ່າ​ທີ​ເປັນ​ສັດ​ຕູ ກັບພວກປະເທດເພື່ອນບ້ານ ຂອງຕົນນັ້ນ​ເສຍ ແລະຫັນມາເອົາບາດກ້າວ​ໃນ​ການ​ປະຕິບັດ​ຕາມ​ພັນທະ​ ​ໃນ​ການລົບລ້າງໂຄງການ ນີວເຄລຍຂອງຕົນຢ່າງເຕັມສ່ວນ ແລະປະຕິບັດຕາມກົດໝາຍຂອງນານາຊາດ.

ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນກ່າວຕື່ມວ່າ ເກົາຫລີເໜືອຍັງສາມາດເລືອກອີກເສັ້ນທາງນຶ່ງ ໄດ້ ຄືແທນການຢູ່ຢ່າງໂດດດ່ຽວ ​ແທນຄວາມທຸກຈົນ ຄວາມຂັດແຍ້ງ ແລະການປະນາມນັ້ນ ເກົາຫລີ ເໜືອສາມາດທີ່ຈະເຂົ້າຮ່ວມກັບນາໆ​ຊາດ​ໄດ້ ມີຄວາມວັດທະນາ​ຖາວອນ ສັນຕິພາບ ແລະ​ສາມາດໄດ້​ຮັບຄວາມເຄົາລົບນັບຖື ຊຶ່ງໃນທີ່ສຸດແລ້ວ ປະຊາຊົນຂອງ​ເກົາຫລີ​ເໜືອ​ກໍຈະມີຊີວິດທີ່ດີຂື້ນ. ທ່ານນາງລັດ ຖະມົນຕີຕ່າງປະເທດຄລິນຕັນກ່າວໃນທີ່ສຸດວ່າ ອະນາຄົດຂອງເກົາຫລີເໜືອນັ້ນ ແມ່ນຂື້ນຢູ່ກັບທາງເລືອກ ຕ່າງໆທີ່ພວກຜູ້ນຳຂອງຕົນຈະ​ຕັດສິນ​ໃຈ​ເລືອກ​ເອົາໃນ​ປັດຈຸບັນ ຊຶ່ງໃນລະຫວ່າງນີ້ສະຫະລັດກໍຈະຍັງຄົງ ຢຶດໝັ້ນ​ຢ່າງ​ເດັດດ່ຽວຕໍ່ການປົກປ້ອງເກົາຫລີ​ໃຕ້.

:

XS
SM
MD
LG