ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ກັບເກົາຫຼີໃຕ້ ຮຽກຮ້ອງໃຫ້ມີ ການເອົາບາດກ້າວທີ່ເຂັ້ມງວດຂຶ້ນກວ່າເກົ່າຕໍ່ ເກົາຫຼີເໜືອ


ພາບຈາກວີດີໂອ ຂອງແຫ່ຼງຂ່າວ KRT ຂອງເກົາຫຼີເໜືອ ທີ່ນຳ
ອອກເຜີຍແຜ່ໃນວັນທີ 3 ກັນຍາ, 2017, ທີ່ສະແດງໃຫ້ເຫັນທ່ານ Kim Jong Un ໃນສະຖານທີ່ບໍ່ໄດ້ບົ່ງບອກ.
ພາບຈາກວີດີໂອ ຂອງແຫ່ຼງຂ່າວ KRT ຂອງເກົາຫຼີເໜືອ ທີ່ນຳ ອອກເຜີຍແຜ່ໃນວັນທີ 3 ກັນຍາ, 2017, ທີ່ສະແດງໃຫ້ເຫັນທ່ານ Kim Jong Un ໃນສະຖານທີ່ບໍ່ໄດ້ບົ່ງບອກ.

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ແລະ​ຄູ່​ຕຳ​ແໜ່​ງ​ໃນ​ກຸງໂຊ​ລ ​ໃນ​ວັນ​ຈັນ​ວານ​ນີ້ ​
ໄດ້​ຕົກລົງກັນ ວ່າ​ຈະ​ຍົກ​ເລີກ​ການຈຳກັດຈັດການໃຊ້ຈ່າຍ ສຳລັບໂຄງການ​ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ໃຕ້ ​ແລະ​ຊຸກ​ຍູ້​ໃຫ້​ມີ​ການ​ລົງ​ໂທດຢ່າງ​ໜັກໜ່ວງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຕໍ່​
ເກົາຫຼີ​ເໜືອ.

ນອກນັ້ນ ປະທາ​ນາ​ທິບໍດີ​ເກົາຫຼີ​ໃຕ້ ທ່ານ Moon Jae-in ຍັງ​ໄດ້​ຮຽກຮ້ອງ​ໃຫ້ ອົງການ​
ສະຫະ​ປະຊາ​ຊາດ​ພິຈາລະນາ​ກີດ​ກັນ​ການ​ລຳລຽງ​ນ້ຳມັນ ​ໄປ​ຍັງ​ເກົາຫຼີ​ເໜືອ ຊຶ່ງ​ທາງ​ເຈົ້າ​
ໜ້າ​ທີ່​ລັດຖະບານ ໂຊລ ​ໄດ້​ບອກພວກ​ນັກ​ຂ່າວ​ນັ້ນ.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຍ່າງສົນທະນາກັບທ່ານ Moon Jae-in ປະທານາທິບໍດີເກົາຫຼີໃຕ້ ໃນສວນກຸຫຼາບ Rose Garden ທີ່ທຳນຽບຂາວ, 30 ມິຖຸນາ, 2017.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຍ່າງສົນທະນາກັບທ່ານ Moon Jae-in ປະທານາທິບໍດີເກົາຫຼີໃຕ້ ໃນສວນກຸຫຼາບ Rose Garden ທີ່ທຳນຽບຂາວ, 30 ມິຖຸນາ, 2017.

ເຈົ້າ​ໜ້າ​ທີ່ຈາກ​ທຳນຽບຂາວ ບໍ່​ໄດ້​ກ່າວ​ເຖິງ​ການ​ລົງ​ໂທດ​ເລື່ອງ​ນ້ຳມັນຕໍ່​ພຽງ​ຢາງ, ​ແຕ່​ວ່າ
ພວກ​ເຂົາ​ເຈົ້າ ​ໄດ້​ກ່າວ​ວ່າ ທ່ານ​ທຣຳ ​ແລະ​ທ່ານ Moon ​ໄດ້​ຕົກລົງ​ໃນ​ເລື່ອງ​ກວ້າງໆ
ໃນ​ເລື່ອງ​ໃຫຍ່ໆ ​ໃນການ​ສົນທະນາ​ໂອ້​ລົມ​ທາງ​ໂທລະສັບ 40 ນາທີ ​ໃນ​ວັນ​ຈັນ​ວານ​ນີ້,
ນຶ່ງ​ມື້ ຫຼັງ​ຈາກເກົາຫຼີ​ເໜືອ ​ໄດ້​ສະ​ເທືອ​ນ​ໂລກ ​ໂດຍ​ການ​ປະ​ທ້ວງ​ດ້ວຍ​ການ​ທົດ​ລອງ
​ອາວຸດນິວ​ເຄລຍ ​ໃຕ້​ພື້ນດິນ ທີ່​ໄດ້​ກ່າວ​ວ່າ ​ເປັນ​ລະ​ເບີດ hydrogen ນັ້ນ.

ຄຳຖແລງດ່ັງກ່າວໄດ້ເວົ້າຕໍ່ໄປ​ວ່າ “ພວກຜູ້ນຳທັງ​ສອງ​ ​ໄດ້​ຕົກລົງ​ທີ່​ຈະ​ກົດ​ດັນ​ຢ່າງ​ແຮງ​
ສຸດຕໍ່​ເກົາຫຼີ​ເໜືອ ທີ່​ຈະ​ເອົາ​ທຸກ​ມາດ​ຕະການ ຕໍ່ການ​ເກາະຜິດຄັ້ງຫຼ້າສຸດ​ນີ້, ພວກ​ທ່ານ
​ທັງ​ສອງ​ຍັງ​ໄດ້​ປະຕິຍານ​ວ່າ ຈະ​ສື​ບຕໍ່​ເພີ່ມ​ທະວີການ​ທະຫານຮ່ວມ​ເຕັມ​ຄວາມ​ສາມາດ.”

ສະຫະລັດ ຈະ​ກະຈາຍ​ຮ່າງມະຕິອັນ​ໃໝ່ ກ່ຽວ​ກັບ​ເກົາຫຼີ​ເໜືອ ​ໃນ​ອົງການ​ສະຫະ​ປະຊາ​ຊາດ ​
ໃນ​ສັບປະດາ​ນີ້, ​ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki Haley ​ໄດ້​ບອກ​ກອງ​ປະຊຸມ​ສຸກ​ເສີນ​ຂອງ​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​
ຊາດ ​ໃນ​ວັນ​ຈັນ​ວານ​ນີ້. ນັກ​ການ​ທູດ​ອາ​ເມຣິກັນທ່ານນີ້ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຫວັງ​ວ່າ
ຈະ​ມີ​ການ​ລົງ​ຄະ​ແນນ​ສຽງພາຍ​ໃນ​ນຶ່ງສັບປະດາ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG