ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງ​ກຳລັງ​ ສຫລ ​ແລະ ​ເກົາຫຼີ​ໃຕ້ ເຝິກຊ້ອມບຸກຂຶ້ນຝັ່ງ ໃນການຮ່ວມຊ້ອມລົບ Foal Eagle ປະຈຳປີ


ເຮືອສະເທີນນ້ຳສະເທີນບົກ ຂອງທະຫານນາວິກາໂຍທິນ ເກົາຫຼີໃຕ້ ແລ່ນມຸ່ງໜ້າເຂົ້າຝັ່ງ ທ່າມກາງຄວັນປົກປິດ ໃນການເຝິກຊ້ອມບຸກຂຶ້ນຝັ່ງ ໃນລະຫວ່າງການຊ້ອມລົບ ຮ່ວມກັນ ຂອງສະຫະລັດ ແລະ ເກົາຫຼີໃຕ້ ປະຈຳປີ ທີ່ເອີ້ນວ່າ Foal Eagle.
ເຮືອສະເທີນນ້ຳສະເທີນບົກ ຂອງທະຫານນາວິກາໂຍທິນ ເກົາຫຼີໃຕ້ ແລ່ນມຸ່ງໜ້າເຂົ້າຝັ່ງ ທ່າມກາງຄວັນປົກປິດ ໃນການເຝິກຊ້ອມບຸກຂຶ້ນຝັ່ງ ໃນລະຫວ່າງການຊ້ອມລົບ ຮ່ວມກັນ ຂອງສະຫະລັດ ແລະ ເກົາຫຼີໃຕ້ ປະຈຳປີ ທີ່ເອີ້ນວ່າ Foal Eagle.

ທີ່ເກົາຫລີ​ໃຕ້ ກອງ​ກຳລັງ​ຂອງ ສະຫະລັດ ​ແລະ ​ເກົາຫຼີ​ໃຕ້ ​ໄດ້
​ທຳການ​ເຝິກ​ແອບ​ການ​ບຸກຂຶ້ນຝັ່ງ ​ໃນ​ວັນ​ຈັນ​ມື້​ນີ້ ​ໃກ້ໆ​ກັບ​ເມືອງ​
ທ່າ Pohang ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ຊ້ອມ​ລົບປະຈຳ​ປີ
ທີ່​ເອີ້ນ​ວ່າ Foal Eagle ນັ້ນ.

ຮ້ອຍ​ໂທນາ​ວິ​ກະ​ໂຍທິນສະຫະລັດ Justin Whitaker ທີ່​ປະຈຳ
ການ​ຢູ່ຄ້າຍທະຫານ ​ທີ່​ເກາະ Okinawa ຂອງ​ຍີ່ປຸ່ນ ​ກ່າວ​ເຖິງ​
ເປົ້າໝາຍ​ໃນ​ການ​ຊ້ອມ​ລົບ​ນີ້​ວ່າ “​ໃນ​ກໍລະນີ​ທີ່​ເກີດ​ວິ​ກິດການ​
ຂຶ້ນ ຊຶ່ງກອງທັບ​ເກົາຫຼີ​ໃຕ້ ຕະຫລອດ​ທັງກອງທັບ​ສະຫະລັດ
ກໍຄົງຈະ​ໄດ້ເຂົ້າ​ໄປ​ພົວພັນ​ ​ແນ່ນອນວ່າ ເພື່ອ​ຮັບ​ມື​ກັບການ​
ຂົ່ມຂູ່​ໃດໆ​ກໍ​ຕາມນັ້ນ ຕະຫລອດ​ທັງ​ປົກ​ປ້ອງ​ຊາວ​ເກົາ​ຫຼີ​ໃຕ້​
ໃຫ້​ປອດ​ໄພ ກໍ​ຄື​ເຮັດໃຫ້​ດີ​ທີ່​ສຸດ​ ທີ່​ພວກ​ເຮົາ​ເຮັດ​ໄດ້ ເພື່ອສະໜອງ​ການປົກ​ປ້ອງ ​
ແລະ ​ອີກ​ຄັ້ງນຶ່ງ ​ເພື່ອ​ຮັບ​ມືກັບວິ​ກິດ​ການ​ເທົ່າ​ນັ້ນ.”

South Korea US Military Exercise
please wait

No media source currently available

0:00 0:01:02 0:00

​ບັນດາເຈົ້າໜ້າ​ທີ່​ກອງທັບເກົາຫຼີ​ໃຕ້ ກ່າວ​ວ່າ ການ​ເຝິກ​ແອບ ​ໄດ້​ລະດົມ​ເອົາ ທະຫານ​ຈາກ
ກອງທັບ​ເຮືອ ​ແລະ ນາ​ວິ​ກະ​ໂຍທິນ ຫລື Marines ປະມານ 7,600 ຄົນ ມາ​ປະກອບສ່ວນ ​ແລະ ​ເຮືອ​ 30 ​ລຳ ພ້ອມ​ທັງ ​ເຮືອຍົກ​ພົນ​ຂຶ້ນຝັ່ງ​ ​ອີກຫຼາຍໆລຳ.

​ເມື່ອ​ຕົ້ນ​ເດືອນ​ນີ້ ​ເກົາຫຼີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟຂີປະ​ນາ​ວຸດ ລະຍະ​ສັ້ນສອງ​ລູກ ອອກ​
ຈາກ​ແຄມ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ຫຼາຍໆ​ຊົ່ວ​ໂມງ ກ່ອນ​ໜ້າການ​ເຝິກຊ້ອມ​ຮ່ວມ​ກັນ
ທາງທະຫານຂອງ​ສະຫະລັດ​ ​ແລະ ​ເກົາຫຼີ​ໃຕ້ ຈະ​ເລີ້ມ​ຕົ້ນຂຶ້ນ.

​ເກົາຫຼີ​ເໜືອ ທຳ​ການປະ​ທ້ວງເປັນ​ປະຈຳ ຕໍ່​ການຊ້ອມລົບ​ຮ່ວກກັນ​ດັ່ງກ່າວ ຊຶ່ງ​ຕົນ​ເອີ້ນ​ວ່າ
ເປັນ​ການ​ເຝິກຊ້ອມສຳ​ຫລັບ​ການບຸກລຸກຕົນ.

ການ​ຊ້ອມລົບ Foal Eagle ຈະດຳ​ເນີນ​ໄປ​ຈົນຮອດ ວັນ​ທີ 24 ​ເມສາ.

US, South Korea Conduct Joint Military Exercises
please wait

No media source currently available

0:00 0:01:58 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG