ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດໃນສະຫະລັດ ມີຄວາມຫວັງນໍາ ສັນຍາການຄ້າ ສະຫະລັດ-ເກົາຫຼີໃຕ້


ຮ້ານຂາຍເສື້ອຜ້າຮ້ານນີ້ ທີ່ Los Angeles ໄດ້ເປີດສາຂາແຫ່ງນຶ່ງເມື່ອໄວໆມານີ້ ຢູ່ເກົາຫລີໃຕ້ ລ່ວງໜ້າການຈັດຕັ້ງ ປະຕິບັດສັນຍາການຄ້າເສລີ ລະຫວ່າງສະຫະລັດກັບເກົາຫລີໃຕ້.
ຮ້ານຂາຍເສື້ອຜ້າຮ້ານນີ້ ທີ່ Los Angeles ໄດ້ເປີດສາຂາແຫ່ງນຶ່ງເມື່ອໄວໆມານີ້ ຢູ່ເກົາຫລີໃຕ້ ລ່ວງໜ້າການຈັດຕັ້ງ ປະຕິບັດສັນຍາການຄ້າເສລີ ລະຫວ່າງສະຫະລັດກັບເກົາຫລີໃຕ້.

ເດືອນ​​ແລ້ວ​ນີ້ ​ເປັນ​​ເດືອນ​ເລິ່ມຕົ້ນ​ຈັດ​ຕັ້ງປະຕິບັດສັນຍາ​ການ​ຄ້າ​ເສລີ​ ລະຫວ່າງ​ສະຫະລັດ​ແລະ​​ເກົາຫລີ​ໃຕ້. ລັດຖະບານ​ໂອ​ບາ​ມາ​ອະທິບາຍ​ເຖິງສັນຍາ​ດັ່ງກ່າວ​ນີ້​ວ່າ​ ​ເວົ້າ​ໃນດ້ານການ​ພານິດ​ແລ້ວ ​ແມ່ນເປັນ​ສັນຍາ​ການ​ຄ້າ​ເສລີ ​ທີ່​ສໍາຄັນ​ທີ່​ສຸດ ​ໃນ​ໄລຍະ​ເກືອບ​​ຊາວ​ປີ ​ແລະ​​ວ່າ ສັນຍາ​ນີ້​ຈະ​ສ້າງວຽກງານ 70,000 ​ວຽກ​ໃນ​ສະຫະລັດ ​​ແຕ່​ວ່າ​ ສະ​ຖາ​ບັນນະ​ໂຍບາຍ​​ເສດ ຖະກິດ​ກ່າວ​ວ່າ ຂໍ້​ຕົກລົງ​ນີ້​ຈະ​​ເຮັດ​ໃຫ້​ຊາວ​ອາ​ເມຣິກັນ ສູນ​ເສຍ​ວຽກ​ງານ​ໄປ ຫລາຍ​ເຖິງ 159,000 ໜ້າ​ວຽກ. Elizabeth Lee ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ລາຍ​ງານມາ​ຈາກ ນະຄອນລອສ​ແອນ​ຈີ​​ເເລ​ສ ກ່ຽວ​ກັບ​ພວກ​ຄົນ​ທີ່​ຫວັງ​ກັນ​ວ່າ​ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ແລະພວກ​ທີ່​ຢ້ານ​ວ່າ​ ​ເຂົາ​ເຈົ້າອາດຈະຕົກ​ງານ ຍ້ອນ​ສັນຍາ​ການ​ຄ້າ​ດັ່ງກ່າວ​ນີ້. ທອງ​ປານ ​ມີ​ລາ​ຍລະອຽດ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ຫລາຍໆ​ບໍລິສັດ​ໃນ​ທົ່ວ​ສະຫະລັດ ນັບ​ຈາກ​ພວກ​ຜູ້​ປູກ​ໝາກ​ໄມ້​ສົດໆ​ຂາຍ ​ໄປ​ເຖິງ​ພວກ​ນັກ​ອອກ​ແບບ​ເສື້ອ​ຜ້າລໍ້າ​ສະ​ໄໝ ​ແມ່ນ​ພາກັນ​ກຽມ​ຫາ​ກໍາ​ໄລ ຈາກ​ສັນຍາ​ການ​ຄ້າ​ສະບັບ​ໃໝ່​ນີ້.

ບໍລິ​ສັດ​ຜະລິດເສື້ອ​ຜ້າ Rhapsody ທີ່​ຕັ້ງ​ຢູ່​ລອສ​ແອນ​ຈີ​ແລ​ສ ​ໄດ້​ເປີດຮ້າຍ​ຂາຍເສື້ອ​ຜ້າ​ສາມ​ແຫ່ງ​ທີ່​ເກົາຫລີໃຕ້​ເມື່ອປີຜ່ານມາ​ ລ່ວງ​ໜ້າການ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ ລະຫວ່າງ​ສະຫະລັດ​ແລະ​ເກົາຫລີ​ໃຕ້. Bryan Kang ປະທານ​ບໍລິສັດ​ກ່າ​ວວ່າ ບັດ​ນີ້ ​ບໍລິສັດ​ຂອງລາວຈະ​ສາມາດ​ປະຢັດ​ຄ່າ​ເສຍ​ພາສີ ​ລົງ​ໄດ້​ປະມານ​ 13 ​ເປີ​ເຊັນ ໃນ​ການ​ສົ່ງອອກ​ເສື້ອ​ຜ້າ​ແຕ່ລະ​ເທື່ອ​ໄປ​ຍັງ​ເກົາຫລີ​ໃຕ້ ຍ້ອນ​ສັນຍາ​ການ​ຄ້າ​ດັ່ງກ່າວ.

ນາຍ ກາງ ກ່າວ​ວ່າ ເວລາ​ນີ້ ພວກ​ເຂົາ​ເຈົ້າມີ ອໍານາ​ດການ​ອຸບປະ​ໂພ​ກບໍລິ ​ໂພ​ກຫລາຍ​ຂຶ້ນກວ່າ​ແຕ່​ກ່ອນ ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ເລືອກ​ເອົາ​ເກົາຫລີ​ໃຕ້.

ສັນຍາ​ການ​ຄ້າ​ສະບັບ​ນີ້​ຈະ​ລົບ​ລ້າງ​ພາສີ​ນໍາ​ເ​ຂົ້າ​ສໍາລັບ​ສິນຄ້າ​ຫລາຍ​ກ່ວາ 7 ພັນ​ຊະນິດ​ຈາກ​ເກົາຫລີ​ໃຕ້ ​ແລະ​ສິນຄ້າ​ກັບ​ການ​ບໍລິການ​ເກືອບ​ຮອດ 62 ພັນ​ຊະນິດ ຈາກ​ສະຫະລັດ. Ferdinando Guerra ນັກ​ເສດຖະສາດ​ລະຫວ່າງ​ຊາດ​ກ່າວ​ວ່າ:

“ສັນຍານີ້ ມີ ຂຶ້ນ​ໃນ​ຊ່ວງ​ຫົວລ້ຽວຫົວ​ຕໍ່​ທີ່​ສຸດ ສໍາລັບອະນາຄົດ​ເສດຖະກິດ​ຂອງ​ພວກ​ເຮົາ ອີງ​ຕາມແຜນ​ລິ​ເລິ່ມດ້ານ​ການສົ່ງ​ອອກ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ ຊຶ່ງ​ພາ​ຍ​ໃຕ້​ແຜນ​ທີ່​ວ່າ​ນີ້ ພວກ​ເຮົາ​ພະຍາຍາມ​ຈະເພີ່ມ​ການ​ສົ່ງ​ອອກ​ຂອງ​ສະຫະລັດ​ຂຶ້ນ ເປັນ​ສອງ​ເທົ່າ​ຕົວ​ໃຫ້​ໄດ້ ພາຍໃນ​ທ້າຍ​ປີ 2014.

ທ່ານ ​ເ​ກຍຣາ ກ່າວວ່າ ເກົາຫລີ​ໃຕ້ກໍ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ​ເສລີກັບສະຫະ ພາບຢູ​ໂຣບໄປ​ແລ້ວ​ ເມື່ອ​ປີຜ່ານມາ​ນີ້ ກ່ອນ​ເຊັນ​ກັບ​ສະຫະລັດ​ອີກ. ທ່ານ ​ເ​ກຍຣາ ກ່າວ​ຕໍ່​ໄປວ່າ:

ບັດນີ້ ພວກ​ເຮົາ​ ສາມາດ​ທີ່​ຈະ​ແຂ່ງຂັນ ກັບ​ບັນດາປະ​ເທດ ໃນ ພາກ​ພື້ນ​ຢູ​ໂຣບ ໄດ້​ແລ້ວ.

ເບິ່ງວີດີໂອລາຍງານພາສາອັງກິດ:

ຊາວ​ສວນອາ​ເມຣິກັນຫລາຍ​ໆຄົນ ກໍຄາດຫວັງວ່າ​ຈະ​ໄດ້​ກໍາ​ໄລ​ຈາກ​ສັນຍາ​ການ​ຄ້າ​ນີ້​ເຊ່ນ​ກັນ. ນາຍ Chuck Crain ຊາວສວນປູກ​ໝາກ​ຖົ່ວ walnut ກ່າວ​ວ່າ ສັນຍາ​ການ​ຄ້າ​ສະບັບ​ນີ້​ຈະ​ຊ່ວຍ​ອຸດສາຫະກໍາ​ຂອງ​ລາວ​ໄດ້​ຫລາຍ ​ເພາະວ່າ​ໝາກ​ຖົ່ວ walnut ທີ່​ເກົາຫລີ​ໃຕ້​ນໍາ​ເຂົ້າປະ​ເທດ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ໄປ​ຈາກ​ລັດ​ຂອງ​ລາວ ຄືລັດ​ແຄ​ລິ​ຟໍ​ເນຍ. ລາວ​ເວົ້າ​ວ່າ:

ໃນ​ໄລຍະ 4-5 ປີ​ຕໍ່ໜ້າ​ນີ້ ພວກ​ເຮົາ​ຈະ​ໄດ້​ເຫັນ​ຜົນ​ກະທົບ​ໃນ​ທາງ​ບວກ​ທີ່​ໃຫຍ່​ຫລວງ ຍ້ອນ​ການ​ລົດ​ອັດຕາ​ພາສີ​ລົງ​ນັ້ນ.”

ແຕ່ພວກ​ກະ​ເສດ​ຕະກອນ​ເກົາຫລີ​ໃຕ້ ຢ້ານ​ວ່າ ​ພວກ​ເຂົ​າ​ເຈົ້າຈະ​ເປັນ​ຝ່າຍເສຍປຽບ ຫລາຍ​ກວ່າ ​ພາຍ​ໃຕ້ສັນຍາ​ນີ້. ນາງ Pak Jung-OK ຫົວໜ້າ​ສະມາຄົມ​ຊາວ​ສວນ​ແມ່ຍິງ​ເກົາຫລີ​ໃຕ້ ກ່າວ​ວ່າ:

“ພວກ ເຮົາ ຊາວ​ສວນຍິງ​ທັງຫລາຍ ​ແມ່ນຕໍ່ຕ້ານສັນຍາ​ການ​ຄ້າ​ເສລີ ຫລື FTA ລະຫວ່າງ​ສະຫະລັດ​ແລະ​ເກົາຫລີໃຕ້​ນັ້ນ. ນະ​ໂຍບາຍ​ຂອງ​ລັດຖະ ບານ ກໍ​ຄື​ການ​ສົ່ງ​ອອກ​ສິນຄ້າ​ອຸດສາຫະກໍາ ​ແລະ​ນໍາ​ເຂົ້າຜະລິດຕະພັນ​ການ​ກະ​ເສດ ຊຶ່ງ​ຈະເປັນ​ການທໍາລາຍ​ພວກ ຊາວ​ສວນໄປ​ໃນ​ຕົວ.”

ຂະ​ບວນການ​ແຮງ​ງານ​ຢູ​ໃນທັງ​ສອງ​ເຂດ​ຟາກ​ຝັ່ງ​ມະຫາສະມຸດປາຊິ​ຟິກ ກໍ​ຄັດຄ້ານ​ຢ່າງ​ໃຫຍ່​ຕໍ່​ສັນຍາ​ການ​ຄ້າ​ເສລີສະ​ບັບນີ້ ​ໂດຍ​ກ່າວ​ວ່າ ມັນ​ຈະ​ເຮັດໃຫ້​ມີ​ກາ​ນ​ສູນ​ເສຍໜ້າວຽກ​ຕ່າງໆໄປ. David Campbell ຕົວ​ແທນ​ສະຫະພັນ​ກໍາມະບານ​ພວກ​ຄົນ​ງານ​ເຫລັກ​ກ້າ ​ທີ່ນະຄອນລອສ​ແອນ​ຈີ​ເ​ເລ​ສ ກ່າວ​ວ່າ:

“ສັນຍາ​ການ​ຄ້າ​ເຫລົ່າ​ນີ້ ຈະ​ບໍ່​ສ້າງ​ປະ​ໂຫຍດ​ຫຍັງໃຫ້​ພວກ​ພໍ່ຄ້າ​ຊາວ​ຂາຍ​ທົ່ວ​ໄປ. ​ມັນ​ອາດຈະ​ດີສໍາລັບຕະຫລາດ​ຮຸ້ນ Wall Street ​ແຕ່​ມັນ​ຈະ​ບໍ່​ມີ​ປະ​ໂຍດ​ຫຍັງ​ເລີຍ ​ສໍາລັບ​ພວກຄົນ​ທໍາ​ມະ​ດາ​ສາມັນ.”

ທ່ານ Chris Tily ຜູ້​ຊ່ຽວຊານ​ດ້ານ​ແຮງ​ງານ ປະ​ຈໍາ​ມະຫາ​ວິດ​ທະຍາ​ໄລ​ລັດ​ແຄ​ລິ​ຟໍ​ເນຍ ສາຂາ​ລອສ​ແອນ​ຈີ​ແລ​ສ ກ່າວ​ວ່າ ສິ່ງ​ທີ່​ໃຫ້​ປະ​ໂຫຍ​ດ​ແກ່​ພວກ​ບໍລິສັດ​ໃຫຍ່ໆ ບໍ່​ຈໍາ​ເປັນ​ສະ​ເໝີ​ໄປ​ວ່າ ຈະ​ຊ່ວຍ​ພວກ​ແຮງ​ງານ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ອັນ​ໃດ​ກໍ​ຕາມ ທີ່​ໃຫ້​ເສລີພາບ​ແກ່​ການ​ຄ້າ​ແລ້ວ ​ແມ່ນ​ຈະ​ອໍານວຍ​ໃຫ້​ພວກ​ທຸລະ​ກິດ​ ໄດ້​ປຽບພວກ​ແຮງ​ງານ.”

ຕໍ່​ຄໍາ​ຖາມ​ທີ່​ວ່າ ປະ​ເທດ​ໃດຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ຂຶ້ນ ຈາກ​ສັນຍາ ການ​ຄ້າ​ດັ່ງກ່າວ​ນີ້ ບັນດາ​ນັກ​ເສດຖະສາດ​ກ່າວ​ວ່າ ນັ້ນ​ແມ່ນ​ຈະ​ຂຶ້ນຢູ່​ກັບ​ອັດຕາ​ແລກ​ປ່ຽນ​ເງິນຕາ ​ແລະ​ຄວາມ​ເຂັ້ມ​ແຂງ​ຂອງ​ເສດຖະກິດ​ຂອງ​ທັງ​ສອງປະ​ເທດ.

XS
SM
MD
LG