ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊ້ອມລົບ ຂອງ ສຫລ ແລະ ເກົາຫຼີໃຕ້ ແມ່ນເພື່ອສົ່ງ ຄຳເຕືອນ ໄປໃຫ້ເກົາຫຼີເໜືອ


US, South Korean Military Drills Send Message to the North
please wait

No media source currently available

0:00 0:02:33 0:00

ການຊ້ອມລົບຮ່ວມທາງທະຫານປະຈຳປີ ທີ່ກຳລັງມີຂຶ້ນ ລະຫວ່າງ
ສະຫະລັດ ແລະເກົາຫລີໃຕ້ ແມ່ນໄດ້ມີການຕອບໂຕ້ ຕາມທີ່ຄາດ
ໝາຍໄວ້ ດ້ວຍການຍິງລູກສອນໄຟຈາກເກົາຫຼີເໜືອ ແລະທີ່ບໍ່ໄດ້
ຄາດໝາຍໄວ້ ກໍຄືການໂຈມຕີເອກອັກຄະລັດຖະທູດປະຈຳເກົາຫຼີ
ໃຕ້ ໂດຍຊາວເກົາຫລີຫົວຊາດນິຍົມແບບຮຸນແຮງຄົນນຶ່ງ. ວໍຊິງຕັນ
ແລະໂຊລ ຕ່າງກໍກ່າວວ່າ ໝາຍກຳນົດການຊ້ອມລົບ ທີ່ມີຂຶ້ນຕາມ
ປົກກະຕິເຫລົ່ານີ້ ແມ່ນມີຄວາມຈຳເປັນ ເພື່ອສະແດງໃຫ້ເຫັນເຖິງ
ຄວາມພ້ອມທາງທະຫານແລະການຕັດສິນໃຈຢ່າງແນ່ວແນ່ ແຕ່ກໍ
ໄດ້ເພີ້ມຄວາມເຄັ່ງຕຶງ ແລະຄວາມເປັນໄປໄດ້ ໃນການ ທີ່ຈະເກີດ
ບັນຫາຂັດແຍ້ງຂຶ້ນ. Brian Padden ຜູ້ສື່ຂ່າວວີໂອເອມີລາຍງານ ກ່ຽວກັບເລື້ອງນີ້ຈາກໂຊລ ດັ່ງໄພສານຈະນຳເອົາລາຍລະອຽດມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ການຊ້ອມລົບປະຈຳປີ ທີ່ມີກຳລັງຂອງເກົາຫລີໃຕ້ ປະມານ 10,000 ຄົນ ແລະສະຫະລັດ 8,000 ຄົນເຂົ້າຮ່ວມ ເພື່ອເຝິກແອບ ກ່ຽວກັບການໂຈມຕີທາງພາກ ພື້ນດິນ ທະເລ ແລະ ອາກາດ. ນອກນັ້ນ ຍັງມີການນຳໃຊ້ເຄື່ອງຄອມພິວເຕີ້ເພື່ອຈຳລອງບັນຫາຂັດແຍ້ງທີ່ພົວ ພັນກັບການໂຈມຕີຕອບໂຕ້ແລະການບຸກລຸກຂອງເກົາຫລີເໜືອ.

ພົນເຮືອຕີ Lisa Franchitti ຂອງສະຫະລັດ ກ່າວວ່າ ນີ້ແມ່ນເປັນການຊ້ອມລົບແບບຕັ້ງ ຮັບທໍ່ນັ້ນທີ່ແນໃສ່ເພື່ອເຮັດໃຫ້ການປະຕິບັດງານຂອງສະຫະລັດແລະເກົາຫລີໃຕ້ມີຄວາມ ຄ່ອງແຄ່ວຕື່ມຂຶ້ນ.

ພົນເຮືອຕີ Franchitti ກ່າວວ່າ “ເປົ້າໝາຍ ຂອງພວກເຮົາກໍຄື ໃຫ້ສາມາດດຳເນີນ ງານຮ່ວມກັນ ເພື່ອສະກັດກັ້ນຕໍ່ກິດຈະກຳໃດໆກໍຕາມຂອງເກົາຫລີເໜືອແລະຖ້າ ຫາກມີຄວາມຈຳເປັນ ກໍແມ່ນເພື່ອປ້ອງກັນສາທາລະນະລັດເກົາຫລີ.”

ພຽງຢາງ ໄດ້ປະທ້ວງຕໍ່ການຊ້ອມລົບເຫລົ່ານີ້ວ່າ ເປັນການເຝິກຊ້ອມແບບທ້າທາຍເກາະ
ຜິດ ກ່ຽວກັບການຮຸກຮານທີ່ອາດເປັນໄປໄດ້. ເພື່ອເປັນການຕອບໂຕ້ ເກົາຫຼີເໜືອ ດັ່ງທີ່ ເຄີຍໄດ້ກະທຳໃນລະຫວ່າງການຊ້ອມຄັ້ງຜ່ານໆມາກໍໄດ້ທຳການຍິງລູກສອນໄຟໃນສອງ ໂອກາດດ້ວຍກັນ.

ໃນຂະນະທີ່ການຊ້ອມລົບເຫຼົ່ານີ້ອາດກໍ່ໃຫ້ເກີດມີຄວາມເຄັ່ງຕຶ້ງເພີ້ມຂຶ້ນແຕ່ທ່ານ Daniel Pinkston ນັກວິເຄາະກ່ຽວກັບເກົາຫລີເໜືອ ຈາກກຸ່ມວິກິດການນາໆຊາດ ກ່າວວ່າ ທີ່ຈິງ ແລ້ວການຊ້ອມລົບແມ່ນເພື່ອຮັກສາສັນຕິພາບເອົາໄວ້ໂດຍການສະແດງຄວາມເຂັ້ມແຂງ ທາງດ້ານທະຫານ.

ທ່ານ Pinkston ເວົ້າວ່າ “ເຄື່ອງມື ໃນການແກ້ໄຂ ບັນຫາຂັດແຍ້ງ ທາງດ້ານການ ເມືອງ ທັງຢູ່ພາຍໃນພຽງຢາງເອງ ແລະຢູ່ພາຍນອກ ກໍຄືກຳລັງ. ດັ່ງນັ້ນຖ້າພວກ ເຂົາຫາກເຫັນຈຸດອ່ອນ ພວກເຂົາກໍຈະສວຍໃຊ້ຈຸດອ່ອນນັ້ນ.”

ແນ່ນອນມີຄວາມເປັນໄປໄດ້ສະເໝີທີ່ວ່າອາດມີບາງສິ່ງບາງຢ່າງທີ່ບໍ່ຄາດຝັນກໍ່ໃຫ້ເກີດມີ ບັນຫາຂັດແຍ້ງທາງດ້ານອາວຸດຂຶ້ນ ເວລາສອງກອງທັບທີ່ເປັນຄູ່ປໍລະປັກ ທຳການຊ້ອມ
ລົບ. ທ່ານ Pinkston ກ່າວວ່າ ທ່ານມີຄວາມເປັນຫ່ວງທີ່ສຸດ ຢ້ານວ່າພວກຜູ້ບັນຊາການ ສະໜາມຂອງເກົາຫຼີເໜືອທີ່ມີເງື່ອນໄຂພາໃຫ້ເຊື່ອວ່າ ສະຫະລັດແລະເກົາຫຼີໃຕ້ພວມວາງ ແຜນ ເພື່ອຮຸກຮານເກົາຫຼີເໜືອ ອາດຕີຄວາມໝາຍຜິດ ເຖິງຄວາມຕັ້ງໃຈຂອງການຊ້ອມ ລົບດັ່ງກ່າວ.

ທ່ານ Pinkston ກ່າວວ່າ “ຫລືມັນເປັນການຕີຄວາມໝາຍທີ່ຜິດພາດ ຫລືອາດມີຜູ້ ບັນຊາການໃນເຂດທ້ອງຖິ່ນ ຄົນໃດຄົນນຶ່ງ ທີ່ມີຄວາມກະຕືລືລົ້ນຫລາຍເກີນໄປ ແລະມອງເຫັນໂອກາດ ທີ່ຈະຕອບໂຕ້ ແລະຍິງເຮືອບິນຕົກ ຫລັງຈາກ ມີການຍິງ ໂຈມຕີກຳປັ່ນແລ້ວຫຼືສິ່ງໃດສິ່ງນຶ່ງໃນທຳນອງນັ້ນ ນັ້ນຄືສິ່ງທີ່ຂ້າພະເຈົ້າເປັນຫວ່ງ ທີ່ສຸດ.”

ສິ່ງທີ່ບໍ່ໄດ້ກໍ່ໃຫ້ເກີດບັນຫາຂັດແຍ້ງ ໃນຂອບເຂດທີ່ກວ້າງຂວາງຂຶ້ນ ໃນປີນີ້ກໍແມ່ນການ
ໂຈມຕີເອກອັກຄະລັດຖະທູດສະຫະລັດປະຈຳເກົາຫຼີໃຕ້ເມື່ອບໍ່ດົນຜ່ານມາໂດຍຊາວເກົາ ຫຼີຊາດນິຍົມຫົວຮຸນແຮງຄົນນຶ່ງ. ເອກອັກຄະລັດຖະທູດສະຫະລັດ ບໍ່ໄດ້ຮັບບາດເຈັບສາ ຫັດແຕ່ຢ່າງໃດ ແລະກໍບໍ່ເຊື່ອວ່າ ຜູ້ໂຈມຕີໂທນຄົນນີ້ ມີສ່ວນພົວພັນໃດໆກັບເກົາຫຼີເໜືອ ເຖິງແມ່ນພຽງຢາງເອີ້ນການໂຈມຕີດັ່ງກ່າວນີ້ວ່າເປັນ ການລົງໂທດທີ່ຍຸຕິທຳກໍຕາມ.

ເບິ່ງຄືວ່າການໂຈມຕີດັ່ງກ່າວນີ້ ມີແຕ່ເຮັດໃຫ້ການສະໜັບສະໜຸນຂອງເກົາຫລີໃຕ້ຕໍ່ການ ເປັນພັນທະມິດ ທີ່ແຂງແຮງທາງທະຫານ ລະຫວ່າງວໍຊິງຕັນແລະໂຊລ ເຂັ້ມແຂງຂຶ້ນກວ່າ
ເກົ່າ.

XS
SM
MD
LG