ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ບັນ​ດາ​ຜູ້​ຊ່ຽ​ວຊານມີ​ຄວາມ​ເປັນ​ຫ່ວງ ກ່ຽວກັບຜົນ​ກະ​ທົບ ເວລາມີການ​ລົບ​ລ້າງ​ການຊ້ອ​ມ​ລົບ​ທາງ​ທະ​ຫານ ໃນເກົາ​ຫຼີ​ໃຕ້


ທະ​ຫານ​ສະ​ຫະ​ລັດ ຕຽມ​ການ​ຊ້ອມ​ລົບ​ທາງ​ທະ​ຫານ ໃກ້​ກັບ​ຊາຍ​ແດ​ນ​ເກົາ​ຫຼີ​ເໜືອ ທີ່​ປາ​ຈູ ເກົາ​ຫຼີ​ໃຕ້ ວັນ​ທີ 6 ມີ​ນາ 2017.
ທະ​ຫານ​ສະ​ຫະ​ລັດ ຕຽມ​ການ​ຊ້ອມ​ລົບ​ທາງ​ທະ​ຫານ ໃກ້​ກັບ​ຊາຍ​ແດ​ນ​ເກົາ​ຫຼີ​ເໜືອ ທີ່​ປາ​ຈູ ເກົາ​ຫຼີ​ໃຕ້ ວັນ​ທີ 6 ມີ​ນາ 2017.

ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ໄດ້​ປະ​ກາດ​ລົບ​ລ້າງ​ການ​ຊ້ອມ​ລົບ​ທາງ​ທະຫານຂອງສອງຄັ້ງ
​ຂະ​ໜາດ​ໃຫຍ່​ປະ​ຈຳ​ປີ ໃນ​ຄວາມ​ພະ​ຍາ​ຍາມ​ໃຫ້ “ບັນ​ລຸ​ເສັດ​ສິ້ນ​ອາ​ວຸດ​ນິວ​ເຄ​ລຍ​ຢູ່​ທີ່​
ແຫຼມ​ເກົາ​ຫຼີ.”

ການ​ຕັດ​ສີນ​ໃຈ​ທີ່​ທ່ານ​ໂຣ​ເບີ​ຣ​ຕ໌ ແມນ​ນິງ ສະ​ມາ​ຊິກ​ອາ​ວຸ​ໂສ​ຢູ່ສະ​ພາ​ອັດ​ລັນ​ຕິກ ຮ້ອ​ງ
ວ່ານຶ່ງ​ໃນຈຳ​ນວນຄວາມ​ຜິດ​ພາດທີ່​ໄດ້​ປະ​ຕິ​ບັດມາ ເຮັດໃຫ້​ເກີດ​ການເຊື່ອມ​ໂຍງ ທ່າ​ທີ່
ຂອງ​ສະ​ຫະ​ລັດ​ຢູ່​ໃນ​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ເອ​ເຊຍ.”

ທ່ານ​ແພ​ຕ​ຣິກ ຊາ​ນາ​ຮານ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຊົ່ວ​ຄາວ ແລະ​ລັດ​ຖະ​ມົນ​ຕີ​
ປ້ອງ​ກັນ​ປະ​ເທດ​ແຫ່ງ​ຊາດ​ເກົາ​ຫຼີ​ໃຕ້ ທ່ານ​ຈີ​ອົງ ກີ​ອົງ-ດູ ໄດ້​ຕັດ​ສິນ​ໃຈ​ສິ້ນ​ສຸດ​ການ​ແກ້​
ໄຂ​ທີ່​ສຳ​ຄັນ ແລະ​ການ​ຊ້ອມ​ລົບເປັນ​ໄລ​ຍະ ໂພ​ລ ອີ​ເກີ​ລ ລະ​ຫວ່າງ​ການ​ສົນ​ທະ​ນາ​ທາງ
​ໂທ​ລະ​ສັບ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ຫ້າ​ແຈ.

ຖະ​ແຫຼງ​ການທຳ​ນຽບ​ຫ້າ​ແຈ ຍັງ​ໄດ້​ກ່າວ​ເພີ້ມ​ວ່າ “ທັງ​ສອງ​ລັດ​ຖະ​ມົນ​ຕີ ໄດ້​ເຫັນ​ດີ​ວ່າ
ຈະ​ປີດ​ການ​ປະ​ສານ​ງານ​ລະ​ຫວ່າງ ກິດ​ຈະ​ການ​ທະ​ຫານ​ຂອງ​ສະ​ຫະ​ລັດ ແລະ​ສາ​ທາ​
ລ​ະ​ນະ​ລັດ​ເກົາ​ຫຼີ​ໃຕ້ ທີ່ຈະ​ດຳ​ເນີນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ດ້ານ​
ການ​ທູດ.”

ທ່ານ​ຊາ​ນາ​ແຮນ ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີວ່າ ທ່ານ ແລະ​ທ່ານ​ຈີ​ອົງ “ໄດ້​ເຫັນ​ພ້ອມ
​ເພື່ອ​ຮັກ​ສາ​ການ​ຕຽມ​ພ້ອມຂອງ​ທະ​ຫານ ຜ່ານ​ການ​ອອກ​ແບບ​ໃໝ່​ຢູ່ທີ່​ກອງ​ບັນ​ຊາ​ການ
ເຝິກ​ຊ້ອມ ແລະ​ປ່ຽນ​ແປງ​ໂຄງ​ການ​ເຝິກ​ຊ້ອ​ມ​ໃນ​ສະ​ໜາມ. ພວກ​ເຮົາ​ທັງ​ສອງ​ ພ້​ອມ​
ແລ້ວ ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ກາ​ນທ້າ​ທ້າຍ​ດ້ານຄວາມ​ປອດ​ໄພ​ໃດໆ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG