ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂດຍມີການຍົກເລີກ ການຊ້ອມລົບ ທີ່ເກົາຫຼີໃຕ້ ບັນດານັກຊ່ຽວຊານ ສະແດງ ຄວາມເປັນຫ່ວງ ກ່ຽວກັບ ຜົນກະທົບ ທີ່ຕິດຕາມມາ


ພວກທະຫານກອງທັບບົກ ສະຫະລັດ ກຳລັງກຽມພ້ອມ ເພື່ອການຊ້ອມລົບ ຢູ່ໃກ້ໆ ເຂດຊາຍແດນຕິດກັບ ເກົາຫຼີເໜືອ ໃນເມືອງ ປາຈູ ຂອງເກົາຫຼີໃຕ້, ວັນທີ 6 ມີນາ 2017.
ພວກທະຫານກອງທັບບົກ ສະຫະລັດ ກຳລັງກຽມພ້ອມ ເພື່ອການຊ້ອມລົບ ຢູ່ໃກ້ໆ ເຂດຊາຍແດນຕິດກັບ ເກົາຫຼີເໜືອ ໃນເມືອງ ປາຈູ ຂອງເກົາຫຼີໃຕ້, ວັນທີ 6 ມີນາ 2017.

ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ໄດ້​ປະ​ກາດ​ຍົກ​ເລີກ ກາ​ນ​ຊ້ອມ​ລົບຂະ​ໜາດ​ໃຫຍ່​ປະ​ຈຳ​ປີ 2
ຄັ້ງ ໃນ​ຄວາມ​ພະ​ຍາ​ຍາມ “ເພື່ອ​ໃຫ້​ບັນ​ລຸ​ ການ​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ ເປັນເຂດ​ປອດ​
ນິວ​ເຄ​ລຍ​ຢ່າງ​ສິ້ນ​ເຊີງ.”

ມັນ​ເປັນ​ການ​ຕັດ​ສິນ​ໃຈ​ ທີ່​ທ່ານ​ໂຣ​ເບີດ ແມນ​ນິງ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ​ປະ​ຈຳ​ສະ​ພາ
ແອັດ​ແລນ​ຕິກ ເອີ້ນ​ວ່າ “ເປັນ​ນຶ່ງ​ໃນ​ຈຳ​ນວນ​ຄວາມ​ຜິດ​ພາດ ທີ່​ໄດ້​ກະ​ທຳ ເພື່ອ​ເຮັດ
ໃຫ້​ຖາ​ນະ​ຂອງ​ສະ​ຫະ​ລັດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ເໜືອ ອ່ອນ​ແອ​ລົງ.”

ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງສະ​ຫະ​ລັດ ທ່ານ ​ແພ​ຕ​ຣິກ
ແຊນ​ນາ​ແຮນ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດ​ເກົາ​ຫຼີ​ໃຕ້ ຈົງ ກີ​ຢົງ ດູ ໄດ້​
ຕັດ​ສິນ​ໃຈ ​ທີ່​ຈະ​ຍົກ​ເລີກການ​ຊ້ອມ​ລົບ​ ທີ່ເອີ້ນວ່າ Key Resolve and Foal Eagle
ໃນ​ລະ​ຫວ່າງ​ການ​ໂອ້​ລົມ​ກັນ​ ທາງ​ໂທ​ລະ​ສັບ ໃນ​ວັນ​ເສົາ​ແລ້ວ ອີງ​ຕາມ​ຖະ​ແຫຼງ​ການ
​ຂອງ​ທຳ​ນຽບ​ຫ້າ​ແຈ.

ຖະ​ແຫຼງ​ການ​ຍັງ​ກ່າວ​ຕື່ມ​ວ່າ “ລັດ​ຖະ​ມົນ​ຕີ​ທັງ​ສອງ ໄດ້​ຕົກ​ລົງ ທີ່​ຈະ​ຮ່ວມ​ມື​ກັນ​ຢ່າງ
ໃກ້​ຊິດ​ກ່ຽວ​ກັບ​ກິດ​ຈະ​ກຳ​ຕ່າງໆ​ທາງ​ດ້ານ​ທະ​ຫານ ຂອງ​ສະ​ຫະ​ລັດ ແລະ​ສາທາ​ລະ​
ນະ ລັດ​ເກົາ​ຫຼີເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຄວາມ​ພະ​ຍາ​ຍາມ​ທາງ​ດ້ານ​ການ​ທູດ.”

ທ່ານແຊນ​ນາ​ແຮນ ຍັງ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ ທ່ານ ແລະ​ທ່ານຈົງ “ໄດ້​ຕົກ​ລົງ​ກັນ
ທີ່​ຈະ​ສືບ​ຕໍ່​ຮັກ​ສາ​ຄວາມ​ພ້ອມ​ ຢ່າງ​ແຂງ​ຂັນ ທາງ​ດ້ານ​ທະ​ຫານ ໂດຍຜ່ານ​ໂຄງ​ການ​
ທີ່​ອອກ​ແບບ​ ໃໝ່ກ່ຽວ​ກັບ​ການ​ຊ້ອມ​ລົບ​ຂອງກອງ​ບັນ​ຊາ​ການ​ແລະ ການ​ດັດ​ແປງ ​
ໃນ​ການ​ຝຶກ​ແອບ​ພາກ​ສະ​ໜາມ. ໂດຍ​ຮ່ວມ​ມື​ກັນ​ ພວກ​ເຮົາ​ແມ່ນພ້ອມ​ແລ້ວ ທີ່​ຈະ​
ຮັບ​ມື​ກັບ​ທຸກໆ​ບັນ​ຫາ​ທ້າ​ທາຍ​ ທາງ​ດ້ານ​ຄວາມ​ໝັ້ນ​ຄົງ.”

ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຈົ່ມ​ວ່າ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ
ກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍ ໃນ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່.

ທ່ານ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າບໍ່​ຢາກ​ໃຫ້​ມີ​ການ​ຊ້ອມ​ລົບ​ທາງ
ທະ​ຫານ​ກັບ​ເກົາຫຼີ​ໃຕ ກໍ​ເພື່ອ​ປະ​ຢັດ​ເງິນ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ ສຳ​ລັບ​ສະ​ຫະ​ລັດ
ທີ່​ພວກ​ເຮົາ​ບໍ່​ໄດ້ການ​ຈ່າຍ​ຄືນ​ໃຫ້. ນັ້ນ​ຄື​ທ່າ​ທີ​ຂອງ​ຂ້າ​ພະ​ເຈົ້າທີ່​ມີ​ມາ​ແຕ່​ດົນ​ແລ້ວ
ກ່ອນ​ຂ້າ​ພະ​ເຈົ້າ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ນອກນັ້ນຍັງ​ເປັນ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ
ກັບ​ເກົາ​ຫຼີ​ເໜືອ ໃນ​ເວ​ລານີ້ ຊຶ່ງ​ເປັນ​ເລື້ອງ​ທີ່​ດີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG